Biblia Todo Logo
Internet tuqin Biblia

- Anuncios ukanaka -




ປະຖົມມະການ 2:8 - ພຣະຄຳພີສັກສິ

8 ແລ້ວ​ພຣະເຈົ້າຢາເວ​ພຣະເຈົ້າ​ກໍ​ສ້າງ​ສວນ​ແຫ່ງ​ໜຶ່ງ​ໃນ​ເອເດນ ຢູ່​ທາງທິດ​ຕາເວັນອອກ ແລະ​ເອົາ​ຊາຍ​ຜູ້​ທີ່​ພຣະອົງ​ໄດ້​ປັ້ນ​ຂຶ້ນ​ນັ້ນ​ມາ​ຢູ່.

Uka jalj uñjjattʼäta Copia luraña




ປະຖົມມະການ 2:8
12 Jak'a apnaqawi uñst'ayäwi  

ໂລດ​ຫລຽວ​ໄປ​ຮອບໆ​ຈຶ່ງ​ເຫັນ​ວ່າ ທົ່ງ​ຮາບພຽງ​ຂອງ​ແມ່ນໍ້າ​ຈໍແດນ​ທັງໝົດ ຈົນເຖິງ​ເມືອງ​ໂຊອາ ມີ​ນໍ້າ​ຫລາຍ​ເໝືອນ​ດັ່ງ​ສວນ​ຂອງ​ພຣະເຈົ້າຢາເວ ຫລື​ດິນແດນ​ຂອງ​ປະເທດ​ເອຢິບ. (ກ່ອນ​ທີ່​ພຣະເຈົ້າຢາເວ​ໄດ້​ທຳລາຍ​ເມືອງ​ໂຊໂດມ​ກັບ​ເມືອງ​ໂກໂມຣາ ທົ່ງ​ຮາບ​ພຽງ​ນີ້​ອຸດົມສົມບູນ​ຫລາຍ.)


ສະນັ້ນ ພຣະເຈົ້າຢາເວ​ພຣະເຈົ້າ​ຈຶ່ງ​ຂັບໄລ່​ພວກເຂົາ​ໃຫ້​ອອກ​ໄປ​ຈາກ​ສວນ​ເອເດນ ແລະ​ໃຫ້​ຂຸດ​ດິນ​ຟັນ​ໄມ້​ໃນ​ບ່ອນ​ທີ່​ພວກເຂົາ​ໄດ້​ຖືກ​ສ້າງ​ຂຶ້ນ​ມາ.


ເມື່ອ​ພຣະເຈົ້າ​ຂັບໄລ່​ມະນຸດ​ອອກ​ຈາກ​ສວນ​ແລ້ວ ພຣະອົງ​ກໍ​ເອົາ​ເທວະດາ​ເຄຣຸບ ມາ​ເຝົ້າ​ສວນ​ຢູ່​ທາງທິດ​ຕາເວັນອອກ; ແລະ​ມີ​ດາບ​ທີ່​ລຸກ​ເປັນ​ແສງ​ໄຟ​ແກວ່ງ​ໄປມາ​ທົ່ວ​ທຸກ​ທິດ ເພື່ອ​ປ້ອງກັນ​ບໍ່​ໃຫ້​ເຂົ້າ​ໄປ​ໃກ້​ຕົ້ນໄມ້​ແຫ່ງ​ຊີວິດ​ນັ້ນ.


ກາອິນ​ຈຶ່ງ​ໜີ​ໄກ​ຈາກ​ພຣະພັກ​ພຣະເຈົ້າຢາເວ ໄປ​ອາໄສ​ຢູ່​ໃນ​ດິນແດນ​ແຫ່ງ​ໜຶ່ງ​ຊື່​ວ່າ, ແດນ​ພະເນຈອນ.


ບັນພະບຸລຸດ​ຂອງ​ຂ້າພະເຈົ້າ​ໄດ້​ທຳລາຍ​ເມືອງ​ໂກຊານ, ຮາຣານ ແລະ​ເຣເຊັບ ແລະ​ໄດ້​ຂ້າ​ຊາວ​ເອເດນ​ທີ່​ອາໄສ​ຢູ່​ໃນ​ເມືອງ​ເຕລາສາ ແລະ​ບໍ່ມີ​ພະ​ຕົນໃດ​ໃນ​ບັນດາ​ພະ​ຂອງ​ພວກເຂົາ​ຊ່ວຍ​ພວກເຂົາ​ໄວ້​ໄດ້.


ພຣະເຈົ້າຢາເວ​ຈະ​ໃຫ້​ຄວາມ​ເມດຕາ​ຕໍ່​ນະຄອນ​ເຢຣູຊາເລັມ ຕໍ່​ຄົນ​ທັງໝົດ​ທີ່​ຢູ່​ໃນ​ບ່ອນ​ຮົກຮ້າງ​ເພພັງ​ນັ້ນ. ເຖິງ​ວ່າ​ດິນແດນ​ນັ້ນ​ຈະ​ເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ ເຮົາ​ກໍ​ຈະ​ໃຫ້​ກາຍເປັນ​ສວນ​ເອເດນ​ໄດ້ ຈາກ​ພື້ນດິນ​ແຫ້ງ​ຂາດ​ນໍ້າ​ຫລໍ່ລ້ຽງ​ໃຫ້​ເກີດຜົນ ກໍ​ຈະ​ເປັນ​ດັ່ງ​ສວນ​ຂອງ​ພຣະເຈົ້າຢາເວ. ແລ້ວ​ທີ່ນັ້ນ​ກໍ​ຈະ​ມີ​ຄວາມ​ຊົມຊື່ນ​ຍິນດີ​ຫລາຍ ມີ​ທັງ​ສຽງ​ຮ້ອງລຳ​ທຳເພງ​ຍົກຍໍ​ໂມທະນາ​ຂອບພຣະຄຸນ​ດ້ວຍ.


ພວກ​ພໍ່ຄ້າ​ໃນ​ເມືອງ​ຮາຣານ, ການເນ ແລະ​ເອເດນ, ຕະຫລອດ​ທັງ​ພວກ​ພໍ່ຄ້າ​ໃນ​ເມືອງ​ເຊບາ, ອັດຊູຣະ ແລະ​ກິນມາດ; ພວກເຂົາ​ທັງໝົດ​ລ້ວນແຕ່​ໄດ້​ຄ້າຂາຍ​ກັບ​ເຈົ້າ.


ເຈົ້າ​ເຄີຍ​ໄດ້​ຢູ່​ໃນ​ເອເດນ​ສວນ​ຂອງ​ພຣະເຈົ້າ ທັງ​ປະດັບ​ກາຍ​ດ້ວຍ​ເພັດພອຍ​ນາໆ​ຊະນິດ​ເຊັ່ນ: ທັບທີມ​ແລະ​ເພັດນິນຈິນດາ; ພອຍເຫລືອງ, ນິນ, ມະນີໂຊດ ແລະ​ໂມລາ; ນິນສີຄາມ, ມໍຣະກົດ ແລະ​ໂກເມນ. ເຈົ້າ​ມີ​ເຄື່ອງເອ້​ເປັນ​ຄຳ​ຢ່າງ​ຫລວງຫລາຍ. ສິ່ງ​ເຫຼົ່ານີ້​ໄດ້​ເຮັດ​ໄວ້​ສຳລັບ​ເຈົ້າ ຕັ້ງແຕ່​ມື້​ທີ່ ເຈົ້າ​ໄດ້​ຖືກ​ສ້າງ​ຂຶ້ນ​ມາ.


ເມື່ອ​ເຮົາ​ສົ່ງ​ມັນ​ລົງ​ໄປ​ສູ່​ແດນ​ມໍຣະນາ​ນັ້ນ ສຽງ​ແຫ່ງ​ການ​ລົ້ມລົງ​ຂອງ​ມັນ​ຈະ​ເຮັດ​ໃຫ້​ຫລາຍ​ຊາດ​ສັ່ນສະເທືອນ. ຕົ້ນໄມ້​ທຸກ​ຕົ້ນ​ໃນ​ສວນ​ເອເດນ​ແລະ​ຕົ້ນໄມ້​ທີ່​ຖືກ​ເລືອກ​ຢ່າງດີ​ທີ່ສຸດ ຄື​ຕົ້ນໄມ້​ທີ່​ມີ​ນໍ້າ​ລໍ່ລ້ຽງ​ຢ່າງດີ​ຂອງ​ເລບານອນ ກໍ​ຈະ​ພໍໃຈ​ໃນ​ການ​ລົ້ມລົງ​ຂອງ​ມັນ.


ຕົ້ນໄມ້​ນັ້ນ​ແມ່ນ​ກະສັດ​ແຫ່ງ​ເອຢິບ​ແລະ​ປະຊາຊົນ​ທັງໝົດ​ຂອງ​ລາວ. ບໍ່ມີ​ຕົ້ນໄມ້​ກົກໃດ​ໃນ​ສວນ​ເອເດນ​ຈະ​ສູງ ແລະ​ປະທັບ​ໃຈ​ເທົ່າກັບ​ມັນ. ແຕ່​ບັດນີ້ ມັນ​ຈະ​ລົງ​ໄປ​ສູ່​ແດນ​ມໍຣະນາ​ດັ່ງ​ຕົ້ນໄມ້​ຕ່າງໆ​ໃນ​ສວນ​ເອເດນ​ຮ່ວມ​ກັບ​ພວກ​ທີ່​ບໍ່​ນັບຖື​ພຣະເຈົ້າ ແລະ​ພວກ​ທີ່​ໄດ້​ຖືກ​ຂ້າ​ໃນ​ສະໜາມຮົບ.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນັ້ນແຫຼະ.


ມັນ​ກິນ​ເຄື່ອງປູກ​ກ້ຽງ ດັ່ງ​ໄຟ​ໄໝ້​ເຜົາຜານ ດິນແດນ​ເບື້ອງ​ໜ້າ ມັນ​ເປັນ​ດັ່ງ​ສວນ​ເອເດນ​ພຸ້ນ ແຕ່​ເບື້ອງຫລັງ​ນັ້ນ ເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ ທີ່​ບໍ່ມີ​ຫຍັງ​ຈະ​ໜີພົ້ນ​ຈາກ​ມັນ​ໄປ​ໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka