Biblia Todo Logo
Internet tuqin Biblia

- Anuncios ukanaka -




ປະຖົມມະການ 26:5 - ພຣະຄຳພີສັກສິ

5 ເຮົາ​ຈະ​ອວຍພອນ​ເຈົ້າ ເພາະ​ອັບຣາຮາມ​ເຊື່ອຟັງ​ເຮົາ ໂດຍ​ໄດ້​ປະຕິບັດ​ຕາມ​ຂໍ້ຄຳສັ່ງ​ຂອງເຮົາ.”

Uka jalj uñjjattʼäta Copia luraña




ປະຖົມມະການ 26:5
14 Jak'a apnaqawi uñst'ayäwi  

ເມື່ອ​ອັບຣາມ​ອາຍຸ​ໄດ້ 75 ປີ ເພິ່ນ​ກໍ​ອອກ​ໜີ​ຈາກ​ເມືອງ​ຮາຣານ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ບອກ ແລະ​ໂລດ​ກໍໄດ້​ໄປ​ນຳ​ດ້ວຍ.


ເພື່ອ​ເຮັດ​ຕາມ​ທີ່​ພຣະເຈົ້າ​ໄດ້​ສັ່ງ​ໄວ້​ໃນ​ມື້​ດຽວກັນ​ນັ້ນ; ອັບຣາຮາມ​ກໍ​ເຮັດ​ພິທີຕັດ​ໃຫ້​ແກ່​ອິດຊະມາເອນ ພ້ອມ​ທັງ​ຄົນ​ຮັບໃຊ້​ທຸກໆ​ຄົນ​ກັບ​ຜູ້​ທີ່​ເກີດ​ໃນ​ເຮືອນ ແລະ​ຜູ້​ທີ່​ໄດ້​ຖືກ​ຊື້​ມາ.


ເຮົາ​ໄດ້​ເລືອກ​ເອົາ​ລາວ ເພື່ອ​ວ່າ​ລາວ​ຈະ​ບອກສອນ​ລູກໆ​ກັບ​ເຊື້ອສາຍ​ຂອງ​ລາວ​ໃຫ້​ເຊື່ອຟັງ​ເຮົາ ທັງ​ປະພຶດ​ສິ່ງ​ທີ່​ຖືກຕ້ອງ​ແລະ​ຊອບທຳ. ເພື່ອ​ພຣະເຈົ້າຢາເວ​ຈະ​ປະທານ​ແກ່​ອັບຣາຮາມ ຕາມ​ສິ່ງທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ກັບ​ລາວ.”


“ເຮົາ​ຂໍ​ສາບານ​ໃນ​ນາມ​ຂອງເຮົາ​ຄື​ພຣະເຈົ້າຢາເວ​ຜູ້​ກຳລັງ​ກ່າວ​ຢູ່​ນີ້​ວ່າ, ເຮົາ​ຈະ​ອວຍພອນ​ເຈົ້າ​ຢ່າງ​ຫລວງຫລາຍ. ເພາະ​ເຈົ້າ​ໄດ້​ເຮັດ​ຕາມ​ສິ່ງ​ທີ່​ເຮົາ​ບອກ ແລະ​ບໍ່ໄດ້​ຫວງ​ລູກຊາຍ​ຄົນ​ດຽວ​ຂອງ​ເຈົ້າ​ໄວ້;


ຊົນຊາດ​ທັງປວງ​ໃນ​ໂລກ​ຈະ​ຂໍຮ້ອງ​ເຮົາ​ໃຫ້​ອວຍພອນ​ພວກເຂົາ ດັ່ງ​ທີ່​ເຮົາ​ໄດ້​ອວຍພອນ​ເຊື້ອສາຍ​ຂອງ​ເຈົ້າ. ເຮົາ​ຈະ​ເຮັດ​ສິ່ງ​ທັງໝົດ​ນີ້ ເພາະ​ເຈົ້າ​ເຊື່ອຟັງ​ຄຳສັ່ງ​ຂອງເຮົາ.”


ດັ່ງນັ້ນ ອີຊາກ​ຈຶ່ງ​ອາໄສ​ຢູ່​ທີ່​ເມືອງ​ເກຣາກ.


ດັ່ງນັ້ນ ຜູ້ໃດ​ປະຕິເສດ​ກົດບັນຍັດ​ຂໍ້​ເລັກນ້ອຍ​ທີ່ສຸດ ແລະ​ທັງ​ສັ່ງສອນ​ຄົນອື່ນ​ໃຫ້​ປະຕິເສດ, ຜູ້ນັ້ນ​ຈະ​ເປັນ​ຜູ້​ນ້ອຍ​ໃນ​ອານາຈັກ​ສະຫວັນ, ແຕ່​ຜູ້ໃດ​ທີ່​ປະຕິບັດ​ຕາມ​ກົດບັນຍັດ ແລະ​ສັ່ງສອນ​ຄົນອື່ນ​ໃຫ້​ປະຕິບັດ​ຕາມ ຜູ້ນັ້ນ​ຈະ​ເປັນ​ຜູ້​ໃຫຍ່​ໃນ​ອານາຈັກ​ສະຫວັນ.


“ດ້ວຍເຫດນັ້ນ ຜູ້ໃດ​ທີ່​ໄດ້ຍິນ​ຖ້ອຍຄຳ​ເຫຼົ່ານີ້​ຂອງເຮົາ​ແລ້ວ​ແລະ​ປະຕິບັດ​ຕາມ ຄົນ​ເຫຼົ່ານັ້ນ​ກໍ​ເປັນ​ເໝືອນ​ຄົນ​ສະຫລາດ​ທີ່​ປຸກ​ເຮືອນ​ຂອງຕົນ​ຢູ່​ເທິງ​ດານ​ຫີນ.


ດັ່ງນີ້ແຫລະ ພີ່ນ້ອງ​ທີ່ຮັກ​ຂອງເຮົາ​ເອີຍ, ເຈົ້າ​ທັງຫລາຍ​ຈົ່ງ​ຕັ້ງໝັ້ນ​ຢູ່ ຢ່າ​ຫວັ່ນໄຫວ ຈົ່ງ​ປະຕິບັດ​ງານ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ໃຫ້​ຄົບ​ບໍຣິບູນ​ທຸກ​ເວລາ ດ້ວຍ​ຮູ້​ວ່າ ໃນ​ອົງພຣະ​ຜູ້​ເປັນເຈົ້າ ການ​ຂອງ​ພວກເຈົ້າ​ນັ້ນ​ຈະ​ບໍ່​ໄຮ້​ປະໂຫຍດ.


ດ້ວຍວ່າ, ໃນ​ພຣະຄຣິດເຈົ້າ​ເຢຊູ ການ​ຮັບ​ພິທີຕັດ​ຫລື​ບໍ່​ຮັບ ກໍ​ບໍ່ມີ​ຜົນ​ຫຍັງ, ແຕ່​ສິ່ງ​ສຳຄັນ​ແມ່ນ​ຄວາມເຊື່ອ​ທີ່​ສະແດງ​ອອກ​ໂດຍ​ທາງ​ຄວາມຮັກ.


ເພາະ​ອັບຣາຮາມ​ມີ​ຄວາມເຊື່ອ​ແບບ​ນີ້ ເມື່ອ​ພຣະເຈົ້າ​ຊົງ​ເອີ້ນ​ໃຫ້​ເພິ່ນ​ອອກ​ເດີນທາງ​ໄປ​ສູ່​ດິນແດນ​ທີ່​ພຣະອົງ​ໄດ້​ຊົງ​ສັນຍາ​ໄວ້​ວ່າ ຈະ​ມອບ​ໃຫ້​ເພິ່ນ ເພິ່ນ​ໄດ້​ເຊື່ອຟັງ ແລະ​ອອກ​ຈາກ​ບ້ານເກີດ​ເມືອງນອນ​ຂອງຕົນ​ໄປ ໂດຍ​ບໍ່​ຮູ້​ເລີຍ​ວ່າ​ຕົນ​ຈະ​ໄປ​ໃສ.


ອັບຣາຮາມ​ບັນພະບຸລຸດ​ຂອງ​ພວກເຮົາ​ຖືກ​ພຣະເຈົ້າ​ຊົງ​ຮັບ​ວ່າ ເປັນ​ຄົນ​ຊອບທຳ​ຕໍ່ໜ້າ​ພຣະອົງ ກໍ​ໂດຍ​ການ​ປະຕິບັດ​ຂອງ​ເພິ່ນ ໃນ​ການ​ຖວາຍ​ອີຊາກ​ລູກຊາຍ​ຂອງ​ເພິ່ນ​ເທິງ​ແທ່ນບູຊາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka