3 ໃນຄືນໜຶ່ງ ພຣະເຈົ້າໄດ້ປາກົດແກ່ກະສັດໃນຄວາມຝັນວ່າ “ເຈົ້າຈະຕາຍ ເພາະເຈົ້າເອົາຍິງຜູ້ນີ້ມາ. ນາງມີຜົວແລ້ວ.”
ແຕ່ຍ້ອນກະສັດໄດ້ເອົາຊາຣາຍມາຢູ່ໃນຣາຊວັງ ພຣະເຈົ້າຢາເວຈຶ່ງເຮັດໃຫ້ກະສັດເອງ ແລະຄົນໃນຣາຊວັງເປັນພະຍາດຢ່າງຮ້າຍແຮງ.
ແລ້ວກະສັດເອຢິບກໍເອີ້ນອັບຣາມມາ ແລະສອບຖາມວ່າ, “ເປັນຫຍັງເຈົ້າຈຶ່ງເຮັດກັບເຮົາແບບນີ້? ເປັນຫຍັງຈຶ່ງບໍ່ບອກເຮົາວ່າ ນາງເປັນເມຍຂອງເຈົ້າ?
ແຕ່ບັດນີ້ ຈົ່ງເອົາຍິງຜູ້ນີ້ໄປສົ່ງໃຫ້ຜົວຂອງນາງ. ຜົວຂອງນາງເປັນຜູ້ທຳນວາຍ ແລະລາວຈະພາວັນນາອະທິຖານສຳລັບເຈົ້າເພື່ອເຈົ້າຈະບໍ່ຕາຍ, ແຕ່ເຮົາຂໍເຕືອນເຈົ້າວ່າ ຖ້າເຈົ້າບໍ່ສົ່ງນາງຄືນໄປ ເຈົ້າແລະປະຊາຊົນທັງໝົດຂອງເຈົ້າຈະຕ້ອງຕາຍ.”
ເມື່ອຫລັບໄປ ລາວໄດ້ຝັນເຫັນຂັ້ນໄດແຕ່ດິນຈົນຈຸສະຫວັນ ແລະ ມີບັນດາເທວະດາຂອງພຣະເຈົ້າກຳລັງຍ່າງຂຶ້ນຍ່າງລົງຕາມຂັ້ນໄດນັ້ນ.
ໃນຄືນນັ້ນ ພຣະເຈົ້າໄດ້ປາກົດໃນຄວາມຝັນຂອງລາບານຊາວອາຣາມ ແລະກ່າວແກ່ລາວວ່າ, “ຈົ່ງລະວັງ ເຈົ້າຢ່າຂູ່ເຂັນຢາໂຄບແຕ່ຢ່າງໃດເລີຍ.”
ຄືນໜຶ່ງ ໂຢເຊັບຝັນ ເມື່ອລາວເລົ່າຄວາມຝັນສູ່ພວກອ້າຍຟັງ ພວກເຂົາແຮ່ງກຽດຊັງລາວຫລາຍຂຶ້ນ.
ແລ້ວໂຢເຊັບກໍຝັນອີກ ແລະເລົ່າຄວາມຝັນສູ່ພວກອ້າຍຟັງຕື່ມວ່າ, “ຂ້ອຍຝັນອີກ. ຂ້ອຍຝັນເຫັນຕາເວັນ, ເດືອນ ແລະດວງດາວສິບເອັດດວງກົ້ມຂາບຂ້ອຍ.”
ຄືນໜຶ່ງ ໃນຫ້ອງຂັງນັ້ນ ຂ້າຣາຊການສອງຄົນຕ່າງກໍຝັນ; ຄວາມຝັນຂອງແຕ່ລະຄົນມີຄວາມໝາຍແຕກຕ່າງກັນ.
ພວກເຂົາຕອບວ່າ, “ພວກຂ້ອຍຝັນ ແລະບໍ່ມີຜູ້ໃດໃນທີ່ນີ້ສາມາດແກ້ຄວາມຝັນໄດ້.” ໂຢເຊັບເວົ້າຂຶ້ນວ່າ, “ແມ່ນພຣະເຈົ້າເທົ່ານັ້ນທີ່ຈະແກ້ໄດ້ ພວກທ່ານລອງເລົ່າຄວາມຝັນສູ່ຂ້ານ້ອຍຟັງເບິ່ງດູ.”
ໃນຄືນນັ້ນ ພຣະເຈົ້າໄດ້ກ່າວກັບຢາໂຄບທາງຄວາມຝັນວ່າ, “ຢາໂຄບ ຢາໂຄບເອີຍ.” ເພິ່ນຂານຕອບວ່າ, “ໂດຍ ຂ້ານ້ອຍກຳລັງຟັງຢູ່.”
ແຕ່ພຣະອົງບໍ່ຍອມໃຫ້ຜູ້ໃດກົດຂີ່ພວກເຂົາ ພຣະອົງເຕືອນກະສັດໃຫ້ປົກປ້ອງພວກເຂົາໄວ້ວ່າ,
ຕອນກາງຄືນເມື່ອມະນຸດນອນຫລັບສະໜິດ ພຣະເຈົ້າເວົ້າໃນຄວາມຝັນ ແລະໃນນິມິດຕ່າງໆ.
ພຣະເຈົ້າເວົ້າເພື່ອໃຫ້ພວກເຂົາຢຸດເຮັດຊົ່ວເສຍທີ ຊ່ວຍພວກເຂົາໃຫ້ພົ້ນຈາກການເປັນຜູ້ຈອງຫອງພອງຕົວຂຶ້ນ.
ພຣະອົງບໍ່ໃຫ້ຜູ້ໃດກົດຂີ່ພວກເພິ່ນ ເພື່ອປົກປ້ອງ ພຣະອົງໄດ້ເຕືອນ ບັນດາກະສັດດັ່ງນີ້:
ໂຢນາໄດ້ຕັ້ງຕົ້ນຍ່າງເຂົ້າໄປໃນເມືອງ ແລະຫລັງຈາກຍ່າງໄດ້ສາມວັນເຕັມ ເພິ່ນຈຶ່ງປະກາດວ່າ, “ໃນສີ່ສິບວັນ ເມືອງນີເນເວຈະຖືກທຳລາຍ.”
ພຣະເຈົ້າໄດ້ມາຫາບາລາອາມ ແລະຖາມລາວວ່າ, “ຄົນເຫຼົ່ານີ້ທີ່ມາພັກນຳເຈົ້ານັ້ນແມ່ນໃຜ?”
ແຕ່ໃນຂະນະທີ່ໂຢເຊັບຄິດເຖິງເລື່ອງນີ້ຢູ່ ກໍມີເທວະດາຂອງອົງພຣະຜູ້ເປັນເຈົ້າຕົນໜຶ່ງໄດ້ປາກົດຕໍ່ລາວໃນຄວາມຝັນ ແລະກ່າວວ່າ, “ໂຢເຊັບ ລູກດາວິດເອີຍ ຢ່າສູ່ຢ້ານທີ່ຈະຮັບເອົາມາຣີມາເປັນເມຍຂອງເຈົ້າ ການທີ່ມາຣີຕັ້ງທ້ອງນັ້ນກໍມີໂດຍຣິດເດດຂອງພຣະວິນຍານບໍຣິສຸດເຈົ້າ.
ຂະນະທີ່ປີລາດນັ່ງຢູ່ບ່ອນຕັດສິນຄວາມນັ້ນ ເມຍຂອງເພິ່ນກໍໃຊ້ຄົນມາບອກເພິ່ນວ່າ, “ຢ່າໄດ້ພົວພັນກັບເລື່ອງຂອງຄົນບໍ່ມີຄວາມຜິດນັ້ນ ເພາະວັນນີ້ນ້ອງເປັນທຸກໜັກໃຈ ຍ້ອນຄວາມຝັນກ່ຽວກັບຜູ້ນັ້ນ.”