Biblia Todo Logo
Internet tuqin Biblia

- Anuncios ukanaka -




ປະຖົມມະການ 24:3 - ພຣະຄຳພີສັກສິ

3 ຂ້ອຍ​ຢາກ​ໃຫ້​ເຈົ້າ​ສາບານ​ໃນ​ນາມ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ສະຫວັນ​ແລະ​ແຜ່ນດິນ​ໂລກ​ວ່າ, ເຈົ້າ​ຈະ​ບໍ່​ຫາ​ເມຍ​ທີ່​ການາອານ​ນີ້​ໃຫ້​ລູກຊາຍ​ຂອງຂ້ອຍ.

Uka jalj uñjjattʼäta Copia luraña




ປະຖົມມະການ 24:3
49 Jak'a apnaqawi uñst'ayäwi  

ໂດຍ​ກ່າວ​ວ່າ, “ຂໍ​ໃຫ້​ພຣະເຈົ້າ​ອົງ​ຍິ່ງໃຫຍ່​ແລະ​ສູງສຸດ ຜູ້​ສ້າງ​ສະຫວັນ ແລະ​ແຜ່ນດິນ​ໂລກ;


ແຕ່​ອັບຣາມ​ຕອບ​ວ່າ, “ຂ້ານ້ອຍ​ສາບານ​ໄວ້​ຢ່າງ​ເຄັ່ງຄັດ ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ​ພຣະເຈົ້າ​ຜູ້​ສູງສຸດ ພຣະ​ຜູ້​ສ້າງ​ສະຫວັນ​ກັບ​ແຜ່ນດິນ​ໂລກ​ແລ້ວ​ວ່າ,


ສະນັ້ນ ຈົ່ງ​ປະຕິຍານ​ໃນ​ທີ່​ນີ້​ຊ້ອງໜ້າ​ພຣະເຈົ້າ​ວ່າ ເຈົ້າ​ຈະ​ບໍ່​ຫລອກລວງ​ເຮົາ, ລູກຫລານ ຫລື​ເຊື້ອສາຍ​ຂອງເຮົາ. ເຮົາ​ສັດຊື່​ຕໍ່​ເຈົ້າ. ດັ່ງນັ້ນ ຈົ່ງ​ສັນຍາ​ກັບ​ເຮົາ​ວ່າ ເຈົ້າ​ຈະ​ສັດຊື່​ຕໍ່​ເຮົາ​ເໝືອນກັນ​ແລະ​ຕໍ່​ດິນແດນ​ທີ່​ເຈົ້າ​ຢູ່​ນີ້.”


ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ສະຫວັນ ໄດ້​ນຳພາ​ຂ້ອຍ​ໜີ​ຈາກ​ເຮືອນ​ພໍ່ ແລະ​ບ້ານເກີດ​ເມືອງນອນ​ຕະຫລອດ​ທັງ​ຍາດຕິພີ່ນ້ອງ​ຂອງຂ້ອຍ​ມາ​ຢູ່​ໃນ​ດິນ​ຕອນ​ນີ້ ຊຶ່ງ​ພຣະອົງ​ໄດ້​ສັນຍາ​ຢ່າງ​ໜັກແໜ້ນ​ວ່າ​ຈະ​ມອບ​ໃຫ້​ແກ່​ເຊື້ອສາຍ​ຂອງຂ້ອຍ. ພຣະອົງ​ຈະ​ໃຊ້​ເທວະດາ​ຂອງ​ພຣະອົງ​ນຳ​ໜ້າ​ໄປ ເພື່ອ​ເຈົ້າ​ຈະ​ຫາ​ເມຍ​ທີ່​ນັ້ນ ໃຫ້​ລູກຊາຍ​ຂອງຂ້ອຍ​ໄດ້.


ນາງ​ເຣເບກາ​ເວົ້າ​ຕໍ່​ອີຊາກ​ວ່າ, “ຂ້ອຍ​ເບື່ອໜ່າຍ​ທີ່​ເອຊາວ​ເອົາ​ເມຍ​ຄົນຕ່າງຊາດ. ຖ້າ​ຢາໂຄບ​ເອົາ​ສາວ​ຊາວ​ຮິດຕີ​ມາ​ເປັນ​ເມຍ​ອີກ ກໍ​ໃຫ້​ຂ້ອຍ​ຕາຍ​ເສຍ​ດີກວ່າ.”


ອີຊາກ​ໄດ້​ເອີ້ນ​ຢາໂຄບ​ມາ​ເພື່ອ​ອວຍພອນ ແລະ​ສັ່ງ​ວ່າ, “ລູກ​ຢ່າ​ເອົາ​ຍິງສາວ​ຊາວ​ການາອານ​ມາ​ເປັນ​ເມຍ​ເດີ


ລາວ​ເຂົ້າໃຈ​ວ່າ​ອີຊາກ​ພໍ່​ຂອງຕົນ​ບໍ່​ມັກ​ຍິງ​ສາວ​ຊາວ​ການາອານ.


ໃຫ້​ພວກເຮົາ​ມາ​ຕົກລົງ​ກັນ​ວ່າ ຄົນ​ຂອງຂ້ອຍ ແລະ​ຄົນ​ຂອງ​ເຈົ້າ​ແຕ່ງງານ​ກັນ​ໄດ້.


ຢູ່​ໃນ​ທີ່ນັ້ນ ຢູດາ​ໄດ້​ພົບ​ກັບ​ລູກສາວ​ຂອງ​ຊູອາ​ຊາວ​ການາອານ. ລາວ​ຈຶ່ງ​ແຕ່ງງານ​ກັບ​ນາງ


ຢາໂຄບ​ເວົ້າ​ວ່າ, “ຈົ່ງ​ສາບານ​ຕໍ່​ພໍ່​ວ່າ​ລູກ​ຈະ​ເຮັດ​ດັ່ງນັ້ນ.” ໂຢເຊັບ​ໄດ້​ສາບານ. ແລ້ວ​ຢາໂຄບ​ກໍ​ໂມທະນາ​ຂອບພຣະຄຸນ ໂດຍ​ກົ້ມ​ຂາບລົງ​ເທິງ​ທີ່​ຫົວ​ຕຽງນອນ​ຂອງຕົນ.


ແລ້ວ​ໂຢເຊັບ​ກໍ​ໃຫ້​ປະຊາຊົນ​ຂອງຕົນ​ສາບານ​ຕໍ່​ຕົນ​ວ່າ, “ຈົ່ງ​ສາບານ​ຕໍ່​ຂ້ອຍ​ວ່າ ເມື່ອ​ພຣະເຈົ້າ​ໄດ້​ນຳພາ​ພວກເຈົ້າ​ອອກ​ໄປ​ສູ່​ດິນແດນ​ນັ້ນ​ແລ້ວ ພວກເຈົ້າ​ຈະ​ຕ້ອງ​ເອົາ​ຊາກສົບ​ຂອງຂ້ອຍ​ອອກ​ໄປ​ນຳ.”


ລູກຊາຍ​ທັງຫລາຍ​ຂອງ​ພຣະເຈົ້າ ທີ່​ເຫັນ​ວ່າ​ຍິງ​ສາວ​ເຫຼົ່ານີ້​ງາມ​ຫລາຍ. ສະນັ້ນ ຈຶ່ງ​ພາກັນ​ຫາ​ເລືອກ​ເອົາ​ເປັນ​ເມຍ​ຕາມ​ໃຈ​ມັກ.


ໃນ​ສະໄໝ​ນັ້ນ ແລະ​ທັງ​ສະໄໝ​ຕໍ່ມາ ມີ​ຄົນ​ຮູບຮ່າງ​ໃຫຍ່​ທີ່​ເທິງ​ແຜ່ນດິນ​ໂລກ. ຄົນ​ພວກ​ນີ້​ເກີດ​ຈາກ​ຜູ້ຍິງ​ກັບ​ລູກຊາຍ​ທັງຫລາຍ​ຂອງ​ພຣະເຈົ້າ. ພວກເຂົາ​ເປັນ​ຄົນ​ເກັ່ງກ້າ​ສາມາດ​ຫລາຍ ແລະ​ເປັນ​ຄົນ​ທີ່​ມີ​ຊື່ສຽງ​ດີ​ໃນ​ສະໄໝ​ບູຮານ.


ແລະ​ພາວັນນາ​ອະທິຖານ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ​ເອີຍ ພຣະອົງ​ນັ່ງ​ຢູ່​ເທິງ​ບັນລັງ​ຂອງ​ພຣະອົງ​ເໜືອ​ເຄຣຸບ ພຣະອົງ​ເທົ່ານັ້ນ​ເປັນ​ພຣະເຈົ້າ​ທີ່​ປົກຄອງ​ທຸກ​ອານາຈັກ​ທົ່ວໂລກນີ້. ພຣະອົງ​ໄດ້​ສ້າງ​ສະຫວັນ ແລະ​ແຜ່ນດິນ​ໂລກ.


ສັນລະເສີນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ພຣະຜູ້​ສ້າງ​ສະຫວັນ​ແລະ​ແຜ່ນດິນ​ໂລກ ພຣະອົງ​ໄດ້​ໃຫ້​ກະສັດ​ດາວິດ​ມີ​ລູກຊາຍ​ທີ່​ສະຫລຽວ​ສະຫລາດ ເຕັມລົ້ນ​ດ້ວຍ​ຄວາມ​ເຂົ້າໃຈ​ແລະ​ຄວາມ​ສາມາດ ຊຶ່ງ​ບັດນີ້​ເປັນ​ຜູ້​ວາງແຜນ​ສ້າງ​ພຣະວິຫານ​ສຳລັບ​ພຣະເຈົ້າຢາເວ ແລະ​ທັງ​ສ້າງ​ວັງ​ສຳລັບ​ຕົນເອງ.


ພວກເຂົາ​ຈຶ່ງ​ຕອບ​ວ່າ, ‘ພວກ​ຂ້ານ້ອຍ​ເປັນ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ​ແຫ່ງ​ສະຫວັນ​ແລະ​ແຜ່ນດິນ​ໂລກ ແລະ​ພວກ​ຂ້ານ້ອຍ​ກຳລັງ​ກໍ່ສ້າງ​ວິຫານ​ຂຶ້ນ​ໃໝ່​ຕາມ​ແບບ​ເດີມ ແລະ​ໄດ້​ຕົບແຕ່ງ​ຕາມ​ແບບເກົ່າ ຕາມ​ທີ່​ກະສັດ​ແຫ່ງ​ຊາດ​ອິດສະຣາເອນ​ຜູ້​ມີ​ອຳນາດ​ໄດ້​ສ້າງ​ຂຶ້ນ​ແຕ່​ດົນນານ​ມາ​ແລ້ວ.


ຂ້າພະເຈົ້າ​ໄດ້​ກ່າວ​ປະນາມ​ພວກ​ຜູ້ຊາຍ​ເຫຼົ່ານັ້ນ ໂດຍ​ໄດ້​ສາບແຊ່ງ, ຕົບຕີ ແລະ​ດືງ​ຜົມ​ຂອງ​ພວກເຂົາ. ແລ້ວ​ຂ້າພະເຈົ້າ​ກໍ​ໃຫ້​ພວກເຂົາ​ສາບານ​ໃນ​ນາມ​ຂອງ​ພຣະເຈົ້າ​ວ່າ ພວກເຂົາ ຫລື​ລູກຫລານ​ຂອງ​ພວກເຂົາ​ຈະ​ແຕ່ງງານ​ກັບ​ຄົນຕ່າງຊາດ​ອີກ​ບໍ່ໄດ້​ຈັກເທື່ອ.


ແລ້ວ​ປະຊາຊົນ​ອິດສະຣາເອນ​ກໍໄດ້​ພາວັນນາ​ອະທິຖານ​ດ້ວຍ​ຖ້ອຍຄຳ​ດັ່ງນີ້: “ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ເທົ່ານັ້ນ ພຣະອົງ​ເທົ່ານັ້ນ; ພຣະອົງ​ໄດ້​ຊົງສ້າງ​ສະຫວັນ, ຟ້າ​ສະຫວັນ​ທີ່​ສູງສຸດ ພ້ອມທັງ​ບໍລິວານ​ຂອງ​ຟ້າ​ສະຫວັນ​ທຸກຢ່າງ​ທັງໝົດ, ແຜ່ນດິນ​ໂລກ​ກັບ​ທະເລ ແລະ​ທຸກໆສິ່ງ​ທີ່​ຢູ່​ໃນ​ນັ້ນ; ພຣະອົງ​ຊົງ​ພິທັກ​ຮັກສາ​ສິ່ງ​ເຫຼົ່ານັ້ນ​ທັງໝົດ ທຸກສິ່ງ​ໃນ​ສະຫວັນ​ກໍ​ນະມັດສະການ​ພຣະອົງ.


ຂໍ​ໃຫ້​ພວກເຈົ້າ​ໄດ້​ຮັບ​ພອນ​ຈາກ​ພຣະເຈົ້າຢາເວ ຄື​ຜູ້​ສ້າງ​ສະຫວັນ ແລະ​ແຜ່ນດິນ​ໂລກ.


ຈົ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ແຫ່ງ​ສະຫວັນ ຄວາມຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງຢູ່​ສືບໄປ​ເປັນນິດ.


ຢ່າ​ໃຊ້​ຊື່​ຂອງເຮົາ​ໄປ​ໃນ​ທາງ​ຊົ່ວຮ້າຍ ເພາະ​ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ, ພຣະເຈົ້າຢາເວ​ຈະ​ເອົາ​ໂທດ​ກັບ​ທຸກໆ​ຄົນ​ທີ່​ເຮັດ​ເຊັ່ນນັ້ນ.


ຕ້ອງ​ໃຫ້​ຜູ້​ທີ່​ຮັບ​ຝາກ​ນັ້ນ​ສາບານຕົວ​ຕໍ່​ເພື່ອນບ້ານ​ແລະ​ຕໍ່ໜ້າ​ພຣະເຈົ້າຢາເວ​ວ່າ ຕົນ​ບໍ່ໄດ້​ລັກ​ສັດ​ຂອງ​ຜູ້​ທີ່​ນຳ​ມາ​ຝາກ​ໄວ້​ນັ້ນ ຖ້າ​ສັດ​ນັ້ນ​ບໍ່ໄດ້​ຖືກ​ລັກ ຜູ້​ເປັນ​ເຈົ້າຂອງ​ສັດ​ນັ້ນ​ຕ້ອງ​ຍອມ​ຮັບ​ຄວາມ​ເສຍຫາຍ ແລະ​ຜູ້​ຮັບ​ຝາກ​ນັ້ນ​ກໍ​ບໍ່​ຕ້ອງ​ໃຊ້​ຄ່າ​ທົດແທນ​ຫຍັງ.


ຈົ່ງ​ເອົາໃຈໃສ່​ເຊື່ອຟັງ​ທຸກສິ່ງ​ທີ່​ເຮົາ​ໄດ້​ບອກ​ພວກເຈົ້າ​ນັ້ນ. ຢ່າ​ພາວັນນາ​ອະທິຖານ​ຫາ​ບັນດາ​ພະອື່ນ ແລະ​ຢ່າ​ເອີ່ຍ​ເຖິງ​ແມ່ນແຕ່​ຊື່​ຂອງ​ພະ​ເຫຼົ່ານັ້ນ.


ລູກຊາຍ​ຂອງ​ພວກເຈົ້າ​ອາດ​ແຕ່ງງານ​ກັບ​ຍິງສາວ​ຊາວ​ຕ່າງດ້າວ​ເຫຼົ່ານັ້ນ ຊຶ່ງ​ອາດ​ພາ​ໃຫ້​ລູກຊາຍ​ຂອງ​ພວກເຈົ້າ​ບໍ່​ສັດຊື່​ຕໍ່​ເຮົາ ແລະ​ໜີໄປ​ຂາບໄຫວ້​ບັນດາ​ພະ​ຂອງ​ຄົນ​ເຫຼົ່ານັ້ນ​ກໍໄດ້.


ເຮົາ​ໄດ້ສາບານ​ໂດຍເຮົາເອງ​ດ້ວຍ​ຄວາມ​ຊອບທຳ ຖ້ອຍຄຳ​ໄດ້​ອອກ​ໄປ​ຈາກ​ປາກ​ຂອງເຮົາ​ຈະ​ບໍ່​ປ່ຽນແປງ​ຈັກເທື່ອ​ວ່າ, ‘ທຸກ​ຫົວເຂົ່າ​ຈະຕ້ອງ​ຄຸລົງ​ຕໍ່ໜ້າ​ເຮົາ ລີ້ນ​ທຸກ​ລີ້ນ​ຈະ​ສາບານ​ຕໍ່​ເຮົາ.’


ປະຊາຊົນ​ອິດສະຣາເອນ​ເອີຍ ຈົ່ງ​ຟັງ​ເລື່ອງນີ້ ພວກ​ທີ່​ສືບ​ເຊື້ອສາຍ​ມາ​ຈາກ​ເຜົ່າຢູດາ​ນັ້ນ: ພວກເຈົ້າ​ໄດ້​ສາບານ​ໃນ​ນາມ​ຂອງ​ພຣະເຈົ້າຢາເວ ແລະ​ອ້າງ​ວ່າ​ຕົນ​ນະມັດສະການ​ພຣະເຈົ້າ ຄື​ຍ້ອງຍໍ​ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ແຕ່​ບໍ່ໄດ້​ຕັ້ງໃຈ​ເວົ້າ​ແມ່ນແຕ່​ຄຳດຽວ​ຢ່າງນັ້ນ.


ໃນ​ດິນແດນ​ນີ້ ຜູ້ໃດ​ຜູ້ໜຶ່ງ​ທີ່​ຂໍ​ພອນ​ຈະ​ຕ້ອງ​ຂໍ​ໃຫ້​ພຣະເຈົ້າ​ອົງ​ສັດຊື່​ອວຍພອນ. ຜູ້ໃດ​ກໍຕາມ​ທີ່​ສາບານ​ຕ້ອງ​ເຮັດ​ໃນ​ນາມ​ຂອງ​ພຣະເຈົ້າ​ອົງ​ສັດຊື່. ຄວາມ​ເດືອດຮ້ອນ​ໃນ​ອະດີດ​ຈະ​ໝົດໄປ ແລະ​ຖືກ​ລືມໄລ​ໝົດສິ້ນ.”


ພວກເຈົ້າ​ຕ້ອງ​ບອກ​ພວກເຂົາ​ວ່າ ບັນດາ​ພະ​ທີ່​ບໍ່ໄດ້​ສ້າງ​ຟ້າ​ສະຫວັນ ​ແລະ​ແຜ່ນດິນ​ໂລກ​ນັ້ນ ພະ​ເຫຼົ່ານັ້ນ​ຈະ​ຖືກ​ທຳລາຍ​ໝົດ. ພວກເຂົາ​ຈະ​ບໍ່ມີ​ບ່ອນຢູ່​ໃນ​ແຜ່ນດິນ​ໂລກ​ແລະ​ໃຕ້​ຟ້າ​ນີ້​ອີກ​ຕໍ່ໄປ.)


ຖ້າ​ພວກເຂົາ​ຍອມ​ຮັບ​ເອົາ​ວິທີ​ທາງ​ດຳເນີນ​ຊີວິດ ຂອງ​ປະຊາຊົນ​ຂອງເຮົາ​ດ້ວຍ​ໝົດຈິດ​ໝົດໃຈ ແລະ​ຈະ​ສາບານ​ໃນ​ນາມ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງ​ພຣະຊົນຢູ່ ດັ່ງ​ພວກເຂົາ​ໄດ້​ສັ່ງສອນ​ປະຊາຊົນ​ຂອງເຮົາ​ໃຫ້​ສາບານ​ຕໍ່​ພະບາອານ​ນັ້ນ ແລ້ວ​ພວກເຂົາ​ກໍ​ຈະ​ເປັນ​ສ່ວນ​ໜຶ່ງ​ຂອງ​ປະຊາຊົນ​ຂອງເຮົາ​ເໝືອນກັນ ແລະ​ພວກເຂົາ​ຈະ​ຈະເລີນ​ຮຸ່ງເຮືອງ​ດ້ວຍ.


ຈົ່ງ​ແຕ່ງງານ​ແລະ​ມີ​ລູກ​ຢູ່​ທີ່​ນັ້ນ. ແລ້ວ​ໃຫ້​ລູກ​ຂອງ​ພວກເຈົ້າ​ແຕ່ງງານ​ກັນ ເພື່ອ​ພວກເຂົາ​ຈະ​ມີ​ລູກ​ເຊັ່ນດຽວ​ກັນ. ພວກເຈົ້າ​ຕ້ອງ​ເພີ່ມ​ຈຳນວນ​ຄົນ​ໃຫ້​ຫລາຍຂຶ້ນ ແລະ​ບໍ່​ໃຫ້​ລົດໜ້ອຍ​ຖອຍລົງ.


ການ​ທີ່​ພວກເຈົ້າ​ຈະ​ສາບານ​ໃນ​ນາມ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງ​ພຣະຊົນຢູ່​ກໍ​ເປັນ​ການ​ຖືກຕ້ອງ​ແລ້ວ ທຸກໆ​ຊົນຊາດ​ກໍ​ຈະ​ຂໍ​ເຮົາ​ອວຍພອນ​ພວກເຂົາ ແລະ​ພວກເຂົາ​ກໍ​ຈະ​ສັນລະເສີນ​ເຮົາ.”


ຢ່າ​ສາບານ​ອອກ​ນາມຊື່​ຂອງເຮົາ​ເພື່ອ​ຕົວະ ຊຶ່ງ​ເປັນ​ການ​ນຳ​ຄວາມ​ເສື່ອມເສຍ​ມາ​ສູ່​ນາມຊື່​ຂອງ​ພຣະເຈົ້າ​ຂອງ​ພວກເຈົ້າ. ເຮົາ​ແມ່ນ​ພຣະເຈົ້າຢາເວ.


ເຮົາ​ຈະ​ທຳລາຍ​ທຸກຄົນ ທີ່​ຂຶ້ນ​ໄປ​ເທິງ​ຫລັງຄາ​ເຮືອນ​ເພື່ອ​ຂາບໄຫວ້​ດວງອາທິດ, ດວງເດືອນ ແລະ​ດວງດາວ​ຕ່າງໆ. ເຮົາ​ຍັງ​ຈະ​ທຳລາຍ​ພວກ​ທີ່​ນະມັດສະການ ແລະ​ສາບານ​ທີ່​ຈະ​ສັດຊື່​ຕໍ່​ພຣະເຈົ້າຢາເວ, ແຕ່​ແລ້ວ​ພັດ​ສາບານ​ໃນ​ນາມ​ຂອງ​ພະ​ມິນກົມ.


ຕາບໃດ​ທີ່​ຜົວ​ຍັງ​ມີ​ຊີວິດ​ຢູ່ ເມຍ​ຕ້ອງ​ຢູ່​ກັບ​ຜົວ ແຕ່​ຖ້າ​ຜົວ​ຕາຍໄປ​ແລ້ວ ນາງ​ກໍ​ເປັນ​ອິດສະຫລະ ຈະ​ແຕ່ງງານ​ກັບ​ຊາຍ​ຄົນ​ໃດ​ກໍໄດ້​ຕາມໃຈ ແຕ່​ໃຫ້​ນາງ​ແຕ່ງງານ​ກັບ​ຜູ້​ທີ່​ເຊື່ອ​ໃນ​ອົງພຣະ​ຜູ້​ເປັນເຈົ້າ.


ຈົ່ງ​ຢຳເກງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ນະມັດສະການ​ແຕ່​ພຣະອົງ​ເທົ່ານັ້ນ. ຈົ່ງ​ສັດຊື່​ຕໍ່​ພຣະອົງ ແລະ​ກ່າວ​ຄຳສັນຍາ​ໃນ​ພຣະນາມ​ຂອງ​ພຣະອົງ​ເທົ່ານັ້ນ.


ຈົ່ງ​ຢຳເກງ​ໃຫ້ກຽດ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຈົ່ງ​ນະມັດສະການ​ພຣະອົງ ແລະ​ສາບານ​ໃນ​ນາມ​ຂອງ​ພຣະອົງ​ເທົ່ານັ້ນ.


ດ້ວຍວ່າ, ຝ່າຍ​ມະນຸດ​ເຄີຍ​ສາບານ​ດ້ວຍ​ອອກ​ຊື່​ຜູ້​ໃຫຍ່​ກວ່າ​ຕົນ ແລະ​ເມື່ອ​ເກີດ​ການ​ຖົກຖຽງ​ກັນ​ຂຶ້ນ​ຄຳ​ສາບານ​ນັ້ນ ກໍ​ເປັນ​ຄຳ​ຢືນຢັນ​ອັນ​ເດັດຂາດ.


ບັດນີ້ ຈົ່ງ​ສາບານ​ຕໍ່​ພຣະເຈົ້າຢາເວ​ວ່າ ພວກເຈົ້າ​ຈະ​ປະຕິບັດ​ຕໍ່​ຄອບຄົວ​ຂອງຂ້ອຍ​ຢ່າງ​ມີ​ໃຈ​ເມດຕາ ເໝືອນ​ດັ່ງ​ທີ່​ຂ້ອຍ​ໄດ້​ປະຕິບັດ​ຕໍ່​ພວກເຈົ້າ ແລະ​ຈົ່ງ​ເຮັດ​ສັນຍາລັກ​ໃຫ້​ຂ້ອຍ​ໄດ້​ເຫັນ​ວ່າ​ພວກເຈົ້າ​ເປັນ​ຜູ້​ທີ່​ໄວ້ວາງໃຈ​ໄດ້


ແຕ່​ພໍ່​ແມ່​ໄດ້​ຖາມ​ລາວ​ວ່າ, “ເປັນຫຍັງ​ລູກ​ຈຶ່ງ​ຢາກ​ໄປ​ເອົາ​ເມຍ​ຊາວ​ຟີລິດສະຕິນ ຄົນ​ບໍ່​ນັບຖື​ພຣະເຈົ້າ? ລູກ​ຊອກ​ຫາ​ຜູ້​ສາວ​ໃນ​ຕະກຸນ​ຂອງເຮົາ​ເອງ ໃນ​ທ່າມກາງ​ປະຊາຊົນ​ຂອງ​ພວກເຮົາ​ນີ້​ບໍ່ໄດ້​ຊັ້ນບໍ?” ແຕ່​ແຊມຊັນ​ຕອບ​ພໍ່​ວ່າ, “ລູກ​ພໍໃຈ​ນຳ​ນາງ​ແຕ່​ຄົນດຽວ ໄປ​ສູ່​ຂໍ​ນາງ​ໃຫ້​ລູກ​ແດ່.”


ອີກເທື່ອໜຶ່ງ ໂຢນາທານ​ໄດ້​ຂໍຮ້ອງ​ດາວິດ​ໃຫ້​ສັນຍາ​ວ່າ​ຈະ​ຮັກ​ຕົນ ເພາະ​ໂຢນາທານ​ຮັກ​ດາວິດ​ຫລາຍ​ເທົ່າ​ກັບ​ຮັກ​ຕົນເອງ.


ດາວິດ​ຖາມ​ລາວ​ວ່າ, “ໃຫ້​ເຈົ້າ​ພາ​ຂ້ອຍ​ໄປ​ຫາ​ພວກ​ນັກປຸ້ນ​ນັ້ນ​ໄດ້​ບໍ່?” ລາວ​ຕອບ​ວ່າ, “ຖ້າ​ທ່ານ​ສັນຍາ​ຕໍ່​ຂ້ານ້ອຍ​ຊ້ອງ​ພຣະພັກ​ພຣະເຈົ້າ​ວ່າ ຈະ​ບໍ່​ສັງຫານ​ຂ້ານ້ອຍ​ຫລື​ມອບ​ຂ້ານ້ອຍ​ໃຫ້​ນາຍ​ຄືນ ຂ້ານ້ອຍ​ກໍ​ຈະ​ພາ​ທ່ານ​ໄປ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka