10 ເຈົ້າອາບີເມເຫຼັກເວົ້າວ່າ, “ເປັນຫຍັງເຈົ້າຈຶ່ງເຮັດກັບເຮົາດັ່ງນີ້? ຄົນຂອງເຮົາບາງຄົນອາດນອນນຳເມຍຂອງເຈົ້າກໍໄດ້ ແລະເຈົ້າຕ້ອງຮັບຜິດຊອບໃນຄວາມຜິດຂອງພວກເຮົາ.”
ເຈົ້າອາບີເມເຫຼັກຈຶ່ງເອີ້ນອີຊາກມາ ແລະເວົ້າວ່າ, “ເບິ່ງດູ ນາງເປັນເມຍຂອງເຈົ້າແທ້ ແຕ່ເປັນຫຍັງເຈົ້າຈຶ່ງເວົ້າວ່ານາງເປັນນ້ອງສາວ?” ອີຊາກຈຶ່ງຕອບວ່າ, “ເພາະຂ້ານ້ອຍຢ້ານຖືກຂ້າ ຖ້າເວົ້າວ່ານາງເປັນເມຍ.”
ແຕ່ບໍ່ທັນຮອດຕອນເຊົ້າຊໍ້າ ຢາໂຄບໄດ້ຮູ້ວ່າຜູ້ທີ່ຕົນແຕ່ງງານນຳນັ້ນແມ່ນເລອາ. ລາວຈຶ່ງເວົ້າຕໍ່ລາບານວ່າ, “ເປັນຫຍັງເຈົ້າຈຶ່ງເຮັດກັບຂ້ອຍແບບນີ້? ຂ້ອຍເຮັດວຽກໃຫ້ເຈົ້າຈົນເຈັດປີ ເພື່ອຈະໄດ້ນາງຣາເຊັນມາເປັນເມຍ, ແຕ່ເປັນຫຍັງເຈົ້າຈຶ່ງສໍ້ໂກງຂ້ອຍ?”