ແລ້ວພຣະເຈົ້າກໍໃຫ້ອັບຣາຮາມເຮັດພິທີຕັດ ເພື່ອເປັນເຄື່ອງໝາຍແຫ່ງພັນທະສັນຍາ. ດັ່ງນັ້ນ ອັບຣາຮາມຜູ້ເປັນພໍ່ ຈຶ່ງເຮັດພິທີຕັດໃຫ້ອີຊາກໃນວັນທີແປດ ຫລັງຈາກທີ່ລາວໄດ້ເກີດມາ ອີຊາກໄດ້ເຮັດພິທີຕັດໃຫ້ຢາໂຄບ ແລະຢາໂຄບໄດ້ເຮັດພິທີຕັດໃຫ້ລູກຊາຍສິບສອງຄົນຂອງຕົນ ຄືບັນພະບຸລຸດແຫ່ງເຊື້ອຊາດຂອງພວກເຮົາ.