Biblia Todo Logo
Internet tuqin Biblia

- Anuncios ukanaka -




ປະຖົມມະການ 26:8 - ພຣະຄຳພີສັກສິ

8 ເມື່ອ​ອີຊາກ​ອາໄສ​ຢູ່​ໃນ​ເມືອງ​ນີ້​ຊົ່ວ​ໄລຍະ​ໜຶ່ງ​ແລ້ວ ເຈົ້າ​ອາບີເມເຫຼັກ​ກະສັດ​ຂອງ​ຊາວ​ຟີລິດສະຕິນ​ໄດ້​ຫລຽວ​ລົງ​ມາ​ຈາກ​ປ່ອງຢ້ຽມ ແລະ​ເຫັນ​ອີຊາກ​ກຳລັງ​ກອດ​ນາງ​ເຣເບກາ​ເມຍ​ຂອງຕົນ​ຢູ່.

Uka jalj uñjjattʼäta Copia luraña




ປະຖົມມະການ 26:8
8 Jak'a apnaqawi uñst'ayäwi  

ເມື່ອ​ຜູ້ຊາຍ​ຊາວ​ເມືອງ​ຖາມ​ກ່ຽວກັບ​ເມຍ​ຂອງ​ເພິ່ນ ເພິ່ນ​ກໍ​ຕອບ​ພວກເຂົາ​ວ່າ ນາງ​ເປັນ​ນ້ອງສາວ. ເພິ່ນ​ບໍ່​ກ້າ​ເວົ້າ​ວ່າ​ນາງ​ເປັນ​ເມຍ​ຂອງຕົນ ເພາະ​ຢ້ານ​ພວກ​ຜູ້ຊາຍ​ຊາວ​ເມືອງ​ນີ້​ຂ້າ​ເພິ່ນ ແລະ​ເອົາ​ນາງ​ເຣເບກາ​ຜູ້​ເປັນ​ຍິງ​ສວຍງາມ​ນີ້​ໄປ.


ເຈົ້າ​ອາບີເມເຫຼັກ​ຈຶ່ງ​ເອີ້ນ​ອີຊາກ​ມາ ແລະ​ເວົ້າ​ວ່າ, “ເບິ່ງດູ ນາງ​ເປັນ​ເມຍ​ຂອງ​ເຈົ້າ​ແທ້ ແຕ່​ເປັນຫຍັງ​ເຈົ້າ​ຈຶ່ງ​ເວົ້າ​ວ່າ​ນາງ​ເປັນ​ນ້ອງສາວ?” ອີຊາກ​ຈຶ່ງ​ຕອບ​ວ່າ, “ເພາະ​ຂ້ານ້ອຍ​ຢ້ານ​ຖືກ​ຂ້າ ຖ້າ​ເວົ້າ​ວ່າ​ນາງ​ເປັນ​ເມຍ.”


ວັນໜຶ່ງ ຂ້າພະເຈົ້າ​ໄດ້​ຫລຽວ​ອອກ​ໄປ​ທາງ​ປ່ອງຢ້ຽມ​ເຮືອນ​ຂອງເຮົາ


ຈົ່ງ​ໃຫ້​ຊີວິດ​ຂອງ​ເຈົ້າ​ສະໜຸກ​ຢູ່​ກັບ​ຍິງ​ທີ່​ເຈົ້າ​ຮັກ ເມື່ອໃດ​ທີ່​ເຈົ້າ​ມີ​ຊີວິດ​ອັນ​ອະນິຈັງ​ທີ່​ພຣະເຈົ້າ​ໂຜດ​ໃຫ້​ຢູ່ໃຕ້​ດວງຕາເວັນ. ຈົ່ງ​ສະໜຸກ​ຢູ່​ກັບ​ມື້​ອັນ​ອະນິຈັງ ເພາະ​ລ້ວນແລ້ວແຕ່​ເປັນ​ສິ່ງ​ທີ່​ເຈົ້າ​ໄດ້​ຮັບ ເນື່ອງ​ຈາກ​ຄວາມ​ລຳບາກ​ທັງໝົດ​ຂອງເຈົ້າ​ນັ້ນ.


ຄົນ​ຮັກ​ຂອງຂ້ອຍ​ເປັນ​ດັ່ງ​ກວາງໜຸ່ມ ແລະ​ເຍືອງ​ເຖິກ ຫັ້ນເດ ລາວ​ຢືນ​ຜົກ​ຢູ່​ທາງ​ດ້ານຫລັງ​ກຳແພງ​ພຸ້ນ ລາວ​ແນມໄປ​ທາງ​ປ່ອງຢ້ຽມ​ແລະ​ກວດເບິ່ງ​ທຸກ​ທາງ ຕາມ​ປ່ອງຢ້ຽມ​ຜ່ານ​ຕາໜ່າງ​ຄອຍ​ຜົກ​ຈອບເບິ່ງ.


ດັ່ງ​ຊາຍໜຸ່ມ​ທີ່​ໄດ້​ຍິງ​ບໍຣິສຸດ​ເປັນ​ເມຍ​ຂອງຕົນ ພຣະອົງ​ຜູ້​ຫລໍ່ຫລອມ​ເຈົ້າ​ຈະ​ແຕ່ງງານ​ກັບ​ເຈົ້າ. ເຈົ້າບ່າວ​ຊົມຊື່ນ​ຍິນດີ​ນຳ​ເຈົ້າສາວ​ຂອງຕົນ​ສັນໃດ ພຣະເຈົ້າ​ຂອງເຈົ້າ​ກໍ​ຈະ​ຊົມຊື່ນ​ຍິນດີ​ນຳ​ເຈົ້າ​ສັນນັ້ນ.


ຝ່າຍແມ່​ສີເສຣາ​ນັ້ນ ນາງ​ກໍ​ເຝົ້າເບິ່ງ ທາງ​ປ່ອງຢ້ຽມ​ອອກ​ມາ ຫລຽວ​ຜ່ານ​ຕະໜ່າງ​ດ້ວຍ​ສຽງ​ຮ້ອງໄຫ້​ຄໍ່າຄວນ. ນາງ​ຖາມ​ວ່າ, ‘ເປັນຫຍັງ​ລົດຮົບ​ສີເສຣາ​ກັບ​ມາ​ຊ້າ​ນໍ ເປັນຫຍັງ​ຝູງມ້າ​ຂອງ​ລາວ​ຈຶ່ງ​ກັບ​ມາ​ຊ້າ?’


Jiwasaru arktasipxañani:

Anuncios ukanaka


Anuncios ukanaka