Biblia Todo Logo
Internet tuqin Biblia

- Anuncios ukanaka -




ປະຖົມມະການ 20:2 - ພຣະຄຳພີສັກສິ

2 ເພິ່ນ​ເວົ້າ​ວ່າ​ນາງ​ຊາຣາ​ເມຍ​ຂອງຕົນ​ເປັນ​ນ້ອງສາວ. ດັ່ງນັ້ນ ເຈົ້າ​ອາບີເມເຫຼັກ ກະສັດ​ແຫ່ງ​ເກຣາກ ຈຶ່ງ​ເອົາ​ນາງ​ຊາຣາ​ໄປ.

Uka jalj uñjjattʼäta Copia luraña




ປະຖົມມະການ 20:2
17 Jak'a apnaqawi uñst'ayäwi  

ຂ້າຣາຊການ​ຊາວ​ເອຢິບ​ບາງຄົນ ຈຶ່ງ​ຍົກ​ຍ້ອງ​ຄວາມງາມ​ຂອງ​ນາງ ຕໍ່​ກະສັດ​ຂອງ​ພວກເຂົາ; ສະນັ້ນ ນາງ​ຈຶ່ງ​ຖືກ​ພາ​ຕົວ​ໄປ​ທີ່​ຣາຊວັງ.


ຕາມ​ຄວາມ​ເປັນ​ຈິງ​ແລ້ວ ນາງ​ກໍ​ເປັນ​ນ້ອງສາວ​ຂອງ​ຂ້ານ້ອຍ​ແທ້. ນາງ​ເປັນ​ລູກ​ຕ່າງ​ແມ່ ແລະ​ຂ້ານ້ອຍ​ໄດ້​ເອົາ​ນາງ​ມາ​ເປັນ​ເມຍ.


ໃນ​ຄາວ​ນັ້ນ ເຈົ້າ​ອາບີເມເຫຼັກ ແລະ​ຟິໂກນ​ແມ່​ທັບ​ຂອງ​ເພິ່ນ​ໄດ້​ມາ​ຫາ​ອັບຣາຮາມ ແລະ​ເວົ້າ​ວ່າ, “ພຣະເຈົ້າ​ສະຖິດ​ຢູ່​ກັບ​ເຈົ້າ ບໍ່​ວ່າ​ເຈົ້າ​ຈະ​ເຮັດ​ຫຍັງ​ກໍຕາມ.


ຢູ່​ຕໍ່ມາ ມີ​ການ​ອຶດຢາກ​ເກີດຂຶ້ນ​ໃນ​ປະເທດ​ຊຶ່ງ​ການ​ອຶດຢາກ​ເຊັ່ນນີ້ ເຄີຍ​ມີ​ມາ​ແລ້ວ​ໃນ​ສະໄໝ​ຂອງ​ອັບຣາຮາມ. ອີຊາກ​ຈຶ່ງ​ໄປ​ຫາ​ເຈົ້າ​ອາບີເມເຫຼັກ ຜູ້​ທີ່​ເປັນ​ກະສັດ​ຂອງ​ຊາວ​ຟີລິດສະຕິນ​ທີ່​ເມືອງ​ເກຣາກ.


ຕໍ່ມາ ເຈົ້າ​ອາບີເມເຫຼັກ​ໄດ້​ບອກ​ອີຊາກ​ວ່າ, “ຈົ່ງ​ໜີໄປ​ຈາກ​ດິນແດນ​ຂອງເຮົາ. ເຈົ້າ​ມີ​ກຳລັງ​ອຳນາດ​ຫລາຍກວ່າ​ເຮົາ​ແລ້ວ.”


ເມື່ອ​ຜູ້ຊາຍ​ຊາວ​ເມືອງ​ຖາມ​ກ່ຽວກັບ​ເມຍ​ຂອງ​ເພິ່ນ ເພິ່ນ​ກໍ​ຕອບ​ພວກເຂົາ​ວ່າ ນາງ​ເປັນ​ນ້ອງສາວ. ເພິ່ນ​ບໍ່​ກ້າ​ເວົ້າ​ວ່າ​ນາງ​ເປັນ​ເມຍ​ຂອງຕົນ ເພາະ​ຢ້ານ​ພວກ​ຜູ້ຊາຍ​ຊາວ​ເມືອງ​ນີ້​ຂ້າ​ເພິ່ນ ແລະ​ເອົາ​ນາງ​ເຣເບກາ​ຜູ້​ເປັນ​ຍິງ​ສວຍງາມ​ນີ້​ໄປ.


ມີ​ຜູ້ທຳນວາຍ​ຄົນ​ໜຶ່ງ​ຊື່​ວ່າ​ເຢຮູ​ລູກຊາຍ​ຂອງ​ຮານານີ​ໄດ້​ເຂົ້າ​ໄປ​ພົບ​ເພິ່ນ ແລະ​ເວົ້າ​ວ່າ, “ທ່ານ​ຄິດ​ວ່າ​ເປັນ​ການ​ຖືກຕ້ອງ​ຊັ້ນບໍ ທີ່​ຊ່ວຍ​ຄົນ​ຊົ່ວຊ້າ ແລະ​ເຂົ້າ​ຂ້າງ​ຄົນ​ທີ່​ກຽດຊັງ​ພຣະເຈົ້າຢາເວ? ສິ່ງ​ທີ່​ທ່ານ​ໄດ້​ເຮັດ​ນັ້ນ​ເປັນ​ເຫດ​ໃຫ້​ພຣະເຈົ້າຢາເວ​ໂກດຮ້າຍ​ທ່ານ.


ແຕ່​ເອລີເອເຊ​ລູກຊາຍ​ຂອງ​ໂດດາວາຮູ ຊາວ​ເມືອງ​ມາເຣຊາ ໄດ້​ຕັກເຕືອນ​ເຢໂຮຊາຟັດ​ວ່າ, “ຍ້ອນ​ທ່ານ​ເປັນ​ພັນທະມິດ​ກັບ​ອາຮາຊີຢາ ພຣະເຈົ້າຢາເວ​ຈະ​ທຳລາຍ​ສິ່ງ​ທີ່​ທ່ານ​ໄດ້​ສ້າງ​ຂຶ້ນ​ມາ​ນັ້ນ.” ຕໍ່ມາ ເຮືອ​ເຫຼົ່ານັ້ນ​ກໍ​ແຕກ​ແລະ​ແລ່ນ​ບໍ່ໄດ້​ຈັກ​ລຳ.


ແລະ​ແມ່ນແຕ່​ຄະນະທູດ​ຊາວ​ບາບີໂລນ​ກໍ​ຍັງ​ມາ​ສອບຖາມ​ເພິ່ນ ກ່ຽວກັບ​ເຫດການ​ອັນ​ເປັນ​ໝາຍສຳຄັນ​ທີ່​ເກີດຂຶ້ນ​ໃນ​ດິນແດນ​ຂອງ​ເພິ່ນ. ພຣະເຈົ້າ​ໄດ້​ປ່ອຍ​ໃຫ້​ເພິ່ນ​ດຳເນີນ​ການ​ໂດຍ​ຕົນເອງ ເພື່ອ​ລອງ​ເບິ່ງ​ນິໄສ​ໃຈຄໍ​ຂອງ​ເພິ່ນ.


ບໍ່​ວ່າ​ຄົນ​ສັດຊື່​ນັ້ນ​ຈະ​ຫຼົ້ມຈົມ​ເຖິງ​ເຈັດ​ຄັ້ງ​ກໍຕາມ ລາວ​ກໍ​ຈະ​ລຸກ​ຂຶ້ນ​ຕັ້ງ​ຕົວ​ໃໝ່​ໄດ້​ສະເໝີ, ແຕ່​ຄົນ​ຊົ່ວຮ້າຍ​ນັ້ນ​ລົ້ມລົງ​ຄັ້ງດຽວ ແຕ່​ຈະ​ລຸກ​ຂຶ້ນ​ບໍ່​ໄດ້ ແລະ​ຄວາມ​ພິນາດ​ຈິບຫາຍ​ນັ້ນ​ມັນ​ທຳລາຍ​ຄົນ​ຊົ່ວຮ້າຍ​ລົງເລີຍ.


ຜູ້​ທີ່​ກັງວົນ​ນຳ​ຄົນ​ເວົ້າ​ໃຫ້ ກໍ​ເປັນ​ອັນຕະລາຍ, ແຕ່​ຜູ້​ທີ່​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ ກໍ​ມີ​ຄວາມ​ປອດໄພ.


ຜູ້​ທີ່​ນອນ​ນຳ​ເມຍ​ຂອງ​ຊາຍ​ອື່ນ​ກໍ​ເປັນ​ອັນຕະລາຍ. ດັ່ງນີ້ແຫລະ ຜູ້ໃດ​ກໍຕາມ​ທີ່​ເຮັດ​ດັ່ງນີ້ ຈະ​ໄດ້​ຮັບ​ໂທດ​ຢ່າງ​ທໍລະມານ.


ຢູ່​ໃນ​ໂລກນີ້ ບໍ່ມີ​ຜູ້ໃດ​ທີ່​ເຮັດ​ຖືກຕ້ອງ​ສະເໝີ​ໄປ ໂດຍ​ບໍ່ໄດ້​ເຮັດ​ບາບ​ຈັກເທື່ອ.


ດັ່ງນັ້ນ, ເຈົ້າ​ທັງຫລາຍ​ຈົ່ງ​ເຊົາ​ເວົ້າ​ຕົວະ ທຸກຄົນ​ຈົ່ງ​ເວົ້າ​ແຕ່​ຄວາມຈິງ​ຕໍ່​ກັນ ເພາະ​ພວກເຮົາ​ທຸກຄົນ​ເປັນ​ອະໄວຍະວະ​ຂອງ​ກັນແລະກັນ ຢູ່​ໃນ​ພຣະກາຍ​ອັນ​ດຽວກັນ.


ຢ່າ​ເວົ້າ​ຕົວະ​ຕໍ່​ກັນແລະກັນ ດ້ວຍວ່າ ພວກເຈົ້າ​ໄດ້​ຖອດ​ຖິ້ມ​ສະພາບ​ມະນຸດ​ເກົ່າ​ກັບ​ຄວາມ​ປະພຶດ​ແບບ​ເກົ່າ​ນັ້ນ​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka