Biblia Todo Logo
Internet tuqin Biblia

- Anuncios ukanaka -




ປະຖົມມະການ 23:2 - ພຣະຄຳພີສັກສິ

2 ນາງ​ໄດ້​ເສຍ​ຊີວິດ​ທີ່​ເຮັບໂຣນ​ໃນ​ແຜ່ນດິນ​ການາອານ ແລະ​ອັບຣາຮາມ​ໄດ້​ໄວ້ທຸກ​ໃຫ້​ນາງ.

Uka jalj uñjjattʼäta Copia luraña




ປະຖົມມະການ 23:2
36 Jak'a apnaqawi uñst'ayäwi  

ດັ່ງນັ້ນ ອັບຣາມ​ຈຶ່ງ​ຍົກຍ້າຍ​ຂະບວນ​ທີ່​ພັກ​ໄປ​ຕັ້ງ​ຢູ່​ໃກ້​ຕົ້ນໄມ້​ສັກສິດ​ຂອງ​ມຳເຣ​ທີ່​ເຮັບໂຣນ ແລະ​ໃນ​ທີ່ນັ້ນ ເພິ່ນ​ໄດ້​ສ້າງ​ແທ່ນບູຊາ​ຖວາຍ​ແກ່​ພຣະເຈົ້າຢາເວ.


ນາງ​ຊາຣາ​ໄດ້​ຕາຍໄປ​ເມື່ອ​ນາງ​ອາຍຸ​ໄດ້ 127 ປີ


ແລ້ວ​ອັບຣາຮາມ​ກໍ​ຝັງສົບ​ນາງ​ຊາຣາ​ເມຍ​ຂອງ​ຕົນ ໄວ້​ໃນ​ຖໍ້າ​ທີ່​ມັກເປລາ​ຊຶ່ງ​ກົງກັນຂ້າມ​ກັບ​ມຳເຣ(ທີ່​ເຮັບໂຣນ)​ໃນ​ດິນແດນ​ການາອານ.


ແລ້ວ​ອີຊາກ​ກໍ​ພາ​ນາງ​ເຣເບກາ​ເຂົ້າ​ໄປ​ໃນ​ເຕັນ ບ່ອນ​ທີ່​ຊາຣາ​ແມ່​ຂອງຕົນ​ເຄີຍ​ຢູ່​ແລະ​ເອົາ​ນາງ​ເປັນ​ເມຍ ອີຊາກ​ຮັກ​ນາງ​ເຣເບກາ ດັ່ງນັ້ນ ນາງ​ຈຶ່ງ​ເປັນ​ຜູ້​ເລົ້າໂລມ​ໃຈ​ຂອງ​ອີຊາກ ຫລັງຈາກ​ລາວ​ໄດ້​ສູນເສຍ​ແມ່​ຜູ້​ເປັນ​ທີ່ຮັກ​ຂອງຕົນ.


ເອຊາວ​ກຽດຊັງ​ຢາໂຄບ ຍ້ອນ​ວ່າ​ພໍ່​ໄດ້​ອວຍພອນ​ລາວ. ລາວ​ຄິດ​ວ່າ, “ມື້​ໄວ້ທຸກ​ໃຫ້​ພໍ່​ກໍ​ໃກ້​ເຂົ້າ​ມາ​ແລ້ວ; ເມື່ອ​ມື້​ນັ້ນ​ສິ້ນສຸດ​ລົງ​ຍາມໃດ ເຮົາ​ກໍ​ຈະ​ຂ້າ​ຢາໂຄບ​ເສຍ​ຍາມນັ້ນ.”


ຢາໂຄບ​ໄດ້​ກັບຄືນ​ມາ​ຫາ​ອີຊາກ​ພໍ່​ຂອງຕົນ​ທີ່​ມຳເຣ ໃກ້​ກັບ​ເຮັບໂຣນ ບ່ອນ​ທີ່​ອັບຣາຮາມ​ແລະ​ອີຊາກ​ເຄີຍ​ອາໄສ​ຢູ່.


ພໍ່​ເວົ້າ​ຕື່ມ​ອີກ​ວ່າ, “ໃຫ້​ເຈົ້າ​ໄປ​ເບິ່ງ​ວ່າ​ພວກ​ອ້າຍ​ຂອງ​ເຈົ້າ​ກຳລັງ​ຢູ່​ກັນ​ຢ່າງ​ໃດ ແລະ​ໄປ​ເບິ່ງ​ຝູງສັດ​ຂອງເຮົາ​ອີກ​ວ່າ​ຍັງ​ຢູ່​ດີ​ບໍ່? ແລ້ວ​ໃຫ້​ລູກ​ກັບ​ມາ​ບອກ​ພໍ່.” ສະນັ້ນ ພໍ່​ຈຶ່ງ​ໄດ້​ສົ່ງ​ໂຢເຊັບ​ອອກ​ເດີນທາງ​ຈາກ​ຮ່ອມພູ​ເຮັບໂຣນ. ລາວ​ໄດ້​ມາ​ຮອດ​ຊີເຄມ


ໂຢເຊັບ​ຟ້າວ​ເຂົ້າ​ໄປ​ຫາ​ພໍ່​ຂອງຕົນ ທັງ​ຮ້ອງໄຫ້​ແລະ​ຈູບ​ທີ່​ໜ້າຜາກ​ຂອງ​ເພິ່ນ.


ເມື່ອ​ຂະບວນ​ແຫ່​ໄດ້​ມາ​ເຖິງ​ລານເຂົ້າ​ຂອງ​ອາຕາດ ຢູ່​ທາງທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ; ພວກເຂົາ​ໄດ້​ຈັດ​ພິທີ​ປົງສົບ​ຢ່າງ​ຍິ່ງໃຫຍ່​ຂຶ້ນ ແລະ​ໂຢເຊັບ​ກໍ​ຈັດ​ພິທີ​ໄວ້ທຸກ​ເປັນ​ເວລາ​ເຈັດ​ວັນ.


ພວກເຂົາ​ຮ້ອງໄຫ້​ເສຍໃຈ​ແລະ​ໄວ້ທຸກ​ທັງ​ອົດ​ອາຫານ​ຈົນ​ຮອດ​ຄໍ່າ ໃຫ້​ກະສັດ​ໂຊນ​ແລະ​ໂຢນາທານ​ລູກຊາຍ​ຂອງ​ເພິ່ນ ແລະ​ກອງທັບ​ຊາວ​ອິດສະຣາເອນ​ປະຊາຊົນ​ຂອງ​ພຣະເຈົ້າຢາເວ ເພາະ​ມີ​ຫລາຍ​ຄົນ​ໄດ້​ຖືກ​ຂ້າ​ຢູ່​ໃນ​ສະໜາມຮົບ.


ແລ້ວ​ດາວິດ​ກໍ​ຮ້ອງເພງ​ໄວ້​ອາໄລ​ໃຫ້​ກະສັດ​ໂຊນ ແລະ​ໂຢນາທານ ລູກຊາຍ​ຂອງ​ກະສັດ​ໂຊນ


ແລະ​ກະສັດ​ດາວິດ​ໄດ້​ປົກຄອງ​ຊາວ​ຢູດາ​ຢູ່​ໃນ​ເມືອງ​ເຮັບໂຣນ​ເຈັດ​ປີ​ເຄິ່ງ.


ດັ່ງນັ້ນ ເມື່ອ​ຜູ້ນຳ​ທັງໝົດ​ຂອງ​ຊາດ​ອິດສະຣາເອນ​ໄດ້​ມາ​ຫາ​ກະສັດ​ດາວິດ​ທີ່​ເມືອງ​ເຮັບໂຣນ​ນັ້ນ ເພິ່ນ​ຈຶ່ງ​ເຮັດ​ພັນທະສັນຍາ​ກັບ​ພວກເຂົາ​ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ; ແລ້ວ​ພວກ​ຜູ້ນຳ​ກໍ​ເອົາ​ນໍ້າມັນ​ສັກສິດ​ຫົດສົງ​ດາວິດ ໃຫ້​ເປັນ​ກະສັດ​ແຫ່ງ​ຊາດ​ອິດສະຣາເອນ.


ເພິ່ນ​ໄດ້​ປົກຄອງ​ອານາຈັກ​ຢູດາຍ​ຢູ່​ທີ່​ເມືອງ​ເຮັບໂຣນ​ເປັນ​ເວລາ​ເຈັດ​ປີ​ກັບ​ຫົກ​ເດືອນ ແລະ​ປົກຄອງ​ອານາຈັກ​ອິດສະຣາເອນ ແລະ​ຢູດາຍ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ​ເປັນ​ເວລາ​ສາມສິບສາມ​ປີ.


ເມືອງ​ຕ່າງໆ​ທີ່​ໄດ້​ຖືກ​ມອບໝາຍ​ໃຫ້​ເຊື້ອສາຍ​ຂອງ​ອາໂຣນ ມີ​ດັ່ງນີ້: ເຮັບໂຣນ ເມືອງ​ລີ້ໄພ, ຢັດຕີ ແລະ​ເມືອງ​ທັງຫລາຍ​ຂອງ​ລິບນາ, ເອຊະເຕມົວ, ຮີເລນ, ເດບີ, ອາຊານ ແລະ​ເບັດເຊເມດ, ຕະຫລອດ​ທັງ​ທົ່ງ​ລ້ຽງ​ສັດ​ໃນ​ແຕ່ລະ​ບ່ອນ​ດ້ວຍ.


ຜູ້ທຳນວາຍ​ເຢເຣມີຢາ​ໄດ້​ປະພັນ​ບົດເພງ​ໄວ້​ອາໄລ​ອາວອນ​ສຳລັບ​ກະສັດ​ໂຢສີຢາ. ຕໍ່ມາ ໄດ້​ກາຍເປັນ​ປະເພນີ​ໃນ​ປະເທດ​ອິດສະຣາເອນ ທີ່​ທັງ​ຊາຍ​ແລະ​ຍິງ​ຈະ​ໃຊ້​ເພງ​ນີ້ ເມື່ອ​ພວກຕົນ​ໄວ້ທຸກ​ໃຫ້​ແກ່​ເພິ່ນ. ເພງ​ນີ້​ມີ​ຢູ່​ໃນ​ຊຸດ​ຂອງ​ເພງ​ອາໄລ​ອາວອນ.


ປະຊາຊົນ​ສ່ວນ​ຫລາຍ​ແມ່ນ​ໄດ້​ອາໄສ​ຢູ່​ໃນ​ເມືອງນ້ອຍ ໃກ້​ກັບ​ໄຮ່​ນາ​ຂອງ​ພວກເຂົາ. ພວກ​ທີ່​ເປັນ​ຄົນ​ໃນ​ເຜົ່າ​ຂອງ​ຢູດາ​ໄດ້​ອາໄສ​ຢູ່​ໃນ​ເມືອງ​ກີຣິອາດ​ອາກບາ, ດີໂບນ ແລະ​ເຢກັບເຊເອນ ແລະ​ໃນ​ໝູ່ບ້ານ​ຕ່າງໆ​ທີ່​ໃກ້ຄຽງ​ກັບ​ເມືອງ​ເຫຼົ່ານັ້ນ.


ປະຊາຊົນ​ຢູດາ​ເອີຍ ຢ່າ​ຮ້ອງໄຫ້​ໃຫ້​ກະສັດ​ໂຢສີຢາ ຢ່າ​ໄວ້ທຸກ​ໃຫ້​ແກ່​ການຕາຍ​ຂອງເພິ່ນ​ເລີຍ​ເທາະ ແຕ່​ຈົ່ງ​ຮ້ອງໄຫ້ ແລະ​ອາໄລ​ອາວອນ ໃຫ້​ແກ່​ໂຢອາຮາດ​ລູກຊາຍ​ຂອງ​ເພິ່ນ​ນັ້ນ; ພວກເຂົາ​ໄດ້​ຈັບ​ລາວ​ໄປ​ໂດຍ​ບໍ່​ຫັນ​ກັບຄືນ​ມາ ທັງ​ບໍ່ໄດ້​ເຫັນ​ດິນແດນ​ທີ່​ຕົນ​ໄດ້​ເກີດ.


ສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ກ່າວ​ເຖິງ​ເຈົ້າ​ເຢໂຮຍອາກິມ​ລູກຊາຍ​ຂອງ​ເຈົ້າ​ໂຢສີຢາ​ກະສັດ​ແຫ່ງ​ຢູດາຍ​ວ່າ, “ບໍ່ມີ​ຜູ້ໃດ​ຈະ​ໄວ້ທຸກ​ໃຫ້​ແກ່​ການຕາຍ​ຂອງ​ລາວ ຫລື​ເວົ້າ​ວ່າ, ‘ເພື່ອນ​ເອີຍ ເປັນ​ຕາຢ້ານ​ແທ້ໆ’ ບໍ່ມີ​ຜູ້ໃດ​ຈະ​ຮ້ອງໄຫ້​ໃຫ້​ແກ່​ລາວ​ເລີຍ​ວ່າ ‘ນາຍເຈົ້າເອີຍ ກະສັດ​ຂອງ​ຂ້ານ້ອຍ.’


ພວກເຂົາ​ໄດ້​ໄປ​ທາງ​ເຂດໃຕ້​ຂອງ​ດິນແດນ​ກ່ອນ ແລະ​ຈຶ່ງ​ມາ​ເຖິງ​ເມືອງ​ເຮັບໂຣນ ບ່ອນ​ທີ່​ຕະກຸນ​ຕ່າງໆ​ຂອງ​ອາຮີມານ, ເຊຊາຍ ແລະ​ຕານໄມ ຊຶ່ງ​ເປັນ​ເຊື້ອສາຍ​ຂອງ​ຊົນຊາດ​ຮູບຮ່າງ​ໃຫຍ່​ອາໄສ​ຢູ່​ເອີ້ນ​ວ່າ, ອານາກີມ. (ເມືອງ​ເຮັບໂຣນ​ໄດ້​ຕັ້ງ​ຂຶ້ນ​ກ່ອນ​ເມືອງ​ໂຊອານ​ໃນ​ປະເທດ​ເອຢິບ​ເຈັດ​ປີ.)


ເມື່ອ​ຊຸມຊົນ​ທັງໝົດ​ຮູ້​ວ່າ ອາໂຣນ​ໄດ້​ຕາຍ​ແລ້ວ ຄອບຄົວ​ອິດສະຣາເອນ​ທັງໝົດ​ກໍ​ພາກັນ​ໄວ້ທຸກ​ໃຫ້​ເພິ່ນ 30 ວັນ.


ເມື່ອ​ປະຊາຊົນ​ກຳລັງ​ເລົ້າໂລມ​ໃຈ​ນາງ​ມາຣີ​ຢູ່​ໃນ​ເຮືອນ ເຫັນ​ນາງ​ຟ້າວ​ລຸກ​ອອກ​ໄປ ຈຶ່ງ​ຕິດຕາມ​ນາງ​ໄປ ພວກເຂົາ​ຄິດ​ວ່າ​ນາງ​ຈະ​ອອກ​ໄປ​ຮ້ອງໄຫ້​ທີ່​ອຸບມຸງ​ຝັງສົບ.


ຝ່າຍ​ພຣະເຢຊູເຈົ້າ​ກໍ​ຮ້ອງໄຫ້.


ຜູ້​ທີ່​ຢຳເກງ​ພຣະເຈົ້າ​ບາງຄົນ ໄດ້​ນຳ​ເອົາ​ຊາກສົບ​ຂອງ​ຊະເຕຟາໂນ​ໄປ​ຝັງ​ໄວ້ ແລະ​ມີ​ການ​ຮ້ອງໄຫ້​ໄວ້ທຸກ​ຢ່າງ​ໃຫຍ່​ໃຫ້​ລາວ.


ປະຊາຊົນ​ອິດສະຣາເອນ​ໄດ້​ໄວ້ທຸກ​ໃຫ້​ເພິ່ນ​ເປັນ​ເວລາ 30 ວັນ ຢູ່​ໃນ​ທົ່ງພຽງ​ຂອງ​ໂມອາບ.


ເພິ່ນ​ຢຶດຄອງ​ເມືອງ​ແລະ​ຈັບ​ກະສັດ ແລະ​ຢຶດເອົາ​ບັນດາ​ເມືອງ​ທີ່​ຢູ່​ໃກ້ຄຽງ. ເພິ່ນ​ຂ້າ​ທຸກໆ​ຄົນ​ໃນ​ທີ່ນັ້ນ. ໂຢຊວຍ​ໄດ້​ເຮັດ​ຕໍ່​ເມືອງ​ເດບີ ເໝືອນ​ດັ່ງ​ທີ່​ເພິ່ນ​ໄດ້​ເຮັດ​ຕໍ່​ເມືອງ​ເຮັບໂຣນ​ແລະ​ລິບນາ ຕະຫລອດ​ທັງ​ກະສັດ​ໃນ​ເມືອງ​ເຫຼົ່ານີ້​ດ້ວຍ.


ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ​ແກ່​ໂຢຊວຍ ເພິ່ນ​ຈຶ່ງ​ໄດ້​ມອບ​ເຂດແດນ​ທີ່​ເປັນ​ສ່ວນ​ຂອງ​ເຜົ່າ​ຢູດາ ໃຫ້​ກາເລັບ​ລູກຊາຍ​ຂອງ​ເຢຟຸນເນ ຄົນ​ໃນ​ເຜົ່າຢູດາ. ກາເລັບ​ໄດ້​ຮັບ​ເຮັບໂຣນ ເມືອງ​ຂອງ​ອາກບາ​ຜູ້​ທີ່​ເປັນ​ພໍ່​ຂອງ​ອານາກ.


ຮຸມຕາ, ກີຣີອາດ​ອາກບາ (ຊຶ່ງ​ແມ່ນ​ເມືອງ​ເຮັບໂຣນ) ແລະ​ຊີໂອເຣ. ລວມ​ທັງໝົດ​ມີ 9 ຕົວເມືອງ ຕະຫລອດ​ທັງ​ເມືອງເລັກ​ເມືອງນ້ອຍ​ທີ່​ຢູ່​ອ້ອມແອ້ມ​ນັ້ນ.


ດັ່ງນັ້ນ ໃນ​ທິດ​ຕາເວັນຕົກ​ຂອງ​ແມ່ນໍ້າ​ຈໍແດນ ພວກເຂົາ​ຈຶ່ງ​ໄດ້​ເລືອກ​ເອົາ​ເມືອງ​ເກເດັດ​ໃນ​ຄາລີເລ ໃນ​ເຂດ​ເນີນພູ​ຂອງ​ເຜົ່າ​ເນັບທາລີ; ເມືອງ​ຊີເຄມ​ໃນ​ເຂດ​ເນີນພູ​ຂອງ​ເຜົ່າ​ເອຟຣາອິມ ແລະ​ກີຣີອາດ-ອາກບາ​ຄື​ເມືອງ​ເຮັບໂຣນ​ໃນ​ເຂດ​ເນີນພູ​ຂອງ​ເຜົ່າ​ຢູດາ.


ພວກເຂົາ​ໄດ້​ຮັບ​ເມືອງ​ກີຣິອາດ​ອາກບາ ຕະຫລອດ​ທັງ​ທົ່ງຫຍ້າ​ທີ່​ຢູ່​ອ້ອມແອ້ມ​ນັ້ນ (ອາກບາ​ເປັນ​ພໍ່​ຂອງ​ອານາກ) ແຕ່​ໃນ​ເວລາ​ນີ້​ເອີ້ນ​ວ່າ​ເຮັບໂຣນ​ໃນ​ເຂດ​ພູດອຍ​ຂອງ​ຢູດາຍ.


ພວກເຂົາ​ໄດ້​ຍົກທັບ​ອອກ​ໄປ​ສູ້ຮົບ​ພວກ​ການາອານ​ຢູ່​ໃນ​ເມືອງ​ເຮັບໂຣນ ຊຶ່ງ​ແຕ່​ກ່ອນ​ມີ​ຊື່​ວ່າ ກີຣິອາດ​ອາກບາ. ຢູ່​ທີ່​ນັ້ນ ພວກເຂົາ​ໄດ້​ເອົາ​ຊະນະ​ຕະກຸນ​ຕ່າງໆ​ຂອງ​ເຊຊາຍ, ອາຮີມານ ແລະ​ຕານໄມ.


ເຈົ້າ​ຮູ້​ຫຼື​ບໍ່​ວ່າ​ຕາບໃດ​ທີ່​ດາວິດ​ຍັງ​ມີ​ຊີວິດ​ຢູ່ ເຈົ້າ​ຈະ​ບໍ່ໄດ້​ເປັນ​ກະສັດ​ຂອງ​ອານາຈັກ​ນີ້​ຈັກເທື່ອ. ຈົ່ງ​ໄປ​ນຳ​ຕົວ​ມັນ​ມາ​ດຽວ​ນີ້ ມັນ​ສົມຄວນ​ຈະ​ຕາຍ.”


ເມື່ອ​ຊາມູເອນ​ຕາຍໄປ​ນັ້ນ ຊາວ​ອິດສະຣາເອນ​ທັງໝົດ​ໄດ້​ໄວ້ທຸກ​ໃຫ້​ເພິ່ນ. ພວກເຂົາ​ໄດ້​ຝັງສົບ​ຂອງ​ເພິ່ນ​ໄວ້​ທີ່​ຣາມາ ບ້ານເມືອງ​ຂອງ​ເພິ່ນ​ເອງ. ຫລັງຈາກ​ນັ້ນ ດາວິດ​ໄດ້​ໄປ​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ​ປາຣານ.


ມາບັດນີ້ ຊາມູເອນ​ກໍໄດ້​ຕາຍໄປ​ແລ້ວ ຊາວ​ອິດສະຣາເອນ​ທັງໝົດ​ໄດ້​ໄວ້ທຸກ​ໃຫ້​ເພິ່ນ ແລະ​ຝັງ​ຊາກສົບ​ຂອງ​ເພິ່ນ​ໄວ້​ທີ່​ຣາມາ ບ້ານ​ເມືອງ​ຂອງ​ເພິ່ນ​ເອງ. ໃນ​ສະໄໝ​ນັ້ນ ກະສັດ​ໂຊນ​ໄດ້​ຂັບໄລ່​ພວກ​ໝໍ​ມໍ ແລະ​ພວກ​ໝໍ​ຜີ​ທັງຫຼາຍ​ໃຫ້​ອອກ​ໄປ​ຈາກ​ອິດສະຣາເອນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka