1 ມາບັດນີ້ ອັບຣາຮາມກໍເຖົ້າແກ່ແລະມີອາຍຸສູງຫລາຍແລ້ວ; ແລະພຣະເຈົ້າຢາເວໄດ້ອວຍພອນວຽກງານທຸກຢ່າງທີ່ເພິ່ນໄດ້ເຮັດ.
ເຮົາຈະໃຫ້ເຈົ້າມີເຊື້ອສາຍຫລາຍ ແລະພວກເຂົາຈະກາຍເປັນຊົນຊາດໃຫຍ່. ເຮົາຈະອວຍພອນເຈົ້າ ແລະໃຫ້ເຈົ້າມີຊື່ສຽງ ແລະເຈົ້າຈະໄດ້ເປັນທໍ່ພຣະພອນໃຫ້ແກ່ຊົນຊາດອື່ນໆເທິງແຜ່ນດິນໂລກ.
ອັບຣາມເປັນຄົນຮັ່ງມີ; ເພິ່ນມີຝູງແກະ, ຝູງແບ້ ແລະຝູງງົວ ພ້ອມທັງເງິນຄຳຢ່າງຫລວງຫລາຍ.
ອັບຣາຮາມກັບຊາຣາຕ່າງກໍເຖົ້າແກ່ແລ້ວ ແລະຊາຣາເອງກໍເຊົາເປັນປະຈຳເດືອນແລ້ວ.
ເມື່ອອີຊາກເກີດມາ ອັບຣາຮາມອາຍຸໄດ້ 100 ປີ
ພຣະເຈົ້າຢາເວໄດ້ອວຍພອນນາຍຂອງຂ້ອຍຢ່າງຫລວງຫລາຍ. ສະນັ້ນ ເພິ່ນຈຶ່ງກາຍເປັນຄົນຮັ່ງມີ. ພຣະອົງໂຜດໃຫ້ເພິ່ນມີຝູງແກະ, ຝູງແບ້, ຝູງງົວ, ຝູງລໍ ແລະຝູງອູດ ທັງມີເງິນຄຳແລະຄົນຮັບໃຊ້ຊາຍຍິງຢ່າງຫຼວງຫລາຍ.
ອີຊາກມີອາຍຸໄດ້ 40 ປີ ເມື່ອແຕ່ງງານກັບເຣເບກາລູກສາວຂອງເບທູເອນ (ຊາວປາດານ-ອາຣາມຈາກເມໂຊໂປຕາເມຍ) ແລະເປັນນ້ອງສາວຂອງລາບານ.
ອີຊາກເຮັດນາໃນປະເທດນີ້ ແລະໃນປີນັ້ນເອງ ເພິ່ນເກັບກ່ຽວເຂົ້າໄດ້ຮ້ອຍເທົ່າໃນຈຳນວນເຂົ້າທີ່ເພາະປູກ ເພາະພຣະເຈົ້າຢາເວອວຍພອນເພິ່ນ.
ຍ້ອນຄວາມຊ່ວຍຊູຂອງພຣະເຈົ້າແຫ່ງພຣະບິດາ ອົງຊົງຣິດອຳນາດຍິ່ງໃຫຍ່ຖອກເທພອນລົງມາ ເໝືອນດັ່ງຫ່າຝົນເທລົງມາສູ່ພິພົບ ປັດຖະພີບໍ່ຫລົບຫລີກໄດ້ເລີຍໄປສູ່ພື້ນທ້ອງທາລາ. ໂດຍອວຍພອນໃຫ້ມີລົ້ນ ທັງຝູງງົວແລະລູກຫລານຕື່ມ ໃຫ້ເປັນກໍເປັນເຫງົ້າຢ່າງຫລວງຫລາຍ.
ມາບັດນີ້ ກະສັດດາວິດກໍເຖົ້າແກ່ຊະຣາຫລາຍແລ້ວ ເຖິງແມ່ນວ່າ ພວກຄົນຮັບໃຊ້ຫົ່ມຜ້າໃຫ້ເພິ່ນຫລາຍຜືນກໍຍັງບໍ່ອົບອຸ່ນ.
ພຣະພອນຂອງພຣະເຈົ້າຢາເວເຮັດໃຫ້ມະນຸດຮັ່ງມີ ແລະພຣະອົງບໍ່ໃຫ້ຄວາມໂສກເສົ້າເພາະເຈົ້າເປັນຄົນຮັ່ງມີ.
ຈົ່ງຄິດເຖິງບັນພະບຸລຸດພວກເຈົ້າຄືອັບຣາຮາມ ແລະນາງຊາຣາຜູ້ທີ່ສືບເຊື້ອສາຍໃຫ້ພວກເຈົ້າ. ເມື່ອເຮົາໄດ້ເອີ້ນອັບຣາຮາມນັ້ນລາວບໍ່ມີລູກເລີຍ ແຕ່ເຮົາໄດ້ອວຍພອນລາວໃຫ້ໄດ້ມີລູກ; ເຮົາໄດ້ໃຫ້ອັບຣາຮາມກາຍເປັນບັນພະບຸລຸດຜູ້ໜຶ່ງ ຜູ້ທີ່ສືບເຊື້ອສາຍໃຫ້ຊົນຊາດທັງຫລາຍ.
ແຕ່ກ່ອນອື່ນໝົດ ເຈົ້າທັງຫລາຍຈົ່ງສະແຫວງຫາຣາຊອານາຈັກຂອງພຣະເຈົ້າ ແລະຄວາມຊອບທຳຂອງພຣະອົງ ແລ້ວພຣະອົງຈະຊົງເພີ່ມເຕີມສິ່ງທັງປວງເຫຼົ່ານີ້ໃຫ້ແກ່ພວກເຈົ້າ.
ແຕ່ພວກເພິ່ນບໍ່ມີລູກ ເພາະນາງເອລີຊາເບັດເປັນໝັນ ແລະທັງສອງກໍເຖົ້າແກ່ແລ້ວ.
ອັບຣາຮາມໄດ້ເຊື່ອ ແລະໄດ້ຮັບພຣະພອນ. ດັ່ງນັ້ນ ທຸກຄົນທີ່ວາງໃຈເຊື່ອຈຶ່ງໄດ້ຮັບພຣະພອນເໝືອນກັນກັບເພິ່ນ.
ສາທຸການແດ່ພຣະເຈົ້າ ຄືພຣະບິດາເຈົ້າຂອງອົງພຣະເຢຊູຄຣິດເຈົ້າຂອງເຮົາທັງຫລາຍ ຜູ້ໄດ້ຊົງໂຜດປະທານພຣະພອນທຸກປະການຝ່າຍວິນຍານ ໃຫ້ແກ່ເຮົາທັງຫລາຍໃນສະຫວັນສະຖານໂດຍພຣະຄຣິດ.
ການຝຶກຝົນທາງກາຍນັ້ນ ມີປະໂຫຍດບາງຢ່າງ ແຕ່ການນັບຖືພຣະເຈົ້າຢ່າງຖືກຕ້ອງນັ້ນ ມີປະໂຫຍດທຸກຢ່າງ ເພາະໄດ້ຮັບພຣະສັນຍາອັນປະເສີດສຳລັບຊີວິດໃນປະຈຸບັນ ແລະໃນອະນາຄົດອີກດ້ວຍ.