11 ດັ່ງນັ້ນ ເຈົ້າອາບີເມເຫຼັກຈຶ່ງອອກຄຳສັ່ງເຕືອນປະຊາຊົນໃນເມືອງນັ້ນວ່າ, “ຖ້າຜູ້ໃດຜູ້ໜຶ່ງຂົ່ມເຫັງຊາຍຜູ້ນີ້ແລະເມຍຂອງລາວ ຈະໄດ້ຮັບໂທດເຖິງຕາຍ.”
ພຣະເຈົ້າຕອບເພິ່ນທາງຄວາມຝັນວ່າ, “ຖືກຕ້ອງ ເຮົາຮູ້ດີວ່າເຈົ້າໄດ້ເຮັດໄປດ້ວຍຄວາມບໍຣິສຸດໃຈ. ສະນັ້ນ ເຮົາຈຶ່ງປ້ອງກັນເຈົ້າໄວ້ບໍ່ໃຫ້ເຮັດຜິດຕໍ່ເຮົາ ແລະບໍ່ໃຫ້ເຈົ້າໄດ້ແຕະຕ້ອງນາງ.
ອີຊາກເຮັດນາໃນປະເທດນີ້ ແລະໃນປີນັ້ນເອງ ເພິ່ນເກັບກ່ຽວເຂົ້າໄດ້ຮ້ອຍເທົ່າໃນຈຳນວນເຂົ້າທີ່ເພາະປູກ ເພາະພຣະເຈົ້າຢາເວອວຍພອນເພິ່ນ.
“ຢ່າທຳຮ້າຍຜູ້ຮັບໃຊ້ທີ່ເຮົາໄດ້ເຈີມໄວ້ ຢ່າແຕະຕ້ອງບັນດາຜູ້ທຳນວາຍຂອງເຮົາ.”
ຜູ້ທີ່ນອນນຳເມຍຂອງຊາຍອື່ນກໍເປັນອັນຕະລາຍ. ດັ່ງນີ້ແຫລະ ຜູ້ໃດກໍຕາມທີ່ເຮັດດັ່ງນີ້ ຈະໄດ້ຮັບໂທດຢ່າງທໍລະມານ.
ຜູ້ໃດຜູ້ໜຶ່ງທີ່ຕົບຕີພວກເຈົ້າ ກໍສໍ່າກັບຕົບຕີແກ້ວຕາຂອງເຮົາ.” ດັ່ງນັ້ນ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ຈຶ່ງໄດ້ໃຊ້ຂ້າພະເຈົ້າພ້ອມນຳຖ້ອຍຄຳນີ້ໄປບອກຊົນຊາດຕ່າງໆ ທີ່ໄດ້ປຸ້ນຈີ້ປະຊາຊົນຂອງພຣະອົງວ່າ,