Biblia Todo Logo
Internet tuqin Biblia

- Anuncios ukanaka -




ປະຖົມມະການ 21:4 - ພຣະຄຳພີສັກສິ

4 ແລະ​ເມື່ອ​ອີຊາກ​ໄດ້​ແປດ​ວັນ ອັບຣາຮາມ​ກໍ​ເຮັດ​ພິທີຕັດ​ໃຫ້​ຕາມ​ທີ່​ພຣະເຈົ້າ​ໄດ້​ສັ່ງ​ເພິ່ນ.

Uka jalj uñjjattʼäta Copia luraña




ປະຖົມມະການ 21:4
9 Jak'a apnaqawi uñst'ayäwi  

ແຕ່​ຢ່າ​ໃຫ້​ຄົນ​ທີ່​ບໍ່ໄດ້​ຮັບ​ພິທີຕັດ​ຮ່ວມ​ກິນ​ນຳ. ຖ້າ​ຄົນຕ່າງຊາດ​ຜູ້ໜຶ່ງ​ໃນ​ທ່າມກາງ​ພວກເຂົາ​ຢາກ​ຈະ​ຈັດ​ປັດສະຄາ ຖວາຍ​ກຽດ​ແກ່​ພຣະເຈົ້າຢາເວ ຕ້ອງ​ໃຫ້​ຜູ້ຊາຍ​ທຸກໆ​ຄົນ​ໃນ​ຄອບຄົວ​ຜູ້ນັ້ນ​ຮັບ​ພິທີຕັດ​ເສຍ​ກ່ອນ. ແລ້ວ​ພວກເຂົາ​ກໍ​ຈະ​ເຂົ້າ​ຮ່ວມ​ໃນ​ພິທີ​ນີ້​ໄດ້ ໂດຍ​ຮັບ​ການ​ປະຕິບັດ​ເໝືອນ​ກັບ​ວ່າ ຕົນ​ເປັນ​ຊາວ​ອິດສະຣາເອນ​ມາ​ແຕ່​ກຳເນີດ.


ໃນ​ມື້​ທີ​ແປດ ເດັກນ້ອຍ​ຜູ້​ນີ້​ຈະ​ຕ້ອງ​ຮັບ​ພິທີຕັດ.


ເມື່ອ​ເດັກນ້ອຍ​ຄົບ​ແປດ​ວັນ​ແລ້ວ ພວກເພິ່ນ​ກໍ​ເຮັດ​ພິທີຕັດ​ໃຫ້​ ແລະ​ຕັ້ງ​ຊື່​ໃຫ້​ວ່າ, ເຊກາຣີຢາ ຕາມ​ຊື່​ຂອງ​ພໍ່.


ສອງ​ຜົວ​ເມຍ​ນີ້​ດຳເນີນ​ຊີວິດ​ຢ່າງ​ຖືກຕ້ອງ​ຕໍ່​ສາຍ​ພຣະເນດ​ຂອງ​ພຣະເຈົ້າ ໂດຍ​ເຊື່ອຟັງ​ກົດບັນຍັດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ຂໍ້ຄຳສັ່ງ​ຂອງ​ພຣະອົງ​ຢ່າງ​ບໍ່ມີ​ທີ່ຕິ.


ອາທິດ​ໜຶ່ງ​ຕໍ່ມາ ເມື່ອ​ເຖິງ​ກຳນົດ​ຕ້ອງ​ຮັບ​ພິທີຕັດ ພວກເພິ່ນ​ຈຶ່ງ​ໃສ່​ຊື່​ກຸມມານ​ນັ້ນ​ວ່າ ເຢຊູ ຕາມ​ທີ່​ເທວະດາ​ໄດ້​ບອກ​ໄວ້ ກ່ອນ​ທີ່​ນາງ​ມາຣີ​ບໍ່​ທັນ​ໄດ້​ຕັ້ງ​ທ້ອງ​ເທື່ອນັ້ນ.


ແລ້ວ​ພຣະເຈົ້າ​ກໍ​ໃຫ້​ອັບຣາຮາມ​ເຮັດ​ພິທີຕັດ ເພື່ອ​ເປັນ​ເຄື່ອງໝາຍ​ແຫ່ງ​ພັນທະສັນຍາ. ດັ່ງນັ້ນ ອັບຣາຮາມ​ຜູ້​ເປັນ​ພໍ່ ຈຶ່ງ​ເຮັດ​ພິທີຕັດ​ໃຫ້​ອີຊາກ​ໃນ​ວັນ​ທີ​ແປດ ຫລັງຈາກ​ທີ່​ລາວ​ໄດ້​ເກີດ​ມາ ອີຊາກ​ໄດ້​ເຮັດ​ພິທີຕັດ​ໃຫ້​ຢາໂຄບ ແລະ​ຢາໂຄບ​ໄດ້​ເຮັດ​ພິທີຕັດ​ໃຫ້​ລູກຊາຍ​ສິບສອງ​ຄົນ​ຂອງຕົນ ຄື​ບັນພະບຸລຸດ​ແຫ່ງ​ເຊື້ອຊາດ​ຂອງ​ພວກເຮົາ.


ຈົ່ງ​ເຮັດ​ທຸກສິ່ງ​ຕາມ​ທີ່​ຂ້າພະເຈົ້າ​ໄດ້​ສັ່ງ​ໄວ້; ຢ່າ​ຕື່ມ​ສິ່ງໃດ​ສິ່ງໜຶ່ງ ຫລື​ຕັດ​ສິ່ງໃດ​ສິ່ງໜຶ່ງ​ເດັດຂາດ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka