13 ອີຊາກຈະເລີນຮຸ່ງເຮືອງຂຶ້ນແລະກາຍເປັນຄົນຮັ່ງມີ.
ອັບຣາມເປັນຄົນຮັ່ງມີ; ເພິ່ນມີຝູງແກະ, ຝູງແບ້ ແລະຝູງງົວ ພ້ອມທັງເງິນຄຳຢ່າງຫລວງຫລາຍ.
ພຣະເຈົ້າຢາເວໄດ້ອວຍພອນນາຍຂອງຂ້ອຍຢ່າງຫລວງຫລາຍ. ສະນັ້ນ ເພິ່ນຈຶ່ງກາຍເປັນຄົນຮັ່ງມີ. ພຣະອົງໂຜດໃຫ້ເພິ່ນມີຝູງແກະ, ຝູງແບ້, ຝູງງົວ, ຝູງລໍ ແລະຝູງອູດ ທັງມີເງິນຄຳແລະຄົນຮັບໃຊ້ຊາຍຍິງຢ່າງຫຼວງຫລາຍ.
ຢາໂຄບກາຍເປັນຄົນຮັ່ງມີໄດ້ໂດຍວິທີນີ້. ລາວມີແກະຫລາຍຝູງ, ມີອູດ, ມີລໍ, ຕະຫລອດທັງຄົນຮັບໃຊ້ຊາຍຍິງຫລາຍຄົນ.
ຄອບຄົວຂອງຄົນນີ້ຈະຮັ່ງມີເປັນດີ ແລະຈະຈະເລີນຮຸ່ງເຮືອງເລື້ອຍໆ.
ພຣະພອນຂອງພຣະເຈົ້າຢາເວເຮັດໃຫ້ມະນຸດຮັ່ງມີ ແລະພຣະອົງບໍ່ໃຫ້ຄວາມໂສກເສົ້າເພາະເຈົ້າເປັນຄົນຮັ່ງມີ.