1 ງູເປັນສັດທີ່ສະຫລາດກວ່າສັດທັງປວງ ທີ່ພຣະເຈົ້າຢາເວພຣະເຈົ້າໄດ້ສ້າງຂຶ້ນມາ. ມັນຖາມຜູ້ຍິງວ່າ, “ແມ່ນແທ້ບໍ ທີ່ພຣະເຈົ້າຫ້າມເຈົ້າ ບໍ່ໃຫ້ກິນໝາກໄມ້ໃດໆໃນສວນນີ້?”
ຖ້າຜູ້ໜຶ່ງໃນສອງຄົນນັ້ນລົ້ມລົງ ຜູ້ໜຶ່ງກໍຊູລາວໃຫ້ລຸກຂຶ້ນໄດ້. ແຕ່ຖ້າມີຄົນດຽວແລະລົ້ມລົງ ກໍເປັນໜ້າອີດູຕົນແທ້ໆ ເພາະບໍ່ມີຜູ້ໃດຊ່ວຍລາວເລີຍ.
ໃນວັນນັ້ນ ພຣະເຈົ້າຢາເວຈະໃຊ້ດາບອັນມີອຳນາດ ແລະເຖິງແກ່ຄວາມຕາຍ ລົງໂທດເລວີອາທັນມັງກອນຮ້າຍທີ່ບິດ ແລະກ້ຽວໄປໂງມາ ແລະຂ້າເງືອກ ທີ່ອາໄສຢູ່ໃນທະເລ.
“ເບິ່ງແມ! ເຮົາໃຊ້ພວກເຈົ້າອອກໄປເໝືອນແກະຢູ່ໃນທ່າມກາງຝູງໝາໄນ. ສະນັ້ນ ຈົ່ງສະຫລາດເໝືອນງູ ແລະອ່ອນສຸພາບເໝືອນນົກເຂົາ.
ແລ້ວຜູ້ລໍ້ລວງກໍມາຫາພຣະອົງ ແລະເວົ້າວ່າ, “ຖ້າທ່ານເປັນພຣະບຸດຂອງພຣະເຈົ້າ ຈົ່ງສັ່ງກ້ອນຫີນເຫຼົ່ານີ້ໃຫ້ເປັນອາຫານແມ.”
ແລ້ວເວົ້າຕໍ່ພຣະອົງວ່າ, “ຖ້າທ່ານເປັນພຣະບຸດຂອງພຣະເຈົ້າ ຈົ່ງໂດດລົງເບິ່ງດູ ເພາະມີຄຳຂຽນໄວ້ໃນພຣະຄຳພີວ່າ, ‘ພຣະເຈົ້າຈະສັ່ງຝູງເທວະດາ ເຖິງເລື່ອງທ່ານ ຝູງເທວະດາຈະໃຊ້ມືຂອງເພິ່ນ ອູ້ມທ່ານໄວ້ ແມ່ນແຕ່ຕີນຂອງທ່ານຈະບໍ່ໄດ້ ຖືກກ້ອນຫີນ.”’
ແລ້ວມັນເວົ້າວ່າ, “ຖ້າທ່ານກົ້ມຂາບນະມັດສະການເຮົາ, ເຮົາຈະມອບສິ່ງທັງໝົດນີ້ໃຫ້ທ່ານ.”
ການເຮັດຢ່າງນີ້ ບໍ່ເປັນການແປກປະຫລາດຫຍັງດອກ ແມ່ນແຕ່ມານຊາຕານກໍຍັງປອມຕົວເປັນເທວະດາແຫ່ງຄວາມສະຫວ່າງໄດ້.
ແຕ່ເຮົາຢ້ານວ່າ, ຄວາມຄິດຂອງພວກເຈົ້າຈະຖືກລໍ້ລວງໃຫ້ຫລົງຜິດໄປ ຈະປະຖິ້ມຄວາມຜູກພັນອັນສັດຊື່ແລະບໍຣິສຸດທີ່ມີຕໍ່ພຣະຄຣິດ ໃນທຳນອງດຽວກັບນາງເອວາທີ່ຖືກຫລອກລວງດ້ວຍກົນອຸບາຍອັນເລິກແລບຂອງງູ.
ເຈົ້າທັງຫລາຍທີ່ເປັນຜົວກໍເໝືອນກັນ ຈົ່ງຢູ່ກິນກັບເມຍດ້ວຍເຂົ້າໃຈວ່າ ນາງເປັນເພດທີ່ອ່ອນແອກວ່າ ຈົ່ງນັບຖືເມຍ ເໝືອນເປັນຜູ້ຮ່ວມກັນຮັບພຣະຄຸນແຫ່ງຊີວິດ ເປັນມໍຣະດົກ ເພື່ອບໍ່ໃຫ້ສິ່ງໃດສິ່ງໜຶ່ງຂັດຂວາງຄຳພາວັນນາອະທິຖານຂອງພວກເຈົ້າ.
ພະຍານາກນັ້ນ ໄດ້ພົ່ນນໍ້າອອກຈາກປາກເໝືອນແມ່ນໍ້າ ໄຫລຕາມຍິງນັ້ນ ເພື່ອຈະໃຫ້ພັດຍິງນັ້ນໄປ,
ພະຍານາກໃຫຍ່ ຊຶ່ງເປັນງູແຕ່ດຶກດຳບັນທີ່ເຂົາເອີ້ນວ່າ ມານຮ້າຍ ແລະມານຊາຕານ ຜູ້ຫລອກລວງມະນຸດທັງໂລກ ກໍຖືກຊັດຖິ້ມລົງເສຍ ມັນກັບບໍລິວານຂອງມັນ ກໍຖືກຊັດຖິ້ມລົງເທິງແຜ່ນດິນໂລກ.
ເພິ່ນໄດ້ຈັບເອົາພະຍານາກ ຊຶ່ງເປັນງູແຕ່ດຶກດຳບັນ ຄືມານຮ້າຍ ແລະມານຊາຕານ ໄດ້ຜູກມັດມັນໄວ້ໃນລະຫວ່າງພັນປີ.