Biblia Todo Logo
Internet tuqin Biblia

- Anuncios ukanaka -




ປະຖົມມະການ 21:8 - ພຣະຄຳພີສັກສິ

8 ເດັກນ້ອຍ​ນັ້ນ​ໄດ້​ຈະເລີນ​ເຕີບໂຕ​ຂຶ້ນ ແລະ​ໃນ​ມື້​ທີ່​ອີຊາກ​ເຊົາ​ນົມ ອັບຣາຮາມ​ໄດ້​ຈັດ​ງານກິນລ້ຽງ​ຢ່າງ​ຍິ່ງໃຫຍ່.

Uka jalj uñjjattʼäta Copia luraña




ປະຖົມມະການ 21:8
16 Jak'a apnaqawi uñst'ayäwi  

ແຕ່​ໂລດ​ສືບຕໍ່​ຂໍຮ້ອງ ແລະ​ໃນທີ່ສຸດ ຊາຍ​ທັງສອງ​ກໍ​ຕົກລົງ​ໄປ​ທີ່​ເຮືອນ​ຂອງ​ໂລດ. ເພິ່ນ​ສັ່ງ​ຄົນ​ຮັບໃຊ້​ຂອງຕົນ​ໃຫ້​ຈັດແຈ່ງ​ເຂົ້າປາອາຫານ​ຢ່າງດີ ມາ​ຕ້ອນຮັບ​ແຂກ. ເມື່ອ​ຕຽມ​ມາ​ຮຽບຮ້ອຍ​ແລ້ວ ເທວະດາ​ທັງສອງ​ຈຶ່ງ​ພາກັນ​ຮັບ​ກິນ.


ນາງ​ເວົ້າ​ອີກ​ວ່າ, “ໃຜ​ໜໍ​ຈະ​ກ້າ​ເວົ້າ​ກັບ​ອັບຣາຮາມ​ວ່າ ຊາຣາ​ຍັງ​ມີ​ລູກ​ດູດ​ນົມ? ແຕ່​ຂ້ອຍ​ກໍໄດ້​ລູກຊາຍ​ຜູ້ໜຶ່ງ​ໃຫ້​ລາວ​ເມື່ອ​ເຖົ້າແກ່​ແລ້ວ.”


ມື້​ໜຶ່ງ​ອິດຊະມາເອນ​ລູກຊາຍ​ຂອງ​ອັບຣາຮາມ ຜູ້​ທີ່​ເກີດ​ຈາກ​ນາງ​ຮາກາ​ຊາວ​ເອຢິບ ກຳລັງ​ເຢາະເຢີ້ຍ ອີຊາກ​ລູກຊາຍ​ຂອງ​ນາງ​ຊາຣາ.


ອີຊາກ​ໄດ້​ຈັດ​ງານກິນລ້ຽງ​ຂຶ້ນ​ເພື່ອ​ຕ້ອນຮັບ​ພວກເພິ່ນ ພວກເພິ່ນ​ພາກັນ​ກິນ​ແລະ​ດື່ມ​ຢ່າງ​ມ່ວນຊື່ນ.


ດັ່ງນັ້ນ ລາບານ​ຈຶ່ງ​ຈັດ​ການ​ແຕ່ງງານ​ຂຶ້ນ ແລະ​ເຊີນ​ເພື່ອນບ້ານ​ກັບ​ມິດ​ສະຫາຍ​ຢ່າງ​ຫລວງຫລາຍ​ມາ​ຮ່ວມ.


ຫລັງຈາກ​ນັ້ນ​ສາມ​ວັນ ກໍ​ເປັນ​ວັນ​ເກີດ​ຂອງ​ກະສັດ ເພິ່ນ​ໄດ້​ຈັດ​ງານກິນລ້ຽງ​ຂຶ້ນ​ສຳລັບ​ຂ້າຣາຊການ​ທັງຫລາຍ​ຂອງ​ເພິ່ນ; ກະສັດ​ໄດ້​ປ່ອຍ​ພະນັກງານ​ເຮັດ​ເຫຼົ້າ​ອະງຸ່ນ ແລະ​ພະນັກງານ​ເຮັດ​ເຂົ້າຈີ່​ອອກ​ຈາກ​ຄຸກ ແລະ​ໃຫ້​ພວກເຂົາ​ມາ​ຢືນ​ຢູ່​ຕໍ່ໜ້າ​ຂ້າຣາຊການ​ທັງຫລາຍ.


ເມື່ອ​ອັບເນ​ພ້ອມ​ທັງ​ຊາຍ​ຊາວ​ຄົນ​ໄດ້​ມາ​ຫາ​ດາວິດ​ນັ້ນ ເພິ່ນ​ໄດ້​ຈັດ​ງານລ້ຽງ​ພວກເຂົາ.


ກະສັດ​ໂຊໂລໂມນ​ຮູ້​ເມື່ອ​ຂຶ້ນ​ແລະ​ຮູ້ຈັກ​ແຈ້ງ​ວ່າ, ພຣະເຈົ້າ​ໄດ້​ກ່າວ​ແກ່​ຕົນ​ທາງ​ຄວາມຝັນ. ແລ້ວ​ເພິ່ນ​ກໍ​ກັບຄືນ​ມາ​ທີ່​ນະຄອນ​ເຢຣູຊາເລັມ ແລະ​ໄປ​ຢືນ​ຕໍ່ໜ້າ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ​ຖວາຍ​ເຄື່ອງ​ເຜົາບູຊາ ແລະ​ເຄື່ອງ​ບູຊາ​ເພື່ອ​ຄວາມ​ສາມັກຄີທຳ. ຫລັງຈາກ​ນັ້ນ ເພິ່ນ​ກໍໄດ້​ຈັດ​ງານ​ກິນລ້ຽງ​ສຳລັບ​ພວກ​ຂ້າຣາຊການ​ທຸກຄົນ​ຂອງ​ເພິ່ນ.


ໃນ​ຣາຊການ​ປີ​ທີ​ສາມ ເພິ່ນ​ໄດ້​ຈັດ​ງານ​ກິນລ້ຽງ​ຢ່າງ​ໃຫຍ່ໂຕ​ຂຶ້ນ ສຳລັບ​ບັນດາ​ຂ້າຣາຊການ​ແລະ​ພວກ​ບໍລິຫານງານ​ທັງໝົດ​ຂອງ​ເພິ່ນ. ກອງທັບ​ຂອງ​ເປີເຊຍ​ແລະ​ເມເດຍ​ກໍ​ຢູ່​ໃນ​ທີ່ນັ້ນ ຕະຫລອດ​ທັງ​ບັນດາ​ຜູ້​ປົກຄອງ​ແຂວງ ແລະ​ພວກ​ຂຸນນາງ​ປະຈຳ​ແຂວງ​ຕ່າງໆ.


ແຕ່​ຂ້ານ້ອຍ​ມີ​ຄວາມ​ພໍໃຈ​ແລະ​ສັນຕິສຸກ ດັ່ງ​ເດັກນ້ອຍ​ທີ່​ນອນຫລັບ​ສະບາຍ​ຫາຍ​ຮ້ອນ ໃນ​ອ້ອມກອດ​ມານດາ​ຜູ້​ເປັນ​ແມ່ ດັ່ງນັ້ນ ຂ້ານ້ອຍ​ຈຶ່ງ ສະຫງົບ​ງຽບ​ຢູ່​ໃນ​ຈິດໃຈ.


ຫລັງຈາກ​ນາງ​ໂກເມ​ໃຫ້​ລູກສາວ​ຢ່າ​ນົມ​ແລ້ວ ນາງ​ກໍ​ຖືພາ​ອີກ ແລະ​ໄດ້​ລູກຊາຍ​ຕື່ມ​ຜູ້ໜຶ່ງ.


ພໍ່​ຂອງ​ແຊມຊັນ​ໄດ້​ໄປ​ທີ່​ເຮືອນ​ຂອງ​ຍິງສາວ ແລະ​ແຊມຊັນ​ໄດ້​ຈັດ​ງານ​ກິນລ້ຽງ​ຂຶ້ນ​ຕາມທຳນຽມ​ຂອງ​ພວກ​ໜຸ່ມສາວ​ໃນ​ທີ່ນັ້ນ.


ແຊມຊັນ​ເວົ້າ​ກັບ​ພວກເຂົາ​ວ່າ, “ຂໍ​ໃຫ້​ຂ້ອຍ​ທວາຍ​ພວກເຈົ້າ​ບັນຫາ​ໜຶ່ງ ຖ້າ​ພວກເຈົ້າ​ຕີ​ຄວາມໝາຍ​ຂອງ​ບັນຫາ​ນັ້ນ​ໄດ້ ຂ້ອຍ​ຈະ​ເອົາ​ຜ້າປ່ານ​ເນື້ອລະອຽດ​ດີ​ສາມສິບ​ຊຸດ ແລະ​ເສື້ອຜ້າ​ໂຕ​ງາມໆ​ສາມສິບ​ຊຸດ ໃຫ້​ພວກເຈົ້າ. ຂ້ອຍ​ຂໍ​ພະນັນ​ວ່າ, ພາຍ​ໃນ​ເຈັດ​ວັນ ກ່ອນ​ພິທີ​ແຕ່ງງານ​ສິ້ນສຸດລົງ ພວກເຈົ້າ​ກໍ​ຈະ​ແກ້​ບັນຫາ​ນັ້ນ​ບໍ່ໄດ້.” ພວກເຂົາ​ຈຶ່ງ​ເວົ້າ​ຕໍ່​ແຊມຊັນ​ວ່າ, “ໃຫ້​ບອກ​ບັນຫາ​ນັ້ນ​ມາ​ເບິ່ງດູ.”


ແຕ່​ໃນ​ຄັ້ງ​ນີ້ ຮັນນາ​ບໍ່ໄດ້​ໄປ​ນຳ ນາງ​ເວົ້າ​ກັບ​ຜົວ​ວ່າ, “ຊາມູເອນ​ເຊົາ​ນົມ​ເມື່ອໃດ ຂ້ອຍ​ຈະ​ເອົາ​ລາວ​ໄປ​ເຝົ້າ​ຕໍ່ໜ້າ​ພຣະເຈົ້າຢາເວ​ເມື່ອນັ້ນ ແລະ​ລາວ​ຈະ​ຢູ່​ທີ່​ນັ້ນ​ຕະຫລອດ​ຊົ່ວຊີວິດ​ຂອງ​ລາວ.”


ຫລັງຈາກ​ເດັກນ້ອຍ​ເຊົາ​ນົມ​ແລ້ວ ນາງ​ຈຶ່ງ​ຕຽມ​ເອົາ​ງົວເຖິກ​ອາຍຸ​ສາມ​ປີ​ໜຶ່ງ​ໂຕ, ແປ້ງເຂົ້າ​ສິບ​ກິໂລກຼາມ ແລະ​ເຫຼົ້າ​ອະງຸ່ນ​ໜຶ່ງ​ຖົງ​ໜັງ ແລ້ວ​ນາງ​ກໍ​ພາ​ລູກ​ທີ່​ຍັງ​ນ້ອຍ​ຢູ່​ນັ້ນ ໄປ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ​ທີ່​ເມືອງ​ຊີໂລ.


ນາງ​ອາບີກາຍ​ກັບຄືນ​ເມືອ​ຫາ​ນາບານ​ທີ່​ກຳລັງ​ກິນລ້ຽງ​ຢ່າງ​ໃຫຍ່ໂຕ ດັ່ງ​ກະສັດ​ຢູ່​ໃນ​ເຮືອນ​ຂອງຕົນ. ລາວ​ກຳລັງ​ມືນເມົາ​ແລະ​ມ່ວນຊື່ນ​ຢູ່. ສະນັ້ນ ນາງ​ອາບີກາຍ​ຈຶ່ງ​ບໍ່ໄດ້​ເວົ້າ​ຫຍັງ​ສູ່​ລາວ​ຟັງ​ຈົນເຖິງ​ມື້ອື່ນ​ເຊົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka