5 ເມື່ອອີຊາກເກີດມາ ອັບຣາຮາມອາຍຸໄດ້ 100 ປີ
ໃນເວລານັ້ນ ອັບຣາມມີອາຍຸແປດສິບຫົກປີ.
ເມື່ອອັບຣາມອາຍຸໄດ້ 99 ປີ; ພຣະເຈົ້າຢາເວໄດ້ປາກົດແກ່ເພິ່ນ ແລະກ່າວວ່າ, “ເຮົາເປັນພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່. ຈົ່ງເຊື່ອຟັງເຮົາ ແລະປະພຶດແຕ່ສິ່ງທີ່ຊອບທຳ.
ອັບຣາຮາມກົ້ມຂາບລົງຍິ້ມຢູ່ໃນໃຈ ແລະເວົ້າວ່າ, “ຄົນອາຍຸໜຶ່ງຮ້ອຍປີແລ້ວ ຈະມີລູກໄດ້ຈັ່ງໃດ? ແລະຊາຣາກໍອາຍຸເກົ້າສິບປີແລ້ວ ນາງຍັງຈະມີລູກໄດ້ຢູ່ບໍ?”
ອັບຣາຮາມເຮັດພິທີຕັດ ເມື່ອເພິ່ນມີອາຍຸເກົ້າສິບເກົ້າປີ
ຜູ້ທີສອງອອກມາມືຈັບສົ້ນໜ່ອງຂອງເອຊາວໄວ້. ສະນັ້ນ ລາວຈຶ່ງມີຊື່ວ່າ ຢາໂຄບ. ເມື່ອລູກຊາຍຝາແຝດເກີດມາ ອີຊາກອາຍຸໄດ້ 60 ປີ.
ຈົ່ງສາບແຊ່ງຊາຍທີ່ນຳຂ່າວມາບອກພໍ່ຂອງຂ້ານ້ອຍໃຫ້ດີໃຈ ວ່າ, “ລູກຜູ້ຊາຍ ເຈົ້າໄດ້ລູກຜູ້ຊາຍ.”
ເຖິງແມ່ນວ່າ ອັບຣາຮາມມີອາຍຸສັງຂານປະມານຮ້ອຍປີແລ້ວ, ແຕ່ຄວາມເຊື່ອຂອງເພິ່ນບໍ່ໄດ້ລົດນ້ອຍຖອຍລົງເລີຍ ເມື່ອຄິດເຖິງຮ່າງກາຍຂອງຕົນ ທີ່ປຽບເໝືອນຄືຕາຍແລ້ວ ແລະຄິດເຖິງຊາຣາເມຍຂອງເພິ່ນທີ່ເປັນໝັນ.
ຢ່າງນັ້ນແຫຼະ ເມື່ອອັບຣາຮາມໄດ້ທົນຄອຍດ້ວຍຄວາມພຽນແລ້ວ ເພິ່ນຈຶ່ງໄດ້ຮັບຕາມພຣະສັນຍານັ້ນ.