9 ມື້ໜຶ່ງອິດຊະມາເອນລູກຊາຍຂອງອັບຣາຮາມ ຜູ້ທີ່ເກີດຈາກນາງຮາກາຊາວເອຢິບ ກຳລັງເຢາະເຢີ້ຍ ອີຊາກລູກຊາຍຂອງນາງຊາຣາ.
ນາງຊາຣາຍ ເມຍຂອງອັບຣາມ ບໍ່ມີລູກໃຫ້ເພິ່ນຈັກຄົນ. ແຕ່ນາງມີສາວໃຊ້ຊາວເອຢິບຜູ້ໜຶ່ງຊື່ວ່າ ຮາກາ.
ນາງຮາກາໄດ້ເກີດລູກຊາຍໃຫ້ອັບຣາມ ແລະເພິ່ນໄດ້ຕັ້ງຊື່ໃຫ້ເດັກນັ້ນວ່າ ອິດຊະມາເອນ.
ເຮົາໄດ້ຍິນເຈົ້າຂໍຮ້ອງກ່ຽວກັບອິດຊະມາເອນ; ເຮົາຈະອວຍພອນລາວແລະໃຫ້ລາວມີລູກຫລາຍຄົນ ແລະທັງມີເຊື້ອສາຍຢ່າງຫລວງຫລາຍ. ລາວຈະເປັນພໍ່ຂອງເຈົ້າຊາຍສິບສອງຄົນ ແລະເຊື້ອສາຍຂອງລາວກໍຈະກາຍເປັນປະເທດທີ່ຍິ່ງໃຫຍ່.
ເດັກນ້ອຍນັ້ນໄດ້ຈະເລີນເຕີບໂຕຂຶ້ນ ແລະໃນມື້ທີ່ອີຊາກເຊົານົມ ອັບຣາຮາມໄດ້ຈັດງານກິນລ້ຽງຢ່າງຍິ່ງໃຫຍ່.
ພວກສົ່ງຂ່າວໄດ້ໄປທຸກໆເມືອງ ໃນເຂດແດນຂອງເຜົ່າເອຟຣາອິມແລະມານາເຊ ແລະໄກອອກໄປຈົນຮອດທາງເໜືອຂອງເຜົ່າເຊບູໂລນ ແຕ່ປະຊາຊົນຫົວເລາະແລະເຍາະເຍີ້ຍພວກເຂົາ.
ແຕ່ພວກເຂົາໄດ້ຫົວເຍາະເຍີ້ຍໃສ່ພວກຜູ້ນຳຂ່າວຂອງພຣະເຈົ້າ ໂດຍບໍ່ຍອມຮັບເອົາຖ້ອຍຄຳຂອງພຣະອົງ ແລະຫົວຂວັນໃສ່ຜູ້ທຳນວາຍຂອງພຣະອົງ; ຈົນໃນທີ່ສຸດ ພຣະເຈົ້າຢາເວໄດ້ໂກດຮ້າຍປະຊາຊົນຂອງພຣະອົງຫລາຍຍິ່ງຂຶ້ນ ຈົນບໍ່ມີຜູ້ໃດໜີພົ້ນໄປໄດ້.
ແຕ່ບັດນີ້ ຂ້ອຍຊໍ້າຖືກຫົວເລາະຫຍໍ້ຫຍັນ ໂດຍເດັກນ້ອຍສາມັນທີ່ບໍ່ນັບຖືອາຍຸຂອງຂ້ອຍ; ພໍ່ຂອງພວກເຂົາສະໄໝກ່ອນ ເຄີຍເປັນຄົນບໍ່ສຳຄັນຫຍັງ ບໍ່ສົມກັບຝູງໝາທີ່ເຝົ້າຝູງແກະຂອງຂ້ອຍຊໍ້າ.
ຂ້ານ້ອຍບໍ່ແມ່ນມະນຸດແຕ່ເປັນພຽງໂຕໜອນ ທີ່ທຸກຄົນຫຍໍ້ຫຍັນແລະກຽດຊັງ
ຂ້ານ້ອຍຖືກຢຽບຢໍ່າຍ້ອນເຂົາເວົ້ານິນທາ ພວກເຂົາຖາມຂ້ານ້ອຍຢູ່ເລື້ອຍໆວ່າ, “ພຣະເຈົ້າຂອງເຈົ້າຢູ່ໃສ?”
ແມ່ນແຕ່ຄວາມປະພຶດຂອງເດັກນ້ອຍກໍສໍ່ໃຫ້ເຫັນວ່າລາວເປັນຄົນແບບໃດ ເຮົາສາມາດບອກໄດ້ວ່າລາວເປັນຄົນສັດຊື່ແລະເປັນຄົນດີ.
ຈົ່ງກຳຈັດຄົນອວດດີໃຫ້ໝົດສິ້ນ ແລະການໂຕ້ຖຽງກັນກໍຈະບໍ່ມີ ແລ້ວການວິວາດສຽດສີກັນກໍຈະຫາຍໄປສິ້ນ.
ບັດນີ້ ເມື່ອຕົກຢູ່ໃນສະພາບຮົກຮ້າງເພພັງ ນະຄອນເຢຣູຊາເລັມກໍຄິດເຖິງສິ່ງຮຸ່ງເຮືອງໃນອະດີດ. ເມື່ອນາງຢູ່ໃນກຳມືຂອງສັດຕູນັ້ນກໍບໍ່ມີຜູ້ໃດຊ່ວຍເຫຼືອນາງ, ຜູ້ທີ່ຊະນະເພາະຕົນຫຼົ້ມຈົມກໍຫົວຂວັນໃສ່ຊໍ້າ.
ຕາມທີ່ມີຂຽນໄວ້ວ່າ, ອັບຣາຮາມມີລູກຊາຍສອງຄົນ, ຄົນໜຶ່ງເກີດຈາກຍິງຂ້ອຍຂ້າ ແລະອີກຄົນໜຶ່ງເກີດຈາກຍິງທີ່ບໍ່ເປັນຂ້ອຍຂ້າ.
ໃນຄາວນັ້ນ ລູກທີ່ເກີດຕາມທຳມະດາ ໄດ້ຂົ່ມເຫັງຜູ້ທີ່ເກີດຕາມພຣະວິນຍານສັນໃດ ແລະປະຈຸບັນນີ້ ກໍຍັງເປັນເໝືອນກັນສັນນັ້ນ.
ບາງຄົນອີກ ຖືກຫຍໍ້ຫຍັນແລະຖືກຂ້ຽນຕີ ຄົນອື່ນອີກ ຖືກລ່າມໂສ້ແລະຖືກຄຸມຂັງໃນຄຸກ.