1 ອີຊາກເຖົ້າແກ່ຫລາຍ ແລະສາຍຕາກໍມືດມົວລົງ. ເພິ່ນເອີ້ນເອຊາວລູກຊາຍກົກມາ ແລະເວົ້າວ່າ, “ລູກເອີຍ” ລາວຕອບວ່າ, “ໂດຍ ລູກກຳລັງຟັງຢູ່.”
ຢາໂຄບຈຶ່ງຕອບວ່າ, “ສາບານກ່ອນແມວ່າ ເຈົ້າຈະມອບສິດອ້າຍກົກໃຫ້ຂ້ອຍ.” ເອຊາວຈຶ່ງສາບານ ແລະຂາຍສິດອ້າຍກົກຂອງຕົນໃຫ້ຢາໂຄບ.
ສາຍຕາຂອງຢາໂຄບອ່ອນລົງຫລາຍ ຍ້ອນຄວາມຊະລາແລະບໍ່ເຫັນຮຸ່ງຄັກ. ເມື່ອໂຢເຊັບນຳພວກເຂົາເຂົ້າມາ ເພິ່ນຈຶ່ງກອດແລະຈູບພວກເຂົາ.
ດັ່ງນັ້ນ ຜູ້ເປັນເມຍຈຶ່ງໄປຫາອາຮີຢາທີ່ເມືອງຊີໂລ. ສ່ວນອາຮີຢາກໍເຖົ້າແກ່ຫລາຍຈົນຕາບໍ່ເຫັນຮຸ່ງ.
ແລ້ວແຂນທີ່ປົກປ້ອງເຈົ້າກໍຈະສັ່ນເຊັນ ແລະຂາທີ່ດຽວນີ້ຍັງແຂງແຮງຢູ່ກໍຈະອ່ອນເພຍລົງ. ແຂ້ວທີ່ເຈົ້າໃຊ້ຫຍໍ້າອາຫານກໍຈະຍັງມີໜ້ອຍດຽວ ແລະຕາກໍຈະມົວລົງເຫັນບໍ່ແຈ້ງ.
ພຣະເຢຊູເຈົ້າຊົງຕອບວ່າ, “ບໍ່ແມ່ນຍ້ອນການບາບຂອງລາວ ຫລືບາບກຳຂອງພໍ່ແມ່ລາວ ລາວຕາບອດເພື່ອໃຫ້ພາລະກິດຂອງພຣະເຈົ້າສຳແດງໃນຕົວລາວ.
ເມື່ອໂມເຊຕາຍນັ້ນ ເພິ່ນມີອາຍຸໄດ້ 120 ປີ ທັງຍັງແຂງແຮງດີ ແລະຕາກໍຍັງເຫັນຮຸ່ງຢູ່.
ໃນຄືນໜຶ່ງ ເອລີຜູ້ທີ່ເກືອບບໍ່ເຫັນຮຸ່ງແລ້ວ ພວມນອນຫລັບຢູ່ໃນຫ້ອງສ່ວນຕົວຂອງເພິ່ນ