Biblia Todo Logo
Internet tuqin Biblia

- Anuncios ukanaka -




ປະຖົມມະການ 26:4 - ພຣະຄຳພີສັກສິ

4 ເຮົາ​ຈະ​ໃຫ້​ເຈົ້າ​ມີ​ເຊື້ອສາຍ​ຫລວງຫລາຍ ດັ່ງ​ດວງດາວ​ໃນ​ທ້ອງຟ້າ ແລະ​ເຮົາ​ຈະ​ມອບ​ດິນແດນ​ທັງໝົດ​ນີ້​ໃຫ້​ເຊື້ອສາຍ​ຂອງ​ເຈົ້າ. ຊົນຊາດ​ທັງປວງ​ຈະ​ໄດ້​ຮັບ​ພຣະພອນ​ຜ່ານ​ທາງ​ເຊື້ອສາຍ​ຂອງ​ເຈົ້າ.

Uka jalj uñjjattʼäta Copia luraña




ປະຖົມມະການ 26:4
22 Jak'a apnaqawi uñst'ayäwi  

ເຮົາ​ຈະ​ໃຫ້​ເຈົ້າ​ມີ​ເຊື້ອສາຍ​ຫລວງຫລາຍ ເໝືອນ​ດັ່ງ​ຂີ້ຝຸ່ນ​ດິນ​ຈົນ​ນັບ​ບໍ່​ຖ້ວນ


ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ຕັ້ງ​ພັນທະສັນຍາ​ກັບ​ອັບຣາມ ໂດຍ​ກ່າວ​ວ່າ, “ເຮົາ​ສັນຍາ​ວ່າ ຈະ​ມອບ​ດິນແດນ​ທັງໝົດ​ນີ້​ໃຫ້​ແກ່​ເຊື້ອສາຍ​ຂອງ​ເຈົ້າ ຄື​ດິນແດນ​ຕັ້ງແຕ່​ເຂດແດນ​ຂອງ​ເອຢິບ ຈົນ​ໄປ​ເຖິງ​ແມ່ນໍ້າ​ໃຫຍ່​ເອີຟຣັດ


ພຣະອົງ​ພາ​ເພິ່ນ​ຍ່າງ​ອອກ​ໄປ​ຂ້າງ​ນອກ ແລະ​ບອກ​ວ່າ, “ຈົ່ງ​ນັບ​ດວງດາວ​ໃນ​ທ້ອງຟ້າ​ທີ່​ເຈົ້າ​ເຫັນ​ເບິ່ງດູ ເຈົ້າ​ຈະ​ມີ​ເຊື້ອສາຍ​ຫລວງຫລາຍ​ເໝືອນ​ດັ່ງ​ດວງດາວ​ເຫຼົ່ານັ້ນ.”


ບັນດາ​ເຊື້ອສາຍ​ຂອງ​ລາວ​ຈະ​ກາຍເປັນ​ຊົນຊາດ​ທີ່​ຍິ່ງໃຫຍ່​ທັງ​ມີ​ອຳນາດ ແລະ​ໂດຍ​ຜ່ານ​ທາງ​ລາວ ເຮົາ​ຈະ​ອວຍພອນ​ຊົນຊາດ​ທັງປວງ.


ໃນ​ຄືນ​ນັ້ນ ພຣະເຈົ້າຢາເວ​ປາກົດ​ແກ່​ເພິ່ນ ແລະ​ກ່າວ​ວ່າ, “ເຮົາ​ເປັນ​ພຣະເຈົ້າ​ຂອງ​ອັບຣາຮາມ​ພໍ່​ຂອງ​ເຈົ້າ; ຢ່າສູ່ຢ້ານ​ເລີຍ ເພາະ​ເຮົາ​ຢູ່​ກັບ​ເຈົ້າ. ແລະ​ອວຍພອນ​ໃຫ້​ເຈົ້າ​ມີ​ເຊື້ອສາຍ​ຫລວງຫລາຍ; ເຮົາ​ໄດ້​ສັນຍາ​ໄວ້​ກັບ​ອັບຣາຮາມ​ຜູ້ຮັບໃຊ້​ຂອງເຮົາ.”


ເຊື້ອສາຍ​ຂອງ​ເຈົ້າ​ນັ້ນ​ຈະ​ມີ​ຫລວງຫລາຍ​ດັ່ງ​ຂີ້ຝຸ່ນ​ດິນ. ພວກເຂົາ​ຈະ​ແຜ່ຜາຍ​ຂະຫຍາຍ​ເຂດ​ໄປ​ທົ່ວ​ທຸກ​ທິດ ແລະ​ໂດຍ​ຜ່ານ​ທາງ​ເຈົ້າ ແລະ​ເຊື້ອສາຍ​ຂອງ​ເຈົ້າ ເຮົາ​ຈະ​ອວຍພອນ​ບັນດາ​ຊົນຊາດ​ທັງປວງ.


ຂໍ​ໃຫ້​ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ໂຜດ​ອວຍພອນ​ການ​ແຕ່ງງານ​ຂອງ​ເຈົ້າ ແລະ​ໃຫ້​ເຈົ້າ​ມີ​ລູກ​ຢ່າງ​ຫລວງຫລາຍ ເພື່ອ​ເຈົ້າ​ຈະ​ໄດ້​ເປັນ​ບັນພະບຸລຸດ​ຂອງ​ຫລາຍ​ຊົນຊາດ


ເຮົາ​ຈະ​ມອບ​ດິນແດນ​ທີ່​ເຮົາ​ໄດ້​ມອບ​ໃຫ້​ອັບຣາຮາມ​ແລະ​ອີຊາກ​ນັ້ນ ໃຫ້​ແກ່​ເຈົ້າ​ແລະ​ເຊື້ອສາຍ​ຂອງ​ເຈົ້າ​ສືບຕໍ່​ກັນ​ໄປ.”


ຊາວ​ອິດສະຣາເອນ​ທີ່​ອາໄສ​ໃນ​ປະເທດ​ເອຢິບ​ຢູ່​ໃນ​ເຂດ​ໂກເຊັນ ໄດ້​ຮັ່ງມີ​ເປັນ​ດີ​ຂຶ້ນ​ພ້ອມ​ທັງ​ມີ​ລູກຫລານ​ຢ່າງ​ຫລວງຫລາຍ.


ກະສັດ​ບໍ່ໄດ້​ຈົດ​ຊື່​ປະຊາຊົນ​ຜູ້​ມີ​ອາຍຸ​ຕໍ່າກວ່າ​ຊາວ​ປີ​ລົງ​ໄປ ເພາະ​ພຣະເຈົ້າຢາເວ​ໄດ້​ສັນຍາ​ວ່າ​ຈະ​ໃຫ້​ປະຊາຊົນ​ອິດສະຣາເອນ ມີ​ຈຳນວນ​ຫລວງຫລາຍ​ດັ່ງ​ດວງດາວ​ໃນ​ຟ້າ​ສະຫວັນ.


ຂໍ​ໃຫ້​ນາມ​ກະສັດ​ນັ້ນ​ຢ່າ​ເປັນ​ທີ່​ລືມໄລ​ໄປ ຂໍ​ໃຫ້​ຊື່ສຽງ​ເພິ່ນ​ຍືນຍົງ​ດັ່ງ​ດວງອາທິດ ຂໍ​ໃຫ້​ທຸກ​ຊົນຊາດ​ຂໍ​ພຣະເຈົ້າ​ອວຍພອນ​ພວກຕົນ ເໝືອນ​ດັ່ງ​ທີ່​ພຣະອົງ​ໄດ້​ອວຍພອນ​ແກ່​ກະສັດ​ນັ້ນ.


ຂໍ​ໃຫ້​ລະນຶກເຖິງ​ພວກ​ຜູ້ຮັບໃຊ້​ຂອງ​ພຣະອົງ​ເຊັ່ນ: ອັບຣາຮາມ, ອີຊາກ ແລະ​ຢາໂຄບ. ໂຜດ​ລະນຶກເຖິງ​ພັນທະສັນຍາ​ອັນ​ໜັກແໜ້ນ ທີ່​ພຣະອົງ​ໄດ້​ຕັ້ງ​ໄວ້​ກັບ​ພວກເຂົາ​ວ່າ ພຣະອົງ​ຈະ​ໃຫ້​ພວກເຂົາ​ມີ​ເຊື້ອສາຍ​ຢ່າງ​ຫລວງຫລາຍ ດັ່ງ​ດວງດາວ​ໃນ​ທ້ອງຟ້າ ແລະ​ຈະ​ໃຫ້​ພວກເຂົາ​ໄດ້​ດິນແດນ​ທັງໝົດ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ນັ້ນ ເປັນ​ກຳມະສິດ​ຂອງ​ພວກເຂົາ​ຕະຫລອດໄປ.”


ເຮົາ​ຍັງ​ໄດ້​ຕັ້ງ​ພັນທະສັນຍາ​ໄວ້​ກັບ​ພວກເຂົາ​ໂດຍ​ສັນຍາ​ວ່າ ຈະ​ຍົກ​ດິນແດນ​ການາອານ​ໃຫ້​ແກ່​ພວກເຂົາ ຄື​ດິນແດນ​ທີ່​ພວກເຂົາ​ອາໄສ​ຢູ່​ໃນ​ຖານະ​ເປັນ​ຊາວ​ຕ່າງດ້າວ​ນັ້ນ.


ທ່ານ​ທັງຫລາຍ​ເປັນ​ລູກຫລານ​ຂອງ​ຜູ້ທຳນວາຍ ແລະ​ຂອງ​ພັນທະສັນຍາ​ທີ່​ພຣະເຈົ້າ​ໄດ້​ຊົງ​ສັນຍາ​ໄວ້ ແກ່​ບັນພະບຸລຸດ​ຂອງ​ພວກທ່ານ ຄື​ໄດ້​ກ່າວ​ກັບ​ອັບຣາຮາມ​ວ່າ, ‘ຄອບຄົວ​ທັງໝົດ​ທົ່ວ​ແຜ່ນດິນ​ໂລກ​ຈະ​ໄດ້​ຮັບ​ພຣະພອນ ເພາະ​ເຊື້ອສາຍ​ຂອງ​ເຈົ້າ.’


ບັນດາ​ພຣະສັນຍາ​ທີ່​ພຣະເຈົ້າ​ກ່າວ​ແກ່​ອັບຣາຮາມ ແລະ​ເຊື້ອສາຍ​ຂອງ​ເພິ່ນ​ນັ້ນ ບໍ່ໄດ້​ກ່າວ​ວ່າ, “ແກ່​ເຊື້ອສາຍ​ທັງຫລາຍ,” ແຕ່​ຊົງ​ກ່າວ​ວ່າ, “ແກ່​ເຊື້ອສາຍ​ຂອງທ່ານ.” ໝາຍເຖິງ​ຄົນ​ດຽວ ຄື​ພຣະຄຣິດ.


ພຣະຄຳພີ​ໄດ້​ບອກ​ໃຫ້​ຮູ້​ລ່ວງໜ້າ​ວ່າ, ພຣະເຈົ້າ​ຈະ​ເຮັດ​ໃຫ້​ຄົນຕ່າງຊາດ​ເປັນ​ຜູ້​ຊອບທຳ ຕໍ່ໜ້າ​ພຣະອົງ​ໂດຍ​ທາງ​ຄວາມເຊື່ອ. ຈຶ່ງ​ໄດ້​ປະກາດ​ຂ່າວປະເສີດ​ແຈ້ງ​ແກ່​ອັບຣາຮາມ​ກ່ອນ​ວ່າ, “ໂດຍ​ທາງ​ເຈົ້າ ພຣະເຈົ້າ​ຈະ​ອວຍພອນ​ຊົນຊາດ​ທັງຫລາຍ.”


ຢ່າ​ເອົາ​ສິ່ງຂອງ​ໃດໆ​ທີ່​ຈະ​ຕ້ອງ​ສາບແຊ່ງ​ແລະ​ທຳລາຍ​ຖິ້ມ​ນັ້ນ​ມາ​ເປັນ​ຂອງຕົນ ແລ້ວ​ພຣະເຈົ້າຢາເວ​ກໍ​ຈະ​ເຊົາ​ໂກດຮ້າຍ ແລະ​ຫັນ​ມາ​ເມດຕາ​ພວກເຈົ້າ. ພຣະອົງ​ຈະ​ເມດຕາ​ພວກເຈົ້າ ແລະ​ຈະ​ໃຫ້​ພວກເຈົ້າ​ມີ​ປະຊາຊົນ​ເພີ່ມພູນ​ຂຶ້ນ ເປັນ​ຈຳນວນ​ຫລວງຫລາຍ​ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ກັບ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ


ບໍ່ແມ່ນ​ເພາະ​ພວກເຈົ້າ​ເປັນ​ຄົນ​ຊອບທຳ​ແລະ​ເຮັດ​ຖືກຕ້ອງ ທີ່​ກຳລັງ​ຈະ​ເຂົ້າ​ໄປ​ໃນ​ດິນແດນ​ຂອງ​ພວກເຂົາ. ແຕ່​ເພາະ​ພວກເຂົາ​ຊົ່ວຮ້າຍ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈຶ່ງ​ຈະ​ຂັບໄລ່​ພວກເຂົາ​ອອກ​ໄປ​ຕໍ່ໜ້າ​ພວກເຈົ້າ, ແລະ​ເພື່ອ​ຢາກ​ຮັກສາ​ພັນທະສັນຍາ ທີ່​ພຣະເຈົ້າຢາເວ​ໄດ້​ເຮັດ​ໄວ້​ກັບ​ປູ່ຍ່າ​ຕາຍາຍ​ຂອງ​ພວກເຈົ້າ​ຄື: ອັບຣາຮາມ, ອີຊາກ ແລະ​ຢາໂຄບ.


ເພາະ​ໂດຍ​ຄວາມເຊື່ອ​ແບບ​ນີ້​ເອງ ທີ່​ຄົນ​ໃນ​ສະໄໝ​ບູຮານ​ໄດ້​ຮັບ​ຄຳ​ເຫັນຊອບ​ຈາກ​ພຣະເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka