Biblia Todo Logo
Internet tuqin Biblia

- Anuncios ukanaka -




ປະຖົມມະການ 27:2 - ພຣະຄຳພີສັກສິ

2 ອີຊາກ​ກ່າວ​ວ່າ, “ລູກ​ກໍ​ເຫັນ​ວ່າ ພໍ່​ນີ້​ເຖົ້າແກ່​ຫລາຍ​ແລ້ວ ອາດ​ຈະ​ຕາຍ​ໃນ​ໄວໆ​ນີ້​ກໍໄດ້.

Uka jalj uñjjattʼäta Copia luraña




ປະຖົມມະການ 27:2
10 Jak'a apnaqawi uñst'ayäwi  

ບັດນີ້ ຈົ່ງ​ເອົາ​ໜ້າທະນູ​ກັບ​ລູກສອນ ແລະ​ອອກ​ໄປ​ລ່າສັດ​ໃນ​ປ່າ​ມາ​ໃຫ້​ພໍ່.


ເມື່ອ​ຢາໂຄບ​ຮູ້ສຶກ​ວ່າ​ຕົນເອງ​ໃກ້​ຈະ​ຕາຍ​ແລ້ວ ເພິ່ນ​ຈຶ່ງ​ເອີ້ນ​ເອົາ​ໂຢເຊັບ​ລູກຊາຍ​ຂອງຕົນ​ມາ ແລະ​ເວົ້າ​ວ່າ, “ຈົ່ງ​ວາງ​ມື​ໃສ່​ວ່າງ​ຂາ​ຂອງ​ພໍ່ ແລະ​ສາບານ​ຢ່າງ​ໜັກແໜ້ນ​ວ່າ ເຈົ້າ​ຈະ​ບໍ່​ຝັງ​ພໍ່​ໄວ້​ໃນ​ປະເທດ​ເອຢິບ​ນີ້.


ແລ້ວ​ຢາໂຄບ​ກໍ​ເວົ້າ​ກັບ​ໂຢເຊັບ​ວ່າ, “ລູກ​ເຫັນ​ແລ້ວ​ວ່າ ພໍ່​ໃກ້​ຈະ​ສິ້ນໃຈ​ຕາຍ, ແຕ່​ພຣະເຈົ້າ​ຈະ​ຢູ່​ກັບ​ເຈົ້າ ແລະ​ນຳ​ເຈົ້າ​ຄືນ​ໄປ​ສູ່​ດິນແດນ​ຂອງ​ປູ່ຍ່າຕາຍາຍ​ຂອງເຈົ້າ.


ຢ່າ​ອວດ​ເຖິງ​ເລື່ອງ​ຂອງ​ມື້ອື່ນ ເພາະ​ເຈົ້າ​ບໍ່​ຮູ້​ວ່າ​ຈະ​ມີ​ຫຍັງ​ເກີດຂຶ້ນ​ແຕ່ລະວັນ.


ບໍ່​ວ່າ​ຈະ​ເຮັດ​ສິ່ງໃດ​ກໍຕາມ ຈົ່ງ​ເຮັດ​ສິ່ງ​ນັ້ນ​ຢ່າງ​ເຕັມ​ກຳລັງ ເພາະ​ໃນ​ແດນ​ຂອງ​ຄົນຕາຍ​ນັ້ນ​ຈະ​ບໍ່ມີ​ການກະທຳ, ບໍ່ມີ​ຄວາມຄິດ, ບໍ່ມີ​ຄວາມຮູ້, ບໍ່ມີ​ປັນຍາ​ໃດໆ ແລະ​ໃນ​ບ່ອນນັ້ນແຫລະ​ທີ່​ພວກເຈົ້າ​ຈະ​ໄປ.


ໃນ​ສະໄໝ​ນັ້ນ ກະສັດ​ເຮເຊກີຢາ​ໄດ້​ເຈັບປ່ວຍ​ເກືອບ​ຕາຍ. ຜູ້ທຳນວາຍ​ເອຊາຢາ ລູກຊາຍ​ຂອງ​ອາໂມດ​ໄດ້​ໄປ​ຢ້ຽມຢາມ​ເພິ່ນ ແລະ​ກ່າວ​ຕໍ່​ເພິ່ນ​ວ່າ, “ພຣະເຈົ້າຢາເວ​ບອກ​ທ່ານ​ວ່າ ຈົ່ງ​ຈັດການ​ກັບ​ການບ້ານ​ການເມືອງ​ໃຫ້​ຮຽບຮ້ອຍ ເພາະ​ທ່ານ​ຕ້ອງ​ຕາຍ​ແລະ​ຈະ​ບໍ່​ຫາຍດີ.”


“ຂ້າແດ່​ພຣະເຈົ້າຢາເວ ຈົ່ງ​ລະນຶກເຖິງ​ດ້ວຍວ່າ ຂ້ານ້ອຍ​ໄດ້​ຮັບໃຊ້​ພຣະອົງ​ດ້ວຍ​ຄວາມສັດຊື່ ແລະ​ດ້ວຍ​ຄວາມ​ຈົງຮັກ​ພັກດີ ແລະ​ຂ້ານ້ອຍ​ກໍ​ບຳເພັນ​ຕົນ​ກະທຳ​ແຕ່​ສິ່ງ​ທີ່​ພຣະອົງ​ຕ້ອງການ​ໃຫ້​ຂ້ານ້ອຍ​ກະທຳ.” ແລ້ວ​ເພິ່ນ​ກໍ​ຮ້ອງໄຫ້​ຂຶ້ນ​ຢ່າງ​ຂົມຂື່ນ.


ດັ່ງນັ້ນ ຈົ່ງ​ເຝົ້າ​ລະວັງ​ຕຽມພ້ອມ​ຢູ່ ເພາະ​ເຈົ້າ​ທັງຫລາຍ​ບໍ່​ຮູ້​ວ່າ ເຈົ້າ​ຂອງ​ເຮືອນ​ຈະ​ກັບ​ມາ​ຍາມໃດ ຈະ​ມາ​ຫົວຄໍ່າ ຫລື​ທ່ຽງຄືນ ຫລື​ເວລາ​ໄກ່​ຂັນ ຫລື​ໃນ​ຕອນເຊົ້າ.


ພວກເຈົ້າ​ບໍ່​ຮູ້​ວ່າ ຊີວິດ​ຂອງ​ພວກເຈົ້າ​ຈະ​ເປັນ​ຢ່າງ​ໃດ​ໃນ​ມື້ອື່ນ? ພວກເຈົ້າ​ເປັນ​ດັ່ງ​ໝອກ​ທີ່​ປາກົດ​ຢູ່​ພຽງ​ຊົ່ວຄາວ ແລ້ວ​ກໍ​ຈາງຫາຍ​ໄປ.


ແຕ່​ດາວິດ​ຕອບ​ວ່າ, “ພໍ່​ຂອງເຈົ້າ​ຮູ້ດີ​ວ່າ​ເຈົ້າ​ນິຍົມ​ຊົມຊອບ​ຂ້ອຍ​ຫລາຍ​ເທົ່າ​ໃດ ເພິ່ນ​ຄົງ​ບໍ່​ກ້າ​ບອກ​ແຜນການ​ທີ່​ເພິ່ນ​ຈະ​ເຮັດ​ໃຫ້​ເຈົ້າ​ຮູ້​ນຳ​ດອກ ເພາະ​ເຈົ້າ​ອາດ​ໂສກເສົ້າ​ເສຍໃຈ. ຂ້ອຍ​ຂໍ​ສາບານ​ໂດຍ​ພຣະເຈົ້າຢາເວ​ອົງ​ຊົງ​ຊີວິດ​ຢູ່​ແລະ​ຕໍ່​ເຈົ້າ​ວ່າ ຂ້ອຍ​ເອງ​ຢູ່​ຫ່າງ​ຈາກ​ຄວາມຕາຍ​ແຕ່​ພຽງ​ກ້າວ​ດຽວ​ເທົ່ານັ້ນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka