4 “ຂ້ານ້ອຍເປັນຄົນຕ່າງດ້າວທີ່ອາໄສຢູ່ທ່າມກາງພວກທ່ານ; ສະນັ້ນ ຂໍຂາຍທີ່ດິນບາງຕອນໃຫ້ຂ້ານ້ອຍ ເພື່ອຈະໄດ້ຝັງສົບເມຍຂອງຂ້ານ້ອຍແດ່ທ້ອນ.”
ເຮົາຈະມອບດິນແດນ ທີ່ເຈົ້າອາໄສຢູ່ປັດຈຸບັນໃນຖານະເປັນຄົນຕ່າງດ້າວນີ້ ໃຫ້ແກ່ເຈົ້າແລະເຊື້ອສາຍຂອງພວກເຈົ້າ. ດິນແດນການາອານທັງໝົດ ຈະເປັນຂອງພວກເຈົ້າຕະຫລອດໄປ ແລະເຮົາຈະເປັນພຣະເຈົ້າຂອງພວກເຂົາ.”
ຊາວຮິດຕີຕອບອັບຣາຮາມວ່າ,
ເຈົ້າຈະເຮັດວຽກໜັກຈົນເຫື່ອໄຫລໄຄຍ້ອຍອອກມາ; ເພື່ອຈະເຮັດໃຫ້ດິນເກີດຜົນພຽງພໍລ້ຽງຊີວິດເຈົ້າ. ຈົນກວ່າເຈົ້າຄືນໄປສູ່ດິນທີ່ເຈົ້າຖືກສ້າງຂຶ້ນມາ; ເຈົ້າຖືກສ້າງມາແຕ່ດິນ ເຈົ້າຈະຄືນໄປເປັນດິນອີກ.”
ຢາໂຄບຕອບວ່າ, “ຊີວິດທີ່ທ່ອງທ່ຽວໄປມາຂອງຂ້ານ້ອຍ ມີຢູ່ 130 ປີ. ເປັນເວລາສັ້ນແລະລຳບາກ ບໍ່ຄືຊີວິດທີ່ທ່ອງທ່ຽວໄປມາຂອງບັນພະບຸລຸດຂອງຂ້ານ້ອຍ.”
ທີ່ມັກເປລາ ທາງທິດຕາເວັນອອກຂອງມຳເຣໃນການາອານ. ອັບຣາຮາມໄດ້ຊື້ຖໍ້າໃນທົ່ງນາຂອງເອຟະໂຣນຊາວຮິດຕີໄວ້ ກໍເພື່ອເຮັດເປັນບ່ອນຝັງສົບ.
ພວກເຂົາໄດ້ຫາມຊາກສົບຂອງພໍ່ໄປສູ່ການາອານ ແລະຝັງໄວ້ຢູ່ໃນຖໍ້າຝັງສົບທີ່ມັກເປລາ; ທາງທິດຕາເວັນອອກຂອງມຳເຣ ໃນນາຊຶ່ງອັບຣາຮາມໄດ້ຊື້ຈາກເອຟະໂຣນຊາວຮິດຕີ ເພື່ອເອົາໄວ້ເປັນບ່ອນຝັງສົບ.
ພວກຂ້ານ້ອຍມີຊີວິດທີ່ຜ່ານມາ ດັ່ງຄົນທີ່ຖືກເນລະເທດແລະຄົນຕ່າງດ້າວ ເໝືອນບັນພະບຸລຸດຂອງພວກຂ້ານ້ອຍທີ່ເຄີຍເປັນມາ. ຊີວິດຂອງພວກຂ້ານ້ອຍປຽບດັ່ງເງົາທີ່ຜ່ານພົ້ນໄປ ແລະພວກຂ້ານ້ອຍກໍບໍ່ອາດຫລີກລ້ຽງຈາກຄວາມຕາຍໄດ້.
ຂ້ານ້ອຍຮູ້ວ່າພຣະອົງກຳລັງສົ່ງຂ້ານ້ອຍໄປສູ່ຄວາມຕາຍ ໄປສູ່ເຄາະກຳທີ່ຮັກສາໄວ້ສຳລັບທຸກໆຄົນນັ້ນ.
ຂ້ານ້ອຍຢູ່ໃນແຜ່ນດິນໂລກພຽງແຕ່ຊົ່ວຄາວ ຂໍຢ່າປິດບັງກົດບັນຍັດຂອງພຣະອົງຈາກຂ້ານ້ອຍເລີຍ.
ຂ້າແດ່ພຣະເຈົ້າຢາເວ ຂໍຊົງໂຜດຟັງຂ້ານ້ອຍພາວັນນາອະທິຖານ ໂຜດຟັງຄຳທູນຂໍໃຫ້ຊ່ວຍເຫລືອຂອງຂ້ານ້ອຍແດ່ທ້ອນ ຂ້ານ້ອຍກໍເປັນດັ່ງບັນພະບຸລຸດໝົດທຸກຄົນ ຂ້ານ້ອຍເປັນພຽງແຕ່ແຂກຂອງພຣະອົງຊົ່ວຄາວເທົ່ານັ້ນ.
ນາງໄດ້ເກີດລູກຊາຍຜູ້ໜຶ່ງໃຫ້ໂມເຊ ແລະໂມເຊຄິດໃນໃຈວ່າ, “ຂ້ອຍເປັນຄົນຕ່າງດ້າວທີ່ໄດ້ມາອາໄສຢູ່ໃນປະເທດນີ້. ສະນັ້ນ ຂ້ອຍຈຶ່ງຈະໃສ່ຊື່ໃຫ້ລູກຊາຍຜູ້ນີ້ວ່າ ເກໂຊມ.”
ເຈົ້າຈະຢ້ານຍ່າງຂຶ້ນຄ້ອຍ ເຈົ້າຈະຍ່າງໄປມາບໍ່ໄດ້ສະດວກສະບາຍ ຜົມຂອງເຈົ້າຈະຫງອກ, ເຈົ້າຈະບໍ່ວ່ອງໄວດັ່ງຕັກແຕນ ແລະຕັນຫາຂອງເຈົ້າກໍຈະເສື່ອມລົງ. ພວກເຮົາກຳລັງຈະໄປສູ່ບ່ອນຢູ່ອັນຖາວອນ ແລະຕາມຖະໜົນຫົນທາງກໍຈະມີການໄວ້ທຸກ.
ຮ່າງກາຍຂອງພວກເຮົາຈະກັບເປັນຂີ້ຝຸ່ນດິນອີກ ແລະຈິດວິນຍານຂອງພວກເຮົາກໍຈະກັບຄືນໄປຫາພຣະເຈົ້າ ຜູ້ຊົງປະທານໃຫ້ນັ້ນ.
ຄົນໜຶ່ງອາດຈະມີລູກເຖິງຮ້ອຍຄົນ ແລະມີຊີວິດຍືນຍາວກໍໄດ້ ເຖິງແມ່ນວ່າລາວຈະມີອາຍຸຍືນຍາວຈັກເທົ່າໃດກໍຕາມ, ແຕ່ຖ້າລາວບໍ່ໄດ້ຮັບຄວາມສຸກທີ່ລາວຄວນໄດ້ຮັບ ແລະບໍ່ມີຄົນເຮັດພິທີຝັງສົບໃຫ້ຢ່າງມີກຽດແລ້ວ ຂ້າພະເຈົ້າຂໍບອກວ່າ, ເປັນແອນ້ອຍເກີດມາແລ້ວຕາຍກໍຍັງດີກວ່າ.
“ທີ່ດິນຂອງພວກເຈົ້າຂາຍໃນລັກສະນະຖາວອນບໍ່ໄດ້ ເພາະວ່າພວກເຈົ້າບໍ່ແມ່ນເຈົ້າຂອງທີ່ດິນນັ້ນ; ທີ່ດິນເປັນຂອງເຮົາ ແລະພວກເຈົ້າກໍເປັນດັ່ງຄົນຕ່າງດ້າວທັງຫລາຍ ທີ່ໄດ້ຮັບອະນຸຍາດໃຫ້ປູກຝັງກິນໃນທີ່ດິນເທົ່ານັ້ນ.
ແລະພວກເຂົາໄດ້ນຳເອົາຊາກສົບຂອງພວກເພິ່ນກັບຄືນມາທີ່ຊີເຄມ ແລະໄດ້ວາງໄວ້ໃນອຸບມຸງ ທີ່ອັບຣາຮາມໄດ້ຊື້ຈາກຕະກຸນຮາໂມ ດ້ວຍເງິນຈຳນວນໜຶ່ງໃນເມືອງຊີເຄມ.
ພຣະເຈົ້າບໍ່ໄດ້ໃຫ້ອັບຣາຮາມຮັບສ່ວນໃດໆຂອງດິນແດນນີ້ ເປັນກຳມະສິດຂອງຕົນ ແມ່ນແຕ່ທໍ່ຮອຍຕີນ ແຕ່ໃນຂະນະທີ່ເພິ່ນຍັງບໍ່ມີລູກ ພຣະເຈົ້າໄດ້ສັນຍາວ່າ ພຣະອົງຈະມອບດິນແດນໃຫ້ເພິ່ນເປັນກຳມະສິດ ແລະໃຫ້ແກ່ເຊື້ອສາຍພາຍຫລັງເພິ່ນດ້ວຍ.
ເພາະຄວາມເຊື່ອແບບນີ້ ເພິ່ນໄດ້ອາໄສຢູ່ໃນດິນແດນ ທີ່ພຣະເຈົ້າໄດ້ຊົງສັນຍາໄວ້ແກ່ຕົນນັ້ນ ເໝືອນດັ່ງຄົນຕ່າງດ້າວ ເພິ່ນໄດ້ອາໄສຢູ່ໃນຜ້າເຕັນດ້ວຍກັນກັບອີຊາກແລະຢາໂຄບ ຜູ້ທີ່ໄດ້ຮັບພຣະສັນຍາເປັນມໍຣະດົກອັນດຽວກັນ.
ເຈົ້າທັງຫລາຍທີ່ຮັກເອີຍ ຂ້າພະເຈົ້າຂໍເຕືອນສະຕິພວກເຈົ້າ ເໝືອນເປັນຄົນຕ່າງຊາດທີ່ທ່ອງທ່ຽວໃນໂລກນີ້ ໃຫ້ງົດເວັ້ນຈາກຕັນຫາແນວມະນຸດ ຊຶ່ງທຳການຕໍ່ສູ້ຈິດວິນຍານ.