12 ອີຊາກເຮັດນາໃນປະເທດນີ້ ແລະໃນປີນັ້ນເອງ ເພິ່ນເກັບກ່ຽວເຂົ້າໄດ້ຮ້ອຍເທົ່າໃນຈຳນວນເຂົ້າທີ່ເພາະປູກ ເພາະພຣະເຈົ້າຢາເວອວຍພອນເພິ່ນ.
ມາບັດນີ້ ອັບຣາຮາມກໍເຖົ້າແກ່ແລະມີອາຍຸສູງຫລາຍແລ້ວ; ແລະພຣະເຈົ້າຢາເວໄດ້ອວຍພອນວຽກງານທຸກຢ່າງທີ່ເພິ່ນໄດ້ເຮັດ.
ພຣະເຈົ້າຢາເວໄດ້ອວຍພອນນາຍຂອງຂ້ອຍຢ່າງຫລວງຫລາຍ. ສະນັ້ນ ເພິ່ນຈຶ່ງກາຍເປັນຄົນຮັ່ງມີ. ພຣະອົງໂຜດໃຫ້ເພິ່ນມີຝູງແກະ, ຝູງແບ້, ຝູງງົວ, ຝູງລໍ ແລະຝູງອູດ ທັງມີເງິນຄຳແລະຄົນຮັບໃຊ້ຊາຍຍິງຢ່າງຫຼວງຫລາຍ.
ຫລັງຈາກອັບຣາຮາມໄດ້ຕາຍໄປແລ້ວ ພຣະເຈົ້າໄດ້ອວຍພອນອີຊາກລູກຊາຍຂອງເພິ່ນ ຜູ້ທີ່ອາໄສຢູ່ໃກ້ “ນໍ້າສ້າງຂອງພຣະເຈົ້າຜູ້ເຫັນຂ້ອຍ.”
ພວກເຮົາປະສົງຢາກໃຫ້ເຈົ້າສັນຍາວ່າຈະບໍ່ທຳຮ້າຍພວກເຮົາ ດັ່ງທີ່ພວກເຮົາບໍ່ໄດ້ທຳຮ້າຍເຈົ້າ. ພວກເຮົາເມດຕາເຈົ້າໂດຍໃຫ້ເດີນທາງອອກໜີມາຢ່າງສະຫງົບສຸກ. ມາບັດນີ້ ເປັນການຈະແຈ້ງແລ້ວວ່າ ແມ່ນພຣະເຈົ້າຢາເວທີ່ອວຍພອນເຈົ້າ.”
ໃນທີ່ນີ້ ເຮົາຈະຢູ່ນຳເຈົ້າແລະອວຍພອນເຈົ້າ. ເຮົາຈະມອບດິນແດນທັງໝົດນີ້ໃຫ້ແກ່ເຈົ້າກັບເຊື້ອສາຍຂອງເຈົ້າ. ເຮົາຈະເຮັດໃຫ້ຄຳສາບານ ຊຶ່ງເຮົາໄດ້ປະຕິຍານໄວ້ກັບອັບຣາຮາມ ພໍ່ຂອງເຈົ້າສຳເລັດ.
ກ່ອນຫລານມາ ລູງມີສັດແຕ່ໜ້ອຍດຽວ. ແຕ່ມາບັດນີ້ ລູງມີຝູງສັດຈຳນວນຫລວງຫລາຍ ແລະພຣະເຈົ້າຢາເວໄດ້ອວຍພອນລູງກໍເພາະຫລານ. ບັດນີ້ ເຖິງເວລາແລ້ວທີ່ຫລານຈະມີຝູງສັດເປັນຂອງຕົນເອງ.”
ພຣະເຈົ້າຢາເວໄດ້ອວຍພອນຊີວິດບັ້ນປາຍຂອງໂຢບ ຫລາຍກວ່າພຣະອົງໄດ້ອວຍພອນຊີວິດບັ້ນຕົ້ນຂອງເພິ່ນ. ໂຢບມີແກະສິບສີ່ພັນໂຕ, ອູດຫົກພັນໂຕ, ງົວສອງພັນໂຕ ແລະລໍໜຶ່ງພັນໂຕ.
ທີ່ດິນເກີດຜົນລະປູກໃຫ້ໄດ້ເກັບກ່ຽວ, ພຣະເຈົ້າ, ພຣະເຈົ້າຂອງພວກເຮົາໄດ້ອວຍພຣະພອນແກ່ພວກເຮົາ.
ຂໍໃຫ້ດິນແດນນັ້ນເຕັມໄປດ້ວຍເຂົ້າ ຂໍໃຫ້ເນີນພູທັງຫຼາຍນັ້ນເຕັມໄປດ້ວຍຜົນລະປູກ ເກີດໝາກຜົນຫຼວງຫຼາຍເໝືອນດັ່ງມີຢູ່ ທີ່ເນີນພູເລບານອນແລະໃຫ້ເມືອງຕ່າງໆ ເຕັມໄປດ້ວຍປະຊາຊົນເໝືອນດັ່ງທົ່ງນາທີ່ເຕັມໄປດ້ວຍຫຍ້າ.
ພຣະພອນຂອງພຣະເຈົ້າຢາເວເຮັດໃຫ້ມະນຸດຮັ່ງມີ ແລະພຣະອົງບໍ່ໃຫ້ຄວາມໂສກເສົ້າເພາະເຈົ້າເປັນຄົນຮັ່ງມີ.
ຈົ່ງປູກຝັງໃນຕອນເຊົ້າແລະໃນຕອນແລງດ້ວຍ. ເຈົ້າບໍ່ຮູ້ດອກວ່າມັນຈະງອກງາມໝົດ ຫລືຕົ້ນໜຶ່ງຈະດີກວ່າຕົ້ນອື່ນອີກ.
ພວກເຂົາຈະປູກພືດພັນຂອງຕົນຢ່າງສະຫງົບສຸກ. ຕົ້ນອະງຸ່ນຂອງພວກເຂົາຈະເກີດໝາກຫລາຍ ແຜ່ນດິນຈະຜະລິດຜົນລະປູກໄດ້ດີ ແລະຝົນກໍຈະຕົກລົງມາຢ່າງບໍຣິບູນ. ເຮົາຈະໃຫ້ພຣະພອນທັງໝົດເຫຼົ່ານີ້ແກ່ປະຊາຊົນ ທີ່ລອດຊີວິດຢູ່ໃນຊາດຂອງເຮົານັ້ນ.
ສ່ວນເມັດທີ່ຕົກໃສ່ດິນດີ ຄືຄົນທີ່ໄດ້ຍິນພຣະທຳ ແລະເຂົ້າໃຈພຣະທຳນັ້ນ, ຜູ້ນັ້ນຈຶ່ງເກີດຜົນໄດ້ຮ້ອຍຕໍ່, ຫົກສິບຕໍ່ ແລະສາມສິບຕໍ່.”
ແຕ່ບາງເມັດຕົກໃສ່ດິນດີພືດຈຶ່ງເກີດຜົນ: ເມັດໜຶ່ງໄດ້ຮ້ອຍຕໍ່, ເມັດໜຶ່ງໄດ້ຫົກສິບຕໍ່ ແລະເມັດໜຶ່ງໄດ້ສາມສິບຕໍ່.
ແຕ່ບາງເມັດຕົກໃສ່ດິນດີ, ພືດກໍງອກງາມແລະຈະເລີນຂຶ້ນ ຈຶ່ງເກີດຜົນ: ສາມສິບຕໍ່, ຫົກສິບຕໍ່ ແລະຮ້ອຍຕໍ່.”
ເຮົາເປັນຜູ້ປູກ, ອາໂປໂລເປັນຜູ້ຫົດນໍ້າ, ແຕ່ແມ່ນພຣະເຈົ້າທີ່ເປັນຜູ້ເຮັດໃຫ້ໃຫຍ່ຂຶ້ນ.