Biblia Todo Logo
Internet tuqin Biblia

- Anuncios ukanaka -




ປະຖົມມະການ 24:5 - ພຣະຄຳພີສັກສິ

5 ແຕ່​ຄົນ​ຮັບໃຊ້​ຖາມ​ວ່າ, “ຈະ​ເຮັດ​ແນວ​ໃດ ເມື່ອ​ຜູ້ຍິງ​ບໍ່​ຍອມ​ຈາກ​ບ້ານ​ມາ​ຢູ່​ນຳ​ເຮົາ​ທີ່​ດິນແດນ​ນີ້? ຈະ​ໃຫ້​ຂ້ານ້ອຍ​ພາ​ລູກຊາຍ​ຂອງທ່ານ​ໄປ​ຢູ່​ພຸ້ນ​ບໍ?”

Uka jalj uñjjattʼäta Copia luraña




ປະຖົມມະການ 24:5
8 Jak'a apnaqawi uñst'ayäwi  

ຂ້ອຍ​ເວົ້າ​ກັບ​ເພິ່ນ​ວ່າ, ‘ຈະ​ເຮັດ​ແນວ​ໃດ​ຖ້າ​ຍິງ​ສາວ​ຄົນ​ນັ້ນ​ບໍ່​ມາ​ນຳ.’


ແຕ່​ຈະໃຫ້​ເຈົ້າ​ກັບ​ໄປ​ທີ່​ບ້ານເກີດ​ເມືອງນອນ​ຂອງຂ້ອຍ ແລະ​ຊອກ​ຫາ​ເມຍ​ໃຫ້​ອີຊາກ​ໃນ​ທ່າມກາງ​ພວກ​ຍາດຕິພີ່ນ້ອງ​ຂອງຂ້ອຍ.”


ດັ່ງນັ້ນ ພວກເຂົາ​ຈຶ່ງ​ເອີ້ນ​ນາງ​ເຣເບກາ​ມາ ແລະ​ຖາມ​ວ່າ “ເຈົ້າ​ຈະ​ໄປ​ກັບ​ເພິ່ນ​ບໍ?” ນາງ​ຕອບ​ວ່າ, “ໂດຍ ລູກ​ຈະ​ໄປ.”


ອັບຣາຮາມ​ຕອບ​ວ່າ, “ບໍ່, ຢ່າ​ພາ​ລູກຊາຍ​ຂອງຂ້ອຍ​ກັບ​ໄປ​ທີ່​ນັ້ນ​ເດັດຂາດ


ຢ່າ​ໃຊ້​ຊື່​ຂອງເຮົາ​ໄປ​ໃນ​ທາງ​ຊົ່ວຮ້າຍ ເພາະ​ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ, ພຣະເຈົ້າຢາເວ​ຈະ​ເອົາ​ໂທດ​ກັບ​ທຸກໆ​ຄົນ​ທີ່​ເຮັດ​ເຊັ່ນນັ້ນ.


ຖ້າ​ເຈົ້າ​ຍັງ​ບໍ່​ຍອມ​ປ່ອຍ​ພວກເຂົາ​ໄປ


ຄົນ​ທີ່​ຢັ່ງ​ຮູ້ ຄິດ​ກ່ອນ​ຈຶ່ງ​ກະທຳ, ແຕ່​ຄົນໂງ່ຈ້າ ເຜີຍແບ​ຄວາມ​ໂງ່ງ່າວ​ຂອງຕົນ​ອອກ​ໃຫ້​ເຫັນ.


ການ​ທີ່​ພວກເຈົ້າ​ຈະ​ສາບານ​ໃນ​ນາມ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງ​ພຣະຊົນຢູ່​ກໍ​ເປັນ​ການ​ຖືກຕ້ອງ​ແລ້ວ ທຸກໆ​ຊົນຊາດ​ກໍ​ຈະ​ຂໍ​ເຮົາ​ອວຍພອນ​ພວກເຂົາ ແລະ​ພວກເຂົາ​ກໍ​ຈະ​ສັນລະເສີນ​ເຮົາ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka