2 ເພິ່ນເວົ້າກັບຄົນຮັບໃຊ້ຜູ້ອາວຸໂສ ທີ່ຮັບຜິດຊອບຊັບສົມບັດທັງໝົດຂອງຕົນວ່າ, “ຈົ່ງວາງມືໃສ່ວ່າງຂາຂອງຂ້ອຍ ແລະສາບານສາ.
ແຕ່ອັບຣາມໄດ້ຕອບວ່າ, “ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າເອີຍ ພຣະອົງຢາກໃຫ້ບຳເໜັດແກ່ຂ້ານ້ອຍເຮັດຫຍັງໃນເມື່ອຂ້ານ້ອຍບໍ່ມີລູກ? ຜູ້ທີ່ຈະສືບມໍຣະດົກແທນຂ້ານ້ອຍກໍແມ່ນເອລີເອເຊ ຊາວດາມັສກັດ.
ລາວຈຶ່ງເລີ່ມເວົ້າວ່າ “ຂ້ອຍເປັນຄົນຮັບໃຊ້ຂອງອັບຣາຮາມ.
ເພິ່ນໃຫ້ຂ້ອຍເຮັດຕາມຄຳສັ່ງຂອງເພິ່ນ ໂດຍເພິ່ນເວົ້າວ່າ, ‘ເຈົ້າຢ່າເອົາຍິງສາວຊາວການາອານ ມາເປັນເມຍລູກຊາຍຂອງຂ້ອຍ.
ໂຢເຊັບໄດ້ສັ່ງຄົນຮັບໃຊ້ຜູ້ທີ່ຮັບຜິດຊອບໃນເຮືອນຂອງຕົນວ່າ, “ຈົ່ງເອົາອາຫານໃສ່ກະສອບຂອງຄົນເຫຼົ່ານີ້ ໃຫ້ຫລາຍເທົ່າທີ່ພວກເຂົາສາມາດເອົາເມືອໄດ້ ແລະໃຫ້ເອົາເງິນຂອງແຕ່ລະຄົນໃສ່ເທິງເຂົ້າໃນກະສອບຂອງແຕ່ລະຄົນ.
ເມື່ອຢາໂຄບຮູ້ສຶກວ່າຕົນເອງໃກ້ຈະຕາຍແລ້ວ ເພິ່ນຈຶ່ງເອີ້ນເອົາໂຢເຊັບລູກຊາຍຂອງຕົນມາ ແລະເວົ້າວ່າ, “ຈົ່ງວາງມືໃສ່ວ່າງຂາຂອງພໍ່ ແລະສາບານຢ່າງໜັກແໜ້ນວ່າ ເຈົ້າຈະບໍ່ຝັງພໍ່ໄວ້ໃນປະເທດເອຢິບນີ້.
ຢາໂຄບເວົ້າວ່າ, “ຈົ່ງສາບານຕໍ່ພໍ່ວ່າລູກຈະເຮັດດັ່ງນັ້ນ.” ໂຢເຊັບໄດ້ສາບານ. ແລ້ວຢາໂຄບກໍໂມທະນາຂອບພຣະຄຸນ ໂດຍກົ້ມຂາບລົງເທິງທີ່ຫົວຕຽງນອນຂອງຕົນ.
ພວກຂ້າຣາຊການໃນວັງເຂົ້າໄປຫາເພິ່ນ ແລະພະຍາຍາມຊັກຊວນເພິ່ນໃຫ້ລຸກຂຶ້ນ, ແຕ່ເພິ່ນປະຕິເສດແລະທັງບໍ່ຍອມກິນຫຍັງກັບພວກເຂົາ.
ແຕ່ວ່າຊິມຣີ ນາຍທະຫານຄົນໜຶ່ງທີ່ເປັນຜູ້ຄວບຄຸມລົດຮົບໄດ້ວາງອຸບາຍຕໍ່ສູ້ເພິ່ນ. ໃນມື້ໜຶ່ງທີ່ນະຄອນຕີຣະຊາ ກະສັດເອລາພວມນັ່ງດື່ມເຫຼົ້າຈົນເມົາຢູ່ໃນເຮືອນຂອງອາຣະຊາ ຜູ້ເບິ່ງແຍງຮັກສາວັງ.
ບັນດາເຈົ້າໜ້າທີ່ແລະນາຍພົນທະຫານທັງຫລາຍ ຕະຫລອດທັງລູກຊາຍທັງໝົດຂອງກະສັດດາວິດ ຕ່າງກໍໄດ້ສັນຍາວ່າ ຈະສັດຊື່ຕໍ່ກະສັດໂຊໂລໂມນ.
ຈົ່ງຖືວ່າຜູ້ປົກຄອງທັງຫລາຍ ທີ່ນຳພາຄຣິສຕະຈັກເປັນຢ່າງດີນັ້ນ ກໍສົມຄວນໄດ້ຮັບກຽດ ແລະການບຳລຸງລ້ຽງສອງເທົ່າ ໂດຍສະເພາະຜູ້ທີ່ເຮັດວຽກຢ່າງດຸໝັ່ນ ໃນການເທດສະໜາແລະການສັ່ງສອນ.
ຫົວໜ້າຄົນງານຕອບວ່າ, “ເປັນຍິງສາວຈາກໂມອາບທີ່ໄດ້ຄືນມາກັບນາງນາໂອມີ.