Biblia Todo Logo
Internet tuqin Biblia

- Anuncios ukanaka -




ປະຖົມມະການ 26:7 - ພຣະຄຳພີສັກສິ

7 ເມື່ອ​ຜູ້ຊາຍ​ຊາວ​ເມືອງ​ຖາມ​ກ່ຽວກັບ​ເມຍ​ຂອງ​ເພິ່ນ ເພິ່ນ​ກໍ​ຕອບ​ພວກເຂົາ​ວ່າ ນາງ​ເປັນ​ນ້ອງສາວ. ເພິ່ນ​ບໍ່​ກ້າ​ເວົ້າ​ວ່າ​ນາງ​ເປັນ​ເມຍ​ຂອງຕົນ ເພາະ​ຢ້ານ​ພວກ​ຜູ້ຊາຍ​ຊາວ​ເມືອງ​ນີ້​ຂ້າ​ເພິ່ນ ແລະ​ເອົາ​ນາງ​ເຣເບກາ​ຜູ້​ເປັນ​ຍິງ​ສວຍງາມ​ນີ້​ໄປ.

Uka jalj uñjjattʼäta Copia luraña




ປະຖົມມະການ 26:7
15 Jak'a apnaqawi uñst'ayäwi  

ເມື່ອ​ໃກ້​ຈະ​ຮອດ​ດ່ານ​ເຂົ້າ​ປະເທດ ເພິ່ນ​ຈຶ່ງ​ເວົ້າ​ກັບ​ເມຍ​ຂອງຕົນ​ວ່າ, “ຊາຣາຍ ນ້ອງ​ເປັນ​ຍິງ​ທີ່​ສວຍງາມ.


ດັ່ງນັ້ນ ຈົ່ງ​ບອກ​ພວກເຂົາ​ວ່າ ນ້ອງ​ເປັນ​ນ້ອງສາວ​ຂອງ​ອ້າຍ ແລະ​ຍ້ອນ​ນ້ອງ ພວກເຂົາ​ຈຶ່ງ​ຈະ​ບໍ່​ຂ້າ​ອ້າຍ ແລະ​ທັງ​ຈະ​ປະຕິບັດ​ຕໍ່​ອ້າຍ​ເປັນ​ຢ່າງດີ.”


ຂ້າຣາຊການ​ຊາວ​ເອຢິບ​ບາງຄົນ ຈຶ່ງ​ຍົກ​ຍ້ອງ​ຄວາມງາມ​ຂອງ​ນາງ ຕໍ່​ກະສັດ​ຂອງ​ພວກເຂົາ; ສະນັ້ນ ນາງ​ຈຶ່ງ​ຖືກ​ພາ​ຕົວ​ໄປ​ທີ່​ຣາຊວັງ.


ອັບຣາຮາມ​ຈຶ່ງ​ຕອບ​ວ່າ, “ຂ້ານ້ອຍ​ຄິດ​ວ່າ​ໃນ​ທີ່​ນີ້ ຈະ​ບໍ່ມີ​ໃຜ​ຢຳເກງ​ພຣະເຈົ້າ ແລະ​ພວກເຂົາ​ອາດ​ສັງຫານ​ຂ້ານ້ອຍ​ເສຍ ເພື່ອ​ເອົາ​ເມຍ​ຂອງ​ຂ້ານ້ອຍ​ໄປ.


ເພິ່ນ​ເວົ້າ​ວ່າ​ນາງ​ຊາຣາ​ເມຍ​ຂອງຕົນ​ເປັນ​ນ້ອງສາວ. ດັ່ງນັ້ນ ເຈົ້າ​ອາບີເມເຫຼັກ ກະສັດ​ແຫ່ງ​ເກຣາກ ຈຶ່ງ​ເອົາ​ນາງ​ຊາຣາ​ໄປ.


ອັບຣາຮາມ​ເອງ​ບອກ​ວ່າ​ນາງ​ເປັນ​ນ້ອງສາວ​ຂອງ​ລາວ ແລະ​ນາງ​ຊາຣາ​ເອງ​ກໍ​ເວົ້າ​ຄືກັນ. ຂ້ານ້ອຍ​ເຮັດ​ໄປ​ດ້ວຍ​ຄວາມ​ບໍຣິສຸດ​ໃຈ ແລະ​ບໍ່ໄດ້​ເຮັດ​ຜິດ​ຫຍັງ​ເລີຍ.”


ນາງ​ເປັນ​ສາວ​ບໍຣິສຸດ​ແລະ​ຮູບຮ່າງ​ໜ້າ​ຕາ​ງາມ​ຫລາຍ. ນາງ​ລົງ​ມາ​ທີ່​ນໍ້າສ້າງ​ຕັກ​ນໍ້າ​ຈົນ​ເຕັມ​ໄຫ​ແລະ​ກຳລັງ​ຈະ​ກັບຄືນ​ເມືອ.


ດັ່ງນັ້ນ ອີຊາກ​ຈຶ່ງ​ອາໄສ​ຢູ່​ທີ່​ເມືອງ​ເກຣາກ.


ເມື່ອ​ອີຊາກ​ອາໄສ​ຢູ່​ໃນ​ເມືອງ​ນີ້​ຊົ່ວ​ໄລຍະ​ໜຶ່ງ​ແລ້ວ ເຈົ້າ​ອາບີເມເຫຼັກ​ກະສັດ​ຂອງ​ຊາວ​ຟີລິດສະຕິນ​ໄດ້​ຫລຽວ​ລົງ​ມາ​ຈາກ​ປ່ອງຢ້ຽມ ແລະ​ເຫັນ​ອີຊາກ​ກຳລັງ​ກອດ​ນາງ​ເຣເບກາ​ເມຍ​ຂອງຕົນ​ຢູ່.


ນາງ​ເລອາ​ເປັນ​ຄົນ​ມີ​ແວວ​ຕາ​ສັ້ນ ສ່ວນ​ນາງ​ຣາເຊັນ​ນັ້ນ​ເປັນ​ຄົນ​ໄດ້​ຊັດສ່ວນ​ງາມ​ດີ.


ຜູ້​ທີ່​ກັງວົນ​ນຳ​ຄົນ​ເວົ້າ​ໃຫ້ ກໍ​ເປັນ​ອັນຕະລາຍ, ແຕ່​ຜູ້​ທີ່​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ ກໍ​ມີ​ຄວາມ​ປອດໄພ.


ຢ່າສູ່ຢ້ານ​ຜູ້​ທີ່​ຂ້າ​ໄດ້​ແຕ່​ຮ່າງກາຍ, ແຕ່​ຂ້າ​ຈິດວິນຍານ​ບໍ່ໄດ້, ແຕ່​ຈົ່ງ​ຢ້ານ​ພຣະເຈົ້າ​ຜູ້​ທີ່​ທຳລາຍ​ໄດ້ ທັງ​ຮ່າງກາຍ ແລະ​ຈິດວິນຍານ​ໃນ​ໄຟ​ນະຣົກ.


ຝ່າຍ​ຜົວ ຈົ່ງ​ຮັກ​ເມຍ​ຂອງຕົນ ເໝືອນ​ດັ່ງ​ທີ່​ພຣະຄຣິດ​ຊົງ​ຮັກ​ຄຣິສຕະຈັກ ແລະ​ຊົງ​ສະຫລະ​ຊີວິດ​ຂອງ​ພຣະອົງ​ເພື່ອ​ຄຣິສຕະຈັກ.


ຢ່າ​ເວົ້າ​ຕົວະ​ຕໍ່​ກັນແລະກັນ ດ້ວຍວ່າ ພວກເຈົ້າ​ໄດ້​ຖອດ​ຖິ້ມ​ສະພາບ​ມະນຸດ​ເກົ່າ​ກັບ​ຄວາມ​ປະພຶດ​ແບບ​ເກົ່າ​ນັ້ນ​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka