1 ພຣະເຈົ້າຢາເວໄດ້ມາຢ້ຽມຢາມນາງຊາຣາ ເໝືອນດັ່ງທີ່ພຣະອົງໄດ້ກ່າວໄວ້, ແລະພຣະເຈົ້າຢາເວໄດ້ກະທຳແກ່ນາງຊາຣາຕາມທີ່ຊົງສັນຍາໄວ້;
ເຮົາຈະອວຍພອນນາງໃຫ້ມີລູກຊາຍຜູ້ໜຶ່ງ ແລະຈະອວຍພອນນາງໃຫ້ເປັນແມ່ຂອງຊົນຊາດທັງຫລາຍ ຈົນກະສັດຫລາຍຄົນຈະມາຈາກເຊື້ອສາຍຂອງນາງ.”
ແຕ່ພຣະເຈົ້າໄດ້ກ່າວວ່າ, “ບໍ່, ແມ່ນຊາຣາເມຍຂອງເຈົ້າເອງ ທີ່ຈະເກີດລູກຊາຍໃຫ້ເຈົ້າ ແລະຈົ່ງໃສ່ຊື່ເດັກນັ້ນວ່າ ອີຊາກ. ເຮົາຈະຮັກສາພັນທະສັນຍາຂອງເຮົາໄວ້ກັບລາວ ແລະກັບເຊື້ອສາຍຂອງລາວຕະຫລອດໄປ. ມັນເປັນພັນທະສັນຍາອັນຕະຫລອດໄປ.
ແຕ່ເຮົາຈະຮັກສາພັນທະສັນຍາຂອງເຮົາກັບອີຊາກ ລູກຊາຍຂອງເຈົ້າ ຜູ້ທີ່ຈະເກີດຈາກຊາຣາໃນທ້າຍປີໜ້າລະຫວ່າງລະດູນີ້.”
ຜູ້ໜຶ່ງໃນສາມຄົນເວົ້າວ່າ, “ອີກເກົ້າເດືອນ ເຮົາຈະກັບມາ ແລະຊາຣາຈະມີລູກຊາຍຄົນໜຶ່ງ.” ນາງຊາຣາຢືນຟັງຢູ່ໃກ້ປະຕູເຂົ້າເຕັນ ຂ້າງຫລັງຜົວຂອງຕົນ.
ມີຫຍັງແດ່ຍາກສຳລັບພຣະເຈົ້າຢາເວບໍ? ຕາມທີ່ເຮົາບອກເຈົ້າແລ້ວ ໃນລະຫວ່າງເກົ້າເດືອນ ເຮົາຈະກັບມາອີກແລະຊາຣາຈະມີລູກຊາຍຜູ້ໜຶ່ງ.”
ນາງຊາຣາເມຍຂອງນາຍຂ້ອຍມີລູກຊາຍຜູ້ໜຶ່ງ ເມື່ອເວລາເພິ່ນເຖົ້າແກ່ແລ້ວ ແລະນາຍຂອງຂ້ອຍໄດ້ມອບຊັບສົມບັດທັງໝົດໃຫ້ລາວ.
ໂຢເຊັບກ່າວແກ່ພວກອ້າຍນ້ອງວ່າ, “ຂ້ອຍໃກ້ຈະສິ້ນໃຈຕາຍແລ້ວ, ແຕ່ພຣະເຈົ້າຈະຮັກສາພວກເຈົ້າຢ່າງແນ່ນອນ ແລະພຣະອົງຈະນຳພວກເຈົ້າອອກໄປຈາກປະເທດນີ້ ຄືນສູ່ດິນແດນທີ່ພຣະອົງໄດ້ສັນຍາໄວ້ຢ່າງໜັກແໜ້ນກັບອັບຣາຮາມ, ອີຊາກ ແລະຢາໂຄບ.”
ແຕ່ກໍເປັນໄປຕາມທີ່ເອລີຊາໄດ້ກ່າວໄວ້. ປີຕໍ່ມາ ໃນເວລາດຽວກັນນັ້ນ ນາງກໍເກີດລູກຊາຍຜູ້ໜຶ່ງ.
ຂ້າແດ່ພຣະເຈົ້າຢາເວ ຂໍຊົງໂຜດລະນຶກເຖິງຂ້ານ້ອຍດ້ວຍ ເມື່ອພຣະອົງຊ່ວຍເຫຼືອໄພ່ພົນຂອງພຣະອົງ. ຂໍຊົງໂຜດຮວມເອົາຂ້ານ້ອຍເຂົ້ານຳ ເມື່ອພຣະອົງຊ່ວຍພວກເຂົາໃຫ້ພົ້ນ.
ຄຳສັນຍາຂອງພຣະເຈົ້າຢາເວນັ້ນກໍເປັນທີ່ໄວ້ວາງໃຈ ບໍຣິສຸດດັ່ງເງິນຖືກຫລອມໃນໄຟເຖິງເຈັດຄັ້ງ.
ຢ່ານົບຫລືຂາບໄຫວ້ຮູບເຫຼົ່ານັ້ນ ເພາະເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າ ແລະເຮົາເປັນພຣະເຈົ້າທີ່ຫວງແຫນ. ເຮົານຳການລົງໂທດມາສູ່ພວກທີ່ກຽດຊັງເຮົາ ຕະຫລອດທັງລູກຫລານຂອງພວກເຂົາ ເຖິງສາມ ແລະສີ່ຊົ່ວເຊັ່ນຄົນ.
ບັດນີ້ ເຈົ້າຈົ່ງໄປປະຊຸມກັບບັນດາຜູ້ນຳຂອງຊົນຊາດອິດສະຣາເອນ ແລະບອກພວກເຂົາວ່າ, ‘ພຣະເຈົ້າຢາເວ ພຣະເຈົ້າຂອງປູ່ຍ່າຕາຍາຍຂອງພວກເຈົ້າ ພຣະເຈົ້າຂອງອັບຣາຮາມ, ອີຊາກ ແລະຢາໂຄບ ໄດ້ປາກົດແກ່ຂ້ອຍ. ແລະກ່າວວ່າ: ເຮົາໄດ້ມາຫາພວກເຈົ້າ ແລະໄດ້ເຫັນສິ່ງທີ່ຊາວເອຢິບໄດ້ເຮັດຕໍ່ພວກເຈົ້າ.
ດັ່ງນັ້ນ ພວກເຂົາຈຶ່ງເຊື່ອ ແລະເມື່ອໄດ້ຍິນວ່າ ພຣະເຈົ້າຢາເວໄດ້ມາຫາພວກເຂົາ ແລະທັງຮູ້ວ່າ ພຣະອົງໄດ້ເຫັນພວກເຂົາຖືກກົດຂີ່ຢ່າງໂຫດຮ້າຍທາລຸນຢ່າງໃດ ພວກເຂົາຈຶ່ງໄດ້ພາກັນຂາບລົງແລະນ້ອມນະມັດສະການ.
ຟ້າແລະດິນກໍຈະລ່ວງພົ້ນໄປ, ແຕ່ຖ້ອຍຄຳຂອງເຮົາຈະບໍ່ລ່ວງພົ້ນໄປຈັກເທື່ອ.”
“ຈົ່ງສັນລະເສີນອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງອິດສະຣາເອນ ດ້ວຍວ່າ, ພຣະອົງໄດ້ຊົງຢ້ຽມຢາມ ແລະ ໄດ້ຊົງໄຖ່ເອົາພົນລະເມືອງ ຂອງພຣະອົງ
ພວກເຂົາຈະທຳລາຍເຈົ້າ ແລະລູກທັງຫລາຍທີ່ຢູ່ນຳເຈົ້າໃຫ້ລົງພຽງດິນ. ພວກເຂົາຈະບໍ່ປະກ້ອນຫີນໃຫ້ຊ້ອນທັບກັນໄວ້ພາຍໃນເຈົ້າ ເພາະວ່າເຈົ້າບໍ່ຮູ້ເວລາທີ່ພຣະເຈົ້າໄດ້ມາຢ້ຽມຢາມເຈົ້າ.”
ລູກຊາຍຂອງເພິ່ນຜູ້ທີ່ໄດ້ຈາກຍິງຂ້ອຍຂ້ານັ້ນ ເກີດຕາມທຳມະດາ ແຕ່ລູກຊາຍຂອງເພິ່ນ ຜູ້ທີ່ໄດ້ຈາກຍິງທີ່ບໍ່ເປັນຂ້ອຍຂ້ານັ້ນ ແມ່ນເກີດຕາມພຣະສັນຍາ.
ບັດນີ້ ພີ່ນ້ອງທັງຫລາຍຂອງເຮົາເອີຍ, ພວກເຈົ້າກໍເປັນລູກໆຂອງພຣະເຈົ້າ ຕາມພຣະສັນຍາ ເໝືອນດັ່ງອີຊາກ.
ດ້ວຍຫວັງວ່າຈະໄດ້ຊີວິດນິຣັນດອນ ຊຶ່ງພຣະເຈົ້າຜູ້ບໍ່ຊົງກ່າວຄຳຕົວະໄດ້ ໄດ້ຊົງສັນຍາໄວ້ຕັ້ງແຕ່ດຶກດຳບັນ,
ຕໍ່ມາ ນາງນາໂອມີໄດ້ຍິນວ່າ ພຣະເຈົ້າຢາເວໄດ້ອວຍພອນປະຊາຊົນຂອງພຣະອົງໂດຍໃຫ້ມີການເກັບກ່ຽວໄດ້ດີ. ສະນັ້ນ ນາງພ້ອມລູກໃພ້ທັງສອງຈຶ່ງຕຽມຕົວໜີໄປຈາກດິນແດນໂມອາບ.
ເຊົ້າມື້ໃໝ່ມາ ເອນການາພ້ອມທັງຄອບຄົວໄດ້ລຸກແຕ່ເຊົ້າ. ຫລັງຈາກນະມັດສະການຕໍ່ໜ້າພຣະເຈົ້າຢາເວແລ້ວ ພວກເຂົາກໍໄດ້ກັບຄືນເມືອເຮືອນຂອງພວກເຂົາທີ່ຣາມາ. ເອນການາໄດ້ສົມສູ່ກັບນາງຮັນນາເມຍຂອງຕົນ ແລະພຣະເຈົ້າຢາເວກໍໄດ້ຊົງລະນຶກເຖິງນາງ.
ພຣະເຈົ້າຢາເວໄດ້ອວຍພອນນາງຮັນນາ ແລະນາງໄດ້ມີລູກຊາຍຕື່ມອີກສາມຄົນແລະລູກສາວສອງຄົນ. ສ່ວນເດັກຊາຍຊາມູເອນນັ້ນກໍເຕີບໃຫຍ່ຂຶ້ນໃນການບົວລະບັດຮັບໃຊ້ພຣະເຈົ້າຢາເວ.