Biblia Todo Logo
Internet tuqin Biblia

- Anuncios ukanaka -




ປະຖົມມະການ 21:10 - ພຣະຄຳພີສັກສິ

10 ເມື່ອ​ນາງ​ຊາຣາ​ເຫັນ​ເຊັ່ນນີ້ ຈຶ່ງ​ເວົ້າ​ກັບ​ອັບຣາຮາມ​ວ່າ, “ຈົ່ງ​ສົ່ງ​ຄົນ​ຮັບໃຊ້​ຍິງ​ຜູ້​ນີ້ ແລະ​ລູກຊາຍ​ຂອງ​ນາງ​ໜີໄປ​ສາ. ລູກຊາຍ​ຂອງ​ນາງ​ບໍ່ຄວນ​ໄດ້​ຮັບ​ມໍຣະດົກ​ສ່ວນ​ໃດໆ​ຂອງ​ເຈົ້າ ຊຶ່ງ​ອີຊາກ​ລູກຊາຍ​ຂອງຂ້ອຍ​ແຕ່​ຜູ້​ດຽວ​ເທົ່ານັ້ນ ຈະ​ເປັນ​ຜູ້​ໄດ້​ຮັບ.”

Uka jalj uñjjattʼäta Copia luraña




ປະຖົມມະການ 21:10
17 Jak'a apnaqawi uñst'ayäwi  

ແຕ່​ພຣະເຈົ້າ​ໄດ້ກ່າວ​ວ່າ, “ບໍ່, ແມ່ນ​ຊາຣາ​ເມຍ​ຂອງ​ເຈົ້າ​ເອງ ທີ່​ຈະ​ເກີດ​ລູກຊາຍ​ໃຫ້​ເຈົ້າ ແລະ​ຈົ່ງ​ໃສ່​ຊື່​ເດັກ​ນັ້ນ​ວ່າ ອີຊາກ. ເຮົາ​ຈະ​ຮັກສາ​ພັນທະສັນຍາ​ຂອງເຮົາ​ໄວ້​ກັບ​ລາວ ແລະ​ກັບ​ເຊື້ອສາຍ​ຂອງ​ລາວ​ຕະຫລອດໄປ. ມັນ​ເປັນ​ພັນທະສັນຍາ​ອັນ​ຕະຫລອດໄປ.


ແຕ່​ເຮົາ​ຈະ​ຮັກສາ​ພັນທະສັນຍາ​ຂອງເຮົາ​ກັບ​ອີຊາກ ລູກຊາຍ​ຂອງ​ເຈົ້າ ຜູ້​ທີ່​ຈະ​ເກີດ​ຈາກ​ຊາຣາ​ໃນ​ທ້າຍ​ປີ​ໜ້າ​ລະຫວ່າງ​ລະດູ​ນີ້.”


ອັບຣາຮາມ​ຈຶ່ງ​ຕອບ​ວ່າ, “ຂ້ານ້ອຍ​ຄິດ​ວ່າ​ໃນ​ທີ່​ນີ້ ຈະ​ບໍ່ມີ​ໃຜ​ຢຳເກງ​ພຣະເຈົ້າ ແລະ​ພວກເຂົາ​ອາດ​ສັງຫານ​ຂ້ານ້ອຍ​ເສຍ ເພື່ອ​ເອົາ​ເມຍ​ຂອງ​ຂ້ານ້ອຍ​ໄປ.


ແລ້ວ​ເພິ່ນ​ກໍ​ຈັບ​ເອົາ​ມີດ​ຕຽມ​ຈະ​ລົງມື​ຂ້າ


ຕໍ່ໄປນີ້​ແມ່ນ​ເລື່ອງ​ຂອງ​ອີຊາກ ລູກຊາຍ​ຂອງ​ອັບຣາຮາມ.


ກ່ອນ​ຕາຍໄປ ເພິ່ນ​ໄດ້​ແບ່ງ​ຊັບ​ສິ່ງຂອງ​ບາງສ່ວນ​ໃຫ້​ລູກຊາຍ​ທຸກໆ​ຄົນ ທີ່​ໄດ້​ຈາກ​ເມຍ​ຜູ້​ອື່ນໆ. ແລ້ວ​ກໍ​ໃຫ້​ພວກເຂົາ​ໜີ​ຈາກ​ອີຊາກ​ລູກຊາຍ​ຂອງຕົນ ໄປ​ຢູ່​ດິນແດນ​ທາງທິດ​ຕາເວັນອອກ.


ຈົ່ງ​ກຳຈັດ​ຄົນ​ອວດດີ​ໃຫ້​ໝົດສິ້ນ ແລະ​ການ​ໂຕ້ຖຽງ​ກັນ​ກໍ​ຈະ​ບໍ່ມີ ແລ້ວ​ການ​ວິວາດ​ສຽດສີ​ກັນ​ກໍ​ຈະ​ຫາຍ​ໄປສິ້ນ.


ແລ້ວ​ກະສັດ​ກໍ​ບອກ​ພວກ​ຜູ້ຮັບໃຊ້​ວ່າ, ‘ຈົ່ງ​ມັດ​ມື​ແລະ​ຕີນ​ຂອງ​ມັນ​ໄວ້ ແລະ​ໂຍນ​ມັນ​ຖິ້ມ​ອອກ​ໄປ​ຂ້າງ​ນອກ​ທີ່​ມືດໆ ໃນ​ທີ່ນັ້ນ​ຈະ​ມີ​ການ​ຮ້ອງໄຫ້ ແລະ​ຂົບແຂ້ວ​ຄ້ຽວຟັນ.”’


ຂ້ອຍໃຊ້​ບໍ່​ຫ່ອນ​ຢູ່​ໃນ​ເຮືອນ​ຕະຫລອດໄປ ແຕ່​ລູກຊາຍ​ກໍ​ຢູ່​ໃນ​ເຮືອນ​ຕະຫລອດໄປ.


ເພາະວ່າ ຖ້າ​ການ​ຮັບ​ມໍຣະດົກ​ມີ​ມາ​ໂດຍ​ທາງ​ກົດບັນຍັດ ກໍ​ບໍ່ແມ່ນ​ໂດຍ​ທາງ​ພຣະສັນຍາ​ອີກ​ຕໍ່ໄປ ແຕ່​ພຣະເຈົ້າ​ໄດ້​ຊົງ​ໂຜດ​ປະທານ​ມໍຣະດົກ​ນັ້ນ ໃຫ້​ແກ່​ອັບຣາຮາມ​ໂດຍ​ທາງ​ພຣະສັນຍາ.


ດັ່ງນັ້ນ ເພາະ​ໂດຍ​ພຣະເຈົ້າ ພວກເຈົ້າ​ຈຶ່ງ​ບໍ່​ເປັນ​ຂ້ອຍຂ້າ​ຕໍ່ໄປ ແຕ່​ເປັນ​ບຸດ ແລະ​ຖ້າ​ເປັນ​ບຸດ​ແລ້ວ ກໍ​ເປັນ​ເຈົ້າ​ຂອງ​ມໍຣະດົກ.


ເພື່ອ​ຮັບ​ມໍຣະດົກ​ອັນ​ຄົບ​ບໍຣິບູນ ຊຶ່ງ​ພຣະເຈົ້າ​ໄດ້​ຮັກສາ​ໄວ້​ສຳລັບ​ໄພ່ພົນ​ຂອງ​ພຣະອົງ​ໃນ​ສະຫວັນ ຊຶ່ງ​ເປັນ​ບ່ອນ​ທີ່​ບໍ່​ເປື່ອຍເນົ່າ ບໍ່​ຊົ່ວ​ມົວໝອງ​ແລະ​ບໍ່​ຫ່ຽວແຫ້ງ​ຈັກເທື່ອ.


ພວກເຂົາ​ເຫຼົ່ານັ້ນ​ໄດ້​ອອກ​ໄປ​ຈາກ​ພວກເຮົາ, ແຕ່​ພວກເຂົາ​ບໍ່ແມ່ນ​ຝ່າຍ​ພວກເຮົາ. ເພາະວ່າ ຖ້າ​ພວກເຂົາ​ແມ່ນ​ຝ່າຍ​ພວກເຮົາ ພວກເຂົາ​ກໍ​ຈະ​ໄດ້​ຕັ້ງ​ຢູ່​ກັບ​ພວກເຮົາ​ຕໍ່ໄປ, (ແຕ່​ພວກເຂົາ​ໄດ້​ອອກ​ໄປ​ແລ້ວ) ເພື່ອ​ປາກົດ​ແຈ້ງ​ວ່າ ເຂົາ​ເຫຼົ່ານັ້ນ​ບໍ່ແມ່ນ​ຝ່າຍ​ພວກເຮົາ​ຈັກ​ຄົນ.


ຍັງ​ມີ​ລູກຊາຍ​ຄົນອື່ນ​ອີກ​ກັບ​ເມຍ​ຂອງຕົນ. ເມື່ອ​ລູກຊາຍ​ເຫຼົ່ານັ້ນ​ໃຫຍ່​ຂຶ້ນ ພວກເຂົາ​ກໍ​ໄລ່​ເຢັບທາ​ໃຫ້​ອອກ​ໜີ​ຈາກ​ເຮືອນ​ແລະ​ເວົ້າ​ຕໍ່​ລາວ​ວ່າ, “ເຈົ້າ​ເປັນ​ລູກຊາຍ​ຂອງ​ຍິງ​ອື່ນ ແລະ​ເຈົ້າ​ຈະ​ບໍ່ໄດ້​ຮັບ​ມໍຣະດົກ​ສ່ວນ​ໃດໆ​ຈາກ​ພໍ່​ຂອງ​ພວກເຮົາ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka