ປະຖົມມະການ 2:9 - ພຣະຄຳພີສັກສິ9 ໃນສວນແຫ່ງນີ້ພຣະເຈົ້າຢາເວພຣະເຈົ້າບັນດານໃຫ້ມີຕົ້ນໄມ້ທຸກຊະນິດ ໃບຂຽວງາມດີ ແລະໝາກໄມ້ກໍເປັນໜ້າຢາກກິນ. ໃນກາງສວນນັ້ນພຣະອົງບັນດານໃຫ້ມີຕົ້ນໄມ້ທີ່ໃຫ້ຊີວິດ, ໃຫ້ຮູ້ຈັກດີ ແລະຮູ້ຈັກຊົ່ວ. Uka jalj uñjjattʼäta |
ຕົ້ນໄມ້ນັ້ນແມ່ນກະສັດແຫ່ງເອຢິບແລະປະຊາຊົນທັງໝົດຂອງລາວ. ບໍ່ມີຕົ້ນໄມ້ກົກໃດໃນສວນເອເດນຈະສູງ ແລະປະທັບໃຈເທົ່າກັບມັນ. ແຕ່ບັດນີ້ ມັນຈະລົງໄປສູ່ແດນມໍຣະນາດັ່ງຕົ້ນໄມ້ຕ່າງໆໃນສວນເອເດນຮ່ວມກັບພວກທີ່ບໍ່ນັບຖືພຣະເຈົ້າ ແລະພວກທີ່ໄດ້ຖືກຂ້າໃນສະໜາມຮົບ.” ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນັ້ນແຫຼະ.
ແຕ່ລະຟາກຂອງລຳນໍ້ານັ້ນຈະມີຕົ້ນໄມ້ທຸກຊະນິດ ເກີດຂຶ້ນເພື່ອເປັນອາຫານ. ໃບຂອງຕົ້ນໄມ້ເຫຼົ່ານີ້ຈະບໍ່ຫ່ຽວແຫ້ງຈັກເທື່ອ ແລະຕົ້ນໄມ້ນັ້ນຈະບໍ່ຢຸດເກີດໝາກຈັກເທື່ອ. ຕົ້ນໄມ້ເຫຼົ່ານີ້ຈະໃຫ້ໝາກໄມ້ສົດແຕ່ລະເດືອນ ເພາະໄດ້ຮັບນໍ້າລໍ່ລ້ຽງ ທີ່ໄຫລມາຈາກພຣະວິຫານ. ຕົ້ນໄມ້ຕ່າງໆຈະໃຫ້ໝາກໄມ້ເປັນອາຫານ ແລະໃບຂອງມັນກໍຈະຖືກນຳມາເພື່ອໃຊ້ໃນການປິ່ນປົວຄົນ.”