Biblia Todo Logo
Internet tuqin Biblia

- Anuncios ukanaka -




ປະຖົມມະການ 3:10 - ພຣະຄຳພີສັກສິ

10 ລາວ​ຕອບ​ວ່າ, “ຂ້ານ້ອຍ​ໄດ້ຍິນ​ສຽງ​ຂອງ​ພຣະອົງ​ຢູ່​ໃນ​ສວນ; ຂ້ານ້ອຍ​ຢ້ານ​ຫລາຍ ຈຶ່ງ​ຫລົບລີ້​ຊ່ອນຕົວ​ຢູ່ ເພາະ​ຂ້ານ້ອຍ​ປະເປືອຍ​ຢູ່.”

Uka jalj uñjjattʼäta Copia luraña




ປະຖົມມະການ 3:10
17 Jak'a apnaqawi uñst'ayäwi  

ຊາຍ​ແລະ​ຍິງ​ໄດ້​ເປືອຍກາຍ​ຢູ່ ແຕ່​ພວກເຂົາ​ບໍ່​ຮູ້ສຶກ​ລະອາຍ​ກັນ​ເລີຍ.


ພຣະອົງ​ຖາມ​ວ່າ, “ໃຜ​ບອກ​ວ່າ​ເຈົ້າ​ປະເປືອຍ​ຢູ່? ບໍ່ແມ່ນ​ເຈົ້າ​ກິນ​ໝາກໄມ້ ທີ່​ເຮົາ​ໄດ້​ຫ້າມ​ເຈົ້າ​ບໍ່​ໃຫ້​ກິນ​ນັ້ນ​ບໍ?”


ຫລັງຈາກ​ກິນ​ໝາກໄມ້​ແລ້ວ ພວກເຂົາ​ກໍ​ມີ​ຄວາມ​ເຂົ້າໃຈ​ໃນທັນໃດ ແລະ​ທັງ​ຮູ້​ວ່າ​ພວກ​ຕົນ​ປະເປືອຍ​ຢູ່. ດັ່ງນັ້ນ ພວກເຂົາ​ຈຶ່ງ​ພາກັນ​ເອົາ​ໃບໄມ້​ມາ​ຫຍິບ​ເຂົ້າ​ກັນ ເພື່ອ​ປົກປິດ​ຮ່າງກາຍ​ຕົນເອງ​ໄວ້.


ຂ້ອຍ​ສັ່ນເຊັນ​ຕໍ່ໜ້າ​ພຣະເຈົ້າ​ດ້ວຍ​ຄວາມຢ້ານ​ອັນ​ໃຫຍ່ ຍິ່ງ​ຄິດຫລາຍ ກໍ​ຍິ່ງ​ຢ້ານ​ພຣະອົງ​ຫລາຍ​ຂຶ້ນ.


ຄົນອື່ນ​ນັ້ນ ພະຍາຍາມ​ເຊື່ອງຊ້ອນ​ບາບ​ຕົນເອງ ແຕ່​ຂ້ອຍ​ບໍ່ເຄີຍ​ປິດບັງ​ບາບ​ຂອງຂ້ອຍ​ຈັກເທື່ອ.


ຂ້ານ້ອຍ​ຢ້ານ​ພຣະອົງ​ຈົນ​ຕົວສັ່ນ ແລະ​ຂ້ານ້ອຍ​ຢ້ານ​ການຕັດສິນ​ຂອງ​ພຣະອົງ​ຫລາຍ​ທີ່ສຸດ.


ເມື່ອ​ປະຊາຊົນ​ໄດ້ຍິນ​ສຽງ​ຟ້າຮ້ອງ ແລະ​ສຽງ​ແກ​ດັງ​ກ້ອງສະໜັ່ນ ທັງ​ເຫັນ​ຟ້າ​ແມບເຫລື້ອມ ແລະ​ຄວັນໄຟ​ພຸ່ງ​ຂຶ້ນ​ທີ່​ພູເຂົາ​ນັ້ນ ພວກເຂົາ​ກໍ​ຢ້ານກົວ​ຕົວສັ່ນ​ແລະ​ຫຍັບ​ອອກ​ຫ່າງໆ.


ພວກເຂົາ​ຕ່າງ​ກໍ​ເວົ້າ​ກັບ​ໂມເຊ​ວ່າ, “ຖ້າ​ທ່ານ​ກ່າວ​ກັບ​ພວກເຮົາ ພວກເຮົາ​ຈະ​ຍອມ​ຟັງ​ທ່ານ, ແຕ່​ຖ້າ​ພຣະເຈົ້າ​ກ່າວ​ແກ່​ພວກເຮົາ ພວກເຮົາ​ຈະ​ຕ້ອງ​ຕາຍ​ເປັນ​ແນ່.”


ເຮົາ​ເປັນ​ພຣະເຈົ້າ​ຂອງ​ພໍ່​ເຈົ້າ, ເປັນ​ພຣະເຈົ້າ​ຂອງ​ອັບຣາຮາມ, ເປັນ​ພຣະເຈົ້າ​ຂອງ​ອີຊາກ ແລະ​ເປັນ​ພຣະເຈົ້າ​ຂອງ​ຢາໂຄບ.” ສະນັ້ນ ໂມເຊ​ຈຶ່ງ​ເອົາ​ມື​ອັດ​ໜ້າ​ຂອງຕົນ​ໄວ້ ເພາະ​ບໍ່​ກ້າ​ເບິ່ງ​ພຣະເຈົ້າ.


ໂມເຊ​ໄດ້​ຮູ້​ວ່າ​ແມ່ນ​ອາໂຣນ ທີ່​ເປັນ​ຜູ້​ປ່ອຍ​ປະຊາຊົນ​ໃຫ້​ເຮັດ​ຕາມໃຈ ແລະ​ຂາດ​ການ​ຄວບຄຸມ​ຢັບຢັ້ງ ໂດຍ​ທີ່​ພວກເຂົາ​ຢູ່​ທ່າມກາງ​ເຫຼົ່າ​ສັດຕູ.


ປະຊາຊົນ​ຂອງ​ພູເຂົາ​ຊີໂອນ​ທີ່​ເຮັດ​ບາບ ກຳລັງ​ຢ້ານກົວ​ຈົນ​ຕົວ​ສັ່ນເຊັນ. ພວກເຂົາ​ເວົ້າ​ວ່າ, “ການຕັດສິນ​ຂອງ​ພຣະເຈົ້າ​ເປັນ​ດັ່ງ​ໄຟ​ທີ່​ໄໝ້​ຢູ່​ຕະຫລອດໄປ. ມີ​ຜູ້ໃດ​ແດ່​ໃນ​ພວກເຮົາ​ທີ່​ມີ​ຊີວິດ​ລອດ​ຢູ່​ໄດ້​ໃນ​ໄຟ​ເຊັ່ນນັ້ນ?”


ເພື່ອ​ປະຊາຊົນ​ຈະ​ໄດ້​ເຫັນ​ເຈົ້າ​ເປືອຍກາຍ ພວກເຂົາ​ຈະ​ໄດ້​ເຫັນ​ເຈົ້າ​ຕົກຕໍ່າ​ແລະ​ຂາຍໜ້າ. ເຮົາ​ຈະ​ລົງ​ມື​ແກ້ແຄ້ນ​ໃຫ້​ແກ່​ເຮົາເອງ ແລະ​ຈະ​ບໍ່ມີ​ຜູ້ໃດ​ຂັດຂືນ​ທັງ​ຢັບຢັ້ງ​ເຮົາ​ໄດ້.”


ອົງພຣະ​ຜູ້​ເປັນເຈົ້າ​ຖາມ​ວ່າ, “ບັນດາ​ພະ​ເຫຼົ່ານີ້ ທີ່​ເຮັດ​ໃຫ້​ພວກເຈົ້າ​ຢ້ານ​ນັ້ນ​ເປັນ​ຜູ້ໃດ ຈຶ່ງ​ເຮັດ​ໃຫ້​ພວກເຈົ້າ​ເວົ້າ​ຕົວະ​ແລະ​ລືມໄລ​ເຮົາ​ໄປ​ຢ່າງ​ໝົດສິ້ນ? ພວກເຈົ້າ​ເຊົາ​ໃຫ້ກຽດ​ເຮົາ​ຍ້ອນ​ເຮົາ​ມິດງຽບ​ຢູ່​ຕັ້ງ​ດົນນານ​ຊັ້ນບໍ?


ແຕ່​ເປັນຫຍັງ​ພວກເຮົາ​ຕ້ອງ​ສ່ຽງ​ກັບ​ຄວາມຕາຍ​ຢ່າງ​ນີ້​ອີກ? ໄຟ​ອັນ​ໜ້າຢ້ານ​ຈະ​ທຳລາຍ​ພວກເຮົາ. ພວກເຮົາ​ຕ້ອງ​ຕາຍ​ຄາວ​ນີ້​ແທ້ໆ ຖ້າ​ພວກເຮົາ​ໄດ້ຍິນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ກ່າວ​ອີກ.


ຖ້າ​ໃຈ​ຂອງ​ພວກເຮົາ​ກ່າວໂທດ​ໃສ່​ພວກເຮົາ​ເອງ ພວກເຮົາ​ກໍ​ຮູ້​ວ່າ​ພຣະເຈົ້າ​ໃຫຍ່​ກວ່າ​ໃຈ​ຂອງ​ພວກເຮົາ ແລະ​ພຣະອົງ​ກໍ​ຊົງ​ຮູ້​ທຸກໆ​ສິ່ງ.


“ເບິ່ງແມ! ເຮົາ​ຈະ​ມາ​ເໝືອນ​ຂະໂມຍ​ມາ ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ເຝົ້າ​ລະວັງ ແລະ​ຮັກສາ​ເສື້ອຜ້າ​ຂອງຕົນ​ໄວ້ ເພື່ອ​ວ່າ​ຕົນ​ຈະ​ບໍ່ໄດ້​ເປືອຍກາຍ ແລະ​ເປັນ​ທີ່​ອັບອາຍ​ໃນ​ທ່າມກາງ​ຄົນ​ທັງຫລາຍ.”)


Jiwasaru arktasipxañani:

Anuncios ukanaka


Anuncios ukanaka