Biblia Todo Logo
Internet tuqin Biblia

- Anuncios ukanaka -




ປະຖົມມະການ 26:2 - ພຣະຄຳພີສັກສິ

2 ພຣະເຈົ້າຢາເວ​ໄດ້​ປາກົດ​ແກ່​ອີຊາກ ແລະ​ບອກ​ເພິ່ນ​ວ່າ, “ຢ່າ​ໄປ​ປະເທດ​ເອຢິບ; ຈົ່ງ​ຢູ່​ໃນ​ດິນແດນ​ນີ້​ຊຶ່ງ​ເປັນ​ບ່ອນ​ທີ່​ເຮົາ​ບອກ​ເຈົ້າ​ຢູ່.

Uka jalj uñjjattʼäta Copia luraña




ປະຖົມມະການ 26:2
11 Jak'a apnaqawi uñst'ayäwi  

ພຣະເຈົ້າຢາເວ​ໄດ້​ບອກ​ອັບຣາມ​ວ່າ, “ຈົ່ງ​ອອກ​ໜີ​ຈາກ​ປະເທດ, ຍາດຕິພີ່ນ້ອງ ແລະ​ບ້ານເກີດ​ເມືອງນອນ​ຂອງ​ເຈົ້າ ແລະ​ໄປ​ສູ່​ດິນແດນ​ທີ່​ເຮົາ​ຈະ​ຊີ້​ແຈງ​ໃຫ້​ເຈົ້າ​ເຫັນ.


ພຣະເຈົ້າຢາເວ​ໄດ້​ປາກົດ​ແກ່​ອັບຣາມ ແລະ​ບອກ​ເພິ່ນ​ວ່າ, “ນີ້​ແມ່ນ​ດິນແດນ ທີ່​ເຮົາ​ຈະ​ມອບ​ໃຫ້​ແກ່​ເຊື້ອສາຍ​ຂອງ​ເຈົ້າ.” ແລ້ວ​ຢູ່​ໃນ​ບ່ອນ​ນີ້ ອັບຣາມ​ໄດ້​ກໍ່ສ້າງ​ແທ່ນບູຊາ​ແທ່ນ​ໜຶ່ງ ຖວາຍ​ແກ່​ພຣະເຈົ້າຢາເວ​ອົງ​ທີ່​ໄດ້​ປາກົດ​ແກ່​ຕົນ.


ເມື່ອ​ອັບຣາມ​ອາຍຸ​ໄດ້ 99 ປີ; ພຣະເຈົ້າຢາເວ​ໄດ້​ປາກົດ​ແກ່​ເພິ່ນ ແລະ​ກ່າວ​ວ່າ, “ເຮົາ​ເປັນ​ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່. ຈົ່ງ​ເຊື່ອຟັງ​ເຮົາ ແລະ​ປະພຶດ​ແຕ່​ສິ່ງ​ທີ່​ຊອບທຳ.


ແຕ່​ພຣະເຈົ້າ​ໄດ້ກ່າວ​ວ່າ, “ບໍ່, ແມ່ນ​ຊາຣາ​ເມຍ​ຂອງ​ເຈົ້າ​ເອງ ທີ່​ຈະ​ເກີດ​ລູກຊາຍ​ໃຫ້​ເຈົ້າ ແລະ​ຈົ່ງ​ໃສ່​ຊື່​ເດັກ​ນັ້ນ​ວ່າ ອີຊາກ. ເຮົາ​ຈະ​ຮັກສາ​ພັນທະສັນຍາ​ຂອງເຮົາ​ໄວ້​ກັບ​ລາວ ແລະ​ກັບ​ເຊື້ອສາຍ​ຂອງ​ລາວ​ຕະຫລອດໄປ. ມັນ​ເປັນ​ພັນທະສັນຍາ​ອັນ​ຕະຫລອດໄປ.


ພຣະເຈົ້າຢາເວ​ໄດ້​ປາກົດ​ແກ່​ອັບຣາຮາມ​ທີ່​ຕົ້ນໄມ້​ສັກສິດ​ຂອງ​ມຳເຣ ໃນ​ຂະນະທີ່​ເພິ່ນ​ກຳລັງ​ນັ່ງ​ຢູ່​ທີ່​ປະຕູ​ເຕັນ​ເວລາ​ແດດ​ກ້າ


ໃນ​ຄືນ​ນັ້ນ ພຣະເຈົ້າຢາເວ​ປາກົດ​ແກ່​ເພິ່ນ ແລະ​ກ່າວ​ວ່າ, “ເຮົາ​ເປັນ​ພຣະເຈົ້າ​ຂອງ​ອັບຣາຮາມ​ພໍ່​ຂອງ​ເຈົ້າ; ຢ່າສູ່ຢ້ານ​ເລີຍ ເພາະ​ເຮົາ​ຢູ່​ກັບ​ເຈົ້າ. ແລະ​ອວຍພອນ​ໃຫ້​ເຈົ້າ​ມີ​ເຊື້ອສາຍ​ຫລວງຫລາຍ; ເຮົາ​ໄດ້​ສັນຍາ​ໄວ້​ກັບ​ອັບຣາຮາມ​ຜູ້ຮັບໃຊ້​ຂອງເຮົາ.”


ຜູ້​ທີ່​ຢຳເກງ​ພຣະເຈົ້າຢາເວ​ກໍ​ຈະ​ໄດ້​ຮໍ່າຮຽນ​ຈາກ​ພຣະອົງ ໃຫ້​ຮູ້​ທາງ​ທີ່​ພວກຕົນ​ຈະ​ປະພຶດ.


ຈົ່ງ​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ​ແລະ​ເຮັດ​ດີ ຈົ່ງ​ອາໄສ​ຢູ່​ໃນ​ດິນແດນ​ຢ່າງ​ປອດໄພ​ເຖີດ.


ພຣະເຈົ້າ​ໄດ້ຍິນ​ສຽງ​ຮ້ອງໄຫ້​ຄວນຄາງ​ຂອງ​ພວກເຂົາ ແລະ​ລະນຶກເຖິງ​ພັນທະສັນຍາ ທີ່​ພຣະອົງ​ໄດ້​ໃຫ້​ໄວ້​ກັບ​ອັບຣາຮາມ, ອີຊາກ ແລະ​ຢາໂຄບ.


ເຮົາ​ກໍ​ຈະ​ລະນຶກເຖິງ​ພັນທະສັນຍາ​ຂອງເຮົາ ທີ່​ໄດ້​ມີ​ໄວ້​ກັບ​ຢາໂຄບ, ອີຊາກ ແລະ​ອັບຣາຮາມ ແລະ​ເຮົາ​ຈະ​ຮື້ຟື້ນ​ພັນທະສັນຍາ​ຂອງເຮົາ​ໃໝ່ ເພື່ອ​ມອບ​ດິນແດນ​ໃຫ້​ປະຊາຊົນ​ຂອງເຮົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka