Biblia Todo Logo
Internet tuqin Biblia

- Anuncios ukanaka -




ປະຖົມມະການ 22:2 - ພຣະຄຳພີສັກສິ

2 ພຣະເຈົ້າ​ສັ່ງ​ວ່າ, “ເອົາ​ອີຊາກ​ລູກຊາຍ​ຂອງ​ເຈົ້າ ຄື​ລູກຊາຍ​ຄົນ​ດຽວ​ທີ່​ເຈົ້າ​ຮັກ​ຫລາຍ​ນັ້ນ ໄປ​ທີ່​ແຄວ້ນ​ໂມຣິຢາ. ໃຫ້​ເຈົ້າ​ເຜົາ​ລາວ​ຖວາຍ​ເປັນ​ເຄື່ອງ​ບູຊາ​ແກ່​ເຮົາ​ຢູ່​ເທິງ​ພູເຂົາ​ແຫ່ງ​ໜຶ່ງ ຊຶ່ງ​ເຮົາ​ຈະ​ບອກ​ເຈົ້າ​ທີ່​ນັ້ນ.”

Uka jalj uñjjattʼäta Copia luraña




ປະຖົມມະການ 22:2
18 Jak'a apnaqawi uñst'ayäwi  

ແຕ່​ພຣະເຈົ້າ​ໄດ້ກ່າວ​ວ່າ, “ບໍ່, ແມ່ນ​ຊາຣາ​ເມຍ​ຂອງ​ເຈົ້າ​ເອງ ທີ່​ຈະ​ເກີດ​ລູກຊາຍ​ໃຫ້​ເຈົ້າ ແລະ​ຈົ່ງ​ໃສ່​ຊື່​ເດັກ​ນັ້ນ​ວ່າ ອີຊາກ. ເຮົາ​ຈະ​ຮັກສາ​ພັນທະສັນຍາ​ຂອງເຮົາ​ໄວ້​ກັບ​ລາວ ແລະ​ກັບ​ເຊື້ອສາຍ​ຂອງ​ລາວ​ຕະຫລອດໄປ. ມັນ​ເປັນ​ພັນທະສັນຍາ​ອັນ​ຕະຫລອດໄປ.


ແຕ່​ພຣະເຈົ້າ​ກ່າວ​ແກ່​ອັບຣາຮາມ​ວ່າ, “ຢ່າ​ອຸກໃຈ​ໃນ​ເລື່ອງ​ເດັກນ້ອຍ​ກັບ​ຄົນ​ຮັບໃຊ້​ຍິງ​ຮາກາ​ເລີຍ. ຈົ່ງ​ເຮັດ​ຕາມ​ທີ່​ຊາຣາ​ບອກ​ເຈົ້າ ເພາະ​ແມ່ນ​ທາງ​ອີຊາກ​ທີ່​ເຈົ້າ​ຈະ​ມີ​ເຊື້ອສາຍ​ຫລວງຫລາຍ ຕາມ​ທີ່​ເຮົາ​ໄດ້​ສັນຍາ​ໄວ້.


ອັບຣາຮາມ​ໃສ່​ຊື່​ລູກຊາຍ​ວ່າ ອີຊາກ


ແລະ​ພຣະອົງ​ໄດ້ກ່າວ​ວ່າ, “ຢ່າ​ທຳຮ້າຍ​ຫລື​ເຮັດ​ຫຍັງ​ແກ່​ເດັກຊາຍ​ນີ້​ເລີຍ. ບັດນີ້ ເຮົາ​ຮູ້​ແລ້ວ​ວ່າ ເຈົ້າ​ເຊື່ອຟັງ​ແລະ​ຢຳເກງ​ພຣະເຈົ້າ​ຢູ່​ສະເໝີ; ດ້ວຍວ່າ ເຈົ້າ​ບໍ່ໄດ້​ຫວງ​ລູກຊາຍ​ຄົນ​ດຽວ​ຂອງ​ເຈົ້າ​ໄວ້​ຈາກ​ພຣະອົງ.”


“ເຮົາ​ຂໍ​ສາບານ​ໃນ​ນາມ​ຂອງເຮົາ​ຄື​ພຣະເຈົ້າຢາເວ​ຜູ້​ກຳລັງ​ກ່າວ​ຢູ່​ນີ້​ວ່າ, ເຮົາ​ຈະ​ອວຍພອນ​ເຈົ້າ​ຢ່າງ​ຫລວງຫລາຍ. ເພາະ​ເຈົ້າ​ໄດ້​ເຮັດ​ຕາມ​ສິ່ງ​ທີ່​ເຮົາ​ບອກ ແລະ​ບໍ່ໄດ້​ຫວງ​ລູກຊາຍ​ຄົນ​ດຽວ​ຂອງ​ເຈົ້າ​ໄວ້;


ອັບຣາຮາມ​ຈຶ່ງ​ລຸກ​ຂຶ້ນ​ແຕ່​ເຊົ້າ​ມືດ ຈັດຕຽມ​ເອົາ​ຟືນ​ເພື່ອ​ເຜົາ​ເຄື່ອງ​ບູຊາ, ເອົາ​ເຄື່ອງ​ຂອງ​ບັນທຸກ​ໃສ່​ເທິງ​ຫລັງ​ລໍ ແລະ​ເອົາ​ອີຊາກ​ກັບ​ຄົນ​ຮັບໃຊ້​ສອງ​ຄົນ​ໄປ​ນຳ​ຕົນ. ພວກເຂົາ​ອອກ​ເດີນທາງ​ມຸ່ງໜ້າ​ໄປ​ສູ່​ບ່ອນ​ທີ່​ພຣະເຈົ້າ​ໄດ້​ບອກ.


ເມື່ອ​ເດີນທາງ​ມາ​ຮອດ​ບ່ອນ​ທີ່​ພຣະເຈົ້າ​ໄດ້​ບອກ​ໄວ້​ແລ້ວ ອັບຣາຮາມ​ໄດ້​ສ້າງ​ແທ່ນບູຊາ​ຂຶ້ນ ແລະ​ຈັດ​ເອົາ​ຟືນ​ວາງ​ໄວ້​ເທິງ​ແທ່ນ​ນັ້ນ. ເພິ່ນ​ມັດ​ລູກຊາຍ​ຂອງຕົນ​ວາງ​ໄວ້​ທີ່​ກອງຟືນ​ເທິງ​ແທ່ນບູຊາ.


ແລ້ວ​ໂນອາ​ກໍໄດ້​ສ້າງ​ແທ່ນບູຊາ​ແທ່ນ​ໜຶ່ງ ຖວາຍ​ແກ່​ພຣະເຈົ້າຢາເວ; ເພິ່ນ​ເອົາ​ສັດ​ແລະ​ນົກ​ແນວ​ລະ​ໂຕ ທີ່​ບໍ່​ເປັນ​ມົນທິນ ຂ້າ​ເຜົາ​ຖວາຍ​ທັງ​ໂຕ​ເທິງ​ແທ່ນບູຊາ.


ສະນັ້ນ ເພິ່ນ​ຈຶ່ງ​ພາ​ລູກຊາຍກົກ​ຜູ້​ທີ່​ຈະ​ຂຶ້ນ​ເປັນ​ກະສັດ​ແທນ​ຕົນ​ນັ້ນ ໄປ​ຖວາຍ​ທີ່​ເທິງ​ກຳແພງ​ເມືອງ​ເປັນ​ເຄື່ອງບູຊາ​ແກ່​ພະ​ຂອງ​ຊາວ​ໂມອາບ. ຊາວ​ອິດສະຣາເອນ​ເກີດ​ຢ້ານກົວ​ຈົນ​ຕົວ​ສັ່ນເຊັນ ຈຶ່ງ​ຖອນ​ໜີ​ຈາກ​ເມືອງ​ແລະ​ກັບຄືນ​ໄປ​ສູ່​ປະເທດ​ຂອງຕົນ.


ກະສັດ​ດາວິດ ພໍ່​ຂອງ​ໂຊໂລໂມນ​ໄດ້​ຫ້າງ​ຫາ​ບ່ອນ​ສຳລັບ​ສ້າງ​ວິຫານ​ຂອງ​ພຣະເຈົ້າຢາເວ​ໄວ້​ໃຫ້​ແລ້ວ. ບ່ອນ​ນັ້ນ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ​ເທິງ​ພູ​ໂມຣີຢາ ຄື​ທີ່​ລານເຂົ້າ​ຂອງ​ອາໂຣນາ​ຊາວ​ເຢບຸດ. ກະສັດ​ໂຊໂລໂມນ​ໄດ້​ລົງມື​ກໍ່ສ້າງ


ພຣະເຈົ້າຢາເວ​ຈະ​ພໍໃຈ​ບໍ ຖ້າ​ຂ້າພະເຈົ້າ​ນຳ​ແກະ​ພັນ​ໂຕ ຫລື​ນໍ້າມັນ​ໝາກກອກເທດ​ອັນ​ບໍ່​ໝົດ​ເປັນ​ຈັກເທື່ອ ມາ​ຖວາຍ​ແກ່​ພຣະອົງ? ຂ້າພະເຈົ້າ​ຄວນ​ຈະ​ຖວາຍ​ລູກກົກ​ແກ່​ພຣະອົງ ເພື່ອ​ເປັນ​ຄ່າ​ໄຖ່​ການບາບ​ຂອງ​ຂ້າພະເຈົ້າ​ບໍ?


ເພາະວ່າ ພຣະເຈົ້າ​ຊົງ​ຮັກ​ໂລກ​ຫລາຍ​ທີ່ສຸດ ຈົນ​ໄດ້​ປະທານ​ພຣະບຸດ​ອົງ​ດຽວ​ຂອງ​ພຣະອົງ ເພື່ອ​ທຸກຄົນ​ທີ່​ວາງໃຈເຊື່ອ​ໃນ​ພຣະບຸດ​ນັ້ນ​ຈະ​ບໍ່​ຈິບຫາຍ ແຕ່​ມີ​ຊີວິດ​ອັນ​ຕະຫລອດ​ໄປ​ເປັນນິດ.


ແຕ່​ພຣະເຈົ້າ​ໄດ້​ຊົງ​ສຳແດງ​ໃຫ້​ພວກເຮົາ​ເຫັນ​ວ່າ ພຣະອົງ​ຊົງ​ຮັກ​ພວກເຮົາ​ຫລາຍ​ເທົ່າ​ໃດ ຄື​ຂະນະທີ່​ພວກເຮົາ​ຍັງ​ເປັນ​ຄົນ​ບາບ​ຢູ່​ນັ້ນ ພຣະຄຣິດ​ໄດ້​ຊົງ​ຍອມ​ຕາຍ​ແທນ​ເຮົາ​ທັງຫລາຍ.


ພຣະອົງ​ຜູ້​ບໍ່ໄດ້​ຊົງ​ຫວງ​ພຣະບຸດ​ຂອງ​ພຣະອົງ​ເອງ ແຕ່​ໄດ້​ຊົງ​ປະທານ​ພຣະບຸດ​ນັ້ນ ໄວ້​ເພື່ອ​ປະໂຫຍດ​ແກ່​ເຮົາ​ທັງຫລາຍ ຖ້າ​ເປັນ​ດັ່ງນັ້ນ ພຣະອົງ​ຈະ​ບໍ່​ຊົງ​ໂຜດ​ປະທານ​ສິ່ງສາລະພັດ​ໃຫ້​ພວກເຮົາ​ດ້ວຍ​ກັນ​ກັບ​ພຣະບຸດ​ນັ້ນ​ຫລື?


ເພາະ​ອັບຣາຮາມ​ມີ​ຄວາມເຊື່ອ​ແບບ​ນີ້ ເມື່ອ​ເພິ່ນ​ຖືກ​ທົດລອງ​ໃຈ ຈຶ່ງ​ໄດ້​ຖວາຍ​ອີຊາກ​ເປັນ​ເຄື່ອງ​ບູຊາ. ເຖິງ​ວ່າ ອັບຣາຮາມ​ໄດ້​ຮັບ​ອີຊາກ​ເປັນ​ລູກ​ແຫ່ງ​ພຣະສັນຍາ​ກໍຕາມ ແຕ່​ເພິ່ນ​ກໍ​ພ້ອມ​ທີ່​ຈະ​ຖວາຍ​ລູກຊາຍ​ຄົນ​ດຽວ​ຂອງ​ເພິ່ນ.


ຂ້ານ້ອຍ​ຈະ​ຖວາຍ​ຄົນ​ທຳອິດ​ທີ່​ອອກ​ຈາກ​ເຮືອນ​ມາ​ພົບ​ຂ້ານ້ອຍ ເປັນ​ເຄື່ອງ​ບູຊາ​ແກ່​ພຣະເຈົ້າຢາເວ ເມື່ອ​ຂ້ານ້ອຍ​ກັບ​ມາ​ຢ່າງ​ມີໄຊ.”


ຫລັງຈາກ​ສອງ​ເດືອນ​ແລ້ວ ນາງ​ຈຶ່ງ​ກັບຄືນ​ມາ​ຫາ​ພໍ່. ພໍ່​ຈຶ່ງ​ໄດ້​ເຮັດ​ຕາມ​ທີ່​ຕົນ​ໄດ້​ສັນຍາ​ໄວ້; ສະນັ້ນ ນາງ​ຈຶ່ງ​ຕາຍໄປ​ເມື່ອ​ຍັງ​ເປັນ​ສາວ. ຕັ້ງແຕ່​ນັ້ນ​ມາ ເລື່ອງ​ນີ້​ກໍ​ເລີຍ​ກາຍເປັນ​ປະເພນີ​ໃນ​ອິດສະຣາເອນ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka