Biblia Todo Logo
Internet tuqin Biblia

- Anuncios ukanaka -




ປະຖົມມະການ 2:7 - ພຣະຄຳພີສັກສິ

7 ແລ້ວ​ພຣະເຈົ້າຢາເວ​ພຣະເຈົ້າ​ກໍ​ເອົາ​ຂີ້ດິນ​ແຕ່​ພື້ນດິນ ມາ​ປັ້ນ​ເປັນ​ຊາຍ ແລະ​ເປົ່າ​ລົມຫາຍໃຈ​ໃສ່​ຮູ​ດັງ​ຂອງ​ຊາຍ​ທີ່​ຖືກ​ປັ້ນ​ຂຶ້ນ​ມາ​ນັ້ນ​ໃຫ້​ມີ​ຊີວິດ ແລະ​ຊາຍ​ທີ່​ຖືກ​ປັ້ນ​ນັ້ນ​ກໍໄດ້​ເລີ່ມ​ມີ​ຊີວິດ.

Uka jalj uñjjattʼäta Copia luraña




ປະຖົມມະການ 2:7
33 Jak'a apnaqawi uñst'ayäwi  

ດັ່ງນັ້ນ ພຣະເຈົ້າ​ຈຶ່ງ​ໄດ້​ນິຣະມິດ​ສ້າງ​ມະນຸດ​ໃຫ້​ມີ​ຮູບ​ລັກສະນະ​ຂອງ​ພຣະອົງ ຕາມ​ພຣະ​ລັກສະນະ​ຂອງ​ພຣະເຈົ້າ. ພຣະອົງ​ໄດ້​ນິຣະມິດ​ສ້າງ​ພວກເຂົາ​ໃຫ້​ເປັນ​ຊາຍ​ແລະ​ຍິງ


ແຕ່​ຍັງ​ມີ​ນໍ້າ​ຂຶ້ນ​ມາ​ເທິງ​ໜ້າດິນ ແລະ​ເຮັດ​ໃຫ້​ພື້ນດິນ​ຊຸ່ມຊື່ນ​ທົ່ວໄປ.


ເຈົ້າ​ຈະ​ເຮັດ​ວຽກ​ໜັກ​ຈົນ​ເຫື່ອ​ໄຫລ​ໄຄ​ຍ້ອຍ​ອອກ​ມາ; ເພື່ອ​ຈະ​ເຮັດ​ໃຫ້​ດິນ​ເກີດຜົນ​ພຽງພໍ​ລ້ຽງ​ຊີວິດ​ເຈົ້າ. ຈົນກວ່າ​ເຈົ້າ​ຄືນ​ໄປ​ສູ່​ດິນ​ທີ່​ເຈົ້າ​ຖືກ​ສ້າງ​ຂຶ້ນ​ມາ; ເຈົ້າ​ຖືກ​ສ້າງ​ມາ​ແຕ່​ດິນ ເຈົ້າ​ຈະ​ຄືນ​ໄປ​ເປັນ​ດິນ​ອີກ.”


ສະນັ້ນ ພຣະເຈົ້າຢາເວ​ພຣະເຈົ້າ​ຈຶ່ງ​ຂັບໄລ່​ພວກເຂົາ​ໃຫ້​ອອກ​ໄປ​ຈາກ​ສວນ​ເອເດນ ແລະ​ໃຫ້​ຂຸດ​ດິນ​ຟັນ​ໄມ້​ໃນ​ບ່ອນ​ທີ່​ພວກເຂົາ​ໄດ້​ຖືກ​ສ້າງ​ຂຶ້ນ​ມາ.


ທຸກໆ​ສິ່ງ​ທີ່​ຫາຍ​ໃຈ​ໄດ້​ເທິງ​ແຜ່ນດິນ​ໂລກ​ໄດ້​ຕາຍໄປ​ໝົດ.


ຕາບໃດ​ທີ່​ຂ້ອຍ​ນີ້​ຍັງ​ມີ​ຊີວິດ​ຢູ່ ທີ່​ພຣະເຈົ້າ​ໂຜດ​ໃຫ້​ຂ້ອຍ​ມີ​ລົມຫາຍໃຈ,


ວິນຍານ​ຂອງ​ພຣະເຈົ້າ​ໄດ້​ສ້າງ​ຂ້ອຍ​ຂຶ້ນ​ມາ ວິນຍານ​ຂອງ​ພຣະອົງ​ໄດ້​ໃຫ້​ຊີວິດ​ແກ່​ຂ້ອຍ.


ຕໍ່ສາຍຕາ​ພຣະເຈົ້າ ເຈົ້າ​ແລະ​ຂ້ອຍ​ເທົ່າທຽມ​ກັນ ເຮົາ​ທັງສອງ​ຖືກ​ສ້າງ​ມາ​ຈາກ​ດິນ​ໜຽວ​ທັງນັ້ນ.


ເຈົ້າ​ຄິດ​ວ່າ​ພຣະອົງ​ຈະ​ໄວ້ວາງໃຈ​ຕໍ່ ສິ່ງ​ທີ່​ຖືກ​ສ້າງ​ຈາກ​ດິນ​ໜຽວ​ຊັ້ນບໍ? ສິ່ງ​ທີ່​ເປັນ​ຂີ້ດິນ​ອາດ​ຖືກ​ຢຽບ​ໝຸ່ນ ໃຫ້​ທະລາຍ​ໄປ​ດັ່ງ​ແມງເມົ່າ​ກໍໄດ້.


ຈົ່ງ​ຮູ້ຈັກ​ວ່າ​ພຣະເຈົ້າຢາເວ​ຄື​ພຣະເຈົ້າ​ຜູ້​ສ້າງ​ພວກເຮົາ ພວກເຮົາ​ເປັນ​ໄພ່ພົນ​ແລະ​ຝູງແກະ​ຂອງ​ພຣະອົງ.


ພຣະອົງ​ຮູ້​ດີ​ວ່າ​ພວກເຮົາ​ຖືກ​ສ້າງ​ມາ​ຢ່າງໃດ ແລະ​ຈົດຈຳ​ໄວ້​ວ່າ​ພວກເຮົາ​ເປັນ​ພຽງແຕ່​ຂີ້ຝຸ່ນ​ດິນ​ເທົ່ານັ້ນ.


ພຣະເຈົ້າຢາເວ​ໃຫ້​ຈິດໃຈ ແລະ​ຈິດສຳນຶກ​ແກ່​ເຮົາ ເຮົາ​ບໍ່​ສາມາດ​ປິດບັງ​ຈາກ​ຕົນເອງ​ໄດ້.


ຮ່າງກາຍ​ຂອງ​ພວກເຮົາ​ຈະ​ກັບ​ເປັນ​ຂີ້ຝຸ່ນ​ດິນ​ອີກ ແລະ​ຈິດວິນຍານ​ຂອງ​ພວກເຮົາ​ກໍ​ຈະ​ກັບຄືນ​ໄປ​ຫາ​ພຣະເຈົ້າ ຜູ້​ຊົງ​ປະທານ​ໃຫ້​ນັ້ນ.


ເວລາ​ສຳລັບ​ຈີກ ແລະ​ເວລາ​ສຳລັບ​ຫຍິບ ເວລາ​ສຳລັບ​ມິດງຽບ ແລະ​ເວລາ​ສຳລັບ​ເວົ້າຈາ.


ຢ່າ​ເຊື່ອໝັ້ນ​ຕາຍໃຈ​ໃນ​ມະນຸດ​ທີ່​ຕາຍເປັນ. ພວກເຂົາ​ມີ​ຄ່າ​ຫຍັງ​ແດ່?


ແຕ່​ພຣະເຈົ້າຢາເວ​ເອີຍ ພຣະອົງ​ເປັນ​ພຣະບິດາ​ຂອງ​ພວກ​ຂ້ານ້ອຍ. ພວກ​ຂ້ານ້ອຍ​ເປັນ​ດິນ​ໜຽວ​ແລະ​ພຣະອົງ​ເປັນ​ຊ່າງ​ປັ້ນ. ພຣະອົງ​ໄດ້​ສ້າງ​ພວກ​ຂ້ານ້ອຍ​ມາ


ພວກເຂົາ​ຈັບ​ເອົາ​ຜູ້​ທີ່​ຊີ້ຂາດ​ຊີວິດ​ຂອງ​ພວກເຮົາ ຄື​ກະສັດ​ຜູ້​ທີ່​ພຣະເຈົ້າຢາເວ​ເອງ​ໄດ້​ຊົງ​ເຈີມໄວ້​ນັ້ນ ຄື​ຜູ້​ທີ່​ພວກເຮົາ​ໄດ້​ໄວ້ວາງໃຈ​ໃນ​ຕົວ​ເພິ່ນ ເພື່ອ​ປົກປ້ອງ​ພວກເຮົາ​ຈາກ​ພວກ​ຮຸກຮານ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ແກ່​ພວກ​ກະດູກ​ນີ້​ວ່າ, ‘ເຮົາ​ຈະ​ເອົາ​ລົມຫາຍໃຈ​ເຂົ້າ​ໄປ​ໃນ​ພວກເຈົ້າ ແລະ​ນຳ​ພວກເຈົ້າ​ໃຫ້​ຄືນ​ມີ​ຊີວິດ​ອີກ.


ເຮົາ​ຈະ​ໃຫ້​ພວກເຈົ້າ​ມີ​ເສັ້ນເອັນ​ກັບ​ກ້ອນຊີ້ນ ແລະ​ມີ​ໜັງ​ຫຸ້ມຫໍ່​ພວກເຈົ້າ​ໄວ້. ເຮົາ​ຈະ​ເອົາ​ລົມຫາຍໃຈ​ເຂົ້າ​ໄປ​ໃນ​ພວກເຈົ້າ ແລະ​ນຳ​ພວກເຈົ້າ​ໃຫ້​ຄືນ​ມີ​ຊີວິດ​ອີກ. ແລ້ວ​ພວກເຈົ້າ​ກໍ​ຈະ​ຮູ້ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.”’


ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ທີ່​ມາ​ຈາກ​ພຣະເຈົ້າຢາເວ ເຖິງ​ຊາດ​ອິດສະຣາເອນ: ພຣະເຈົ້າຢາເວ​ອົງ​ໄດ້​ກາງ​ຈັກກະວານ​ອອກ ໄດ້​ນິຣະມິດ​ສ້າງ​ແຜ່ນດິນ​ໂລກ ແລະ​ໄດ້​ໃຫ້​ຊີວິດ​ແກ່​ມວນ​ມະນຸດ. ພຣະອົງ​ກ່າວ​ວ່າ,


ແຕ່​ໂມເຊ​ແລະ​ອາໂຣນ​ຂາບລົງ​ດິນ ທູນ​ວ່າ, “ໂອ ຂ້າແດ່​ພຣະເຈົ້າ ອົງ​ເປັນ​ພຣະເຈົ້າ​ແຫ່ງ​ຈິດວິນຍານ​ທັງໝົດ​ຂອງ​ມະນຸດ. ເມື່ອ​ຄົນ​ຜູ້​ດຽວ​ເຮັດ​ບາບ ພຣະອົງ​ຈະ​ໂກດຮ້າຍ​ຊຸມຊົນ​ທັງໝົດ​ຫລື?”


“ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຈິດວິນຍານ​ທັງໝົດ​ຂອງ​ມະນຸດ ຂໍ​ພຣະອົງ​ຈົ່ງ​ໄດ້​ແຕ່ງຕັ້ງ​ຊາຍ​ຜູ້ໃດ​ຜູ້ໜຶ່ງ​ທີ່​ສາມາດ​ນຳພາ​ປະຊາຊົນ


ເມື່ອ​ກ່າວ​ຈົບ​ແລ້ວ ພຣະອົງ​ໄດ້​ລະບາຍ​ລົມຫາຍໃຈ​ອອກ​ໃສ່​ພວກເພິ່ນ ແລະ​ບອກ​ວ່າ, “ຈົ່ງ​ຮັບ​ເອົາ​ພຣະວິນຍານ​ບໍຣິສຸດເຈົ້າ​ເຖີດ.


ພຣະອົງ​ບໍ່​ຈຳເປັນ​ໃຫ້​ມະນຸດ​ຈັດ​ຫາ​ສິ່ງໃດສິ່ງໜຶ່ງ​ໃຫ້​ແກ່​ພຣະອົງ ເພາະວ່າ​ແມ່ນ​ພຣະອົງ​ເອງ​ທີ່​ເປັນ​ຜູ້​ໂຜດ​ປະທານ​ຊີວິດ, ລົມຫາຍໃຈ ແລະ​ສັບພະທຸກສິ່ງ​ແກ່​ມະນຸດ​ທຸກ​ຊາດ​ທຸກ​ພາສາ.


ແຕ່​ມະນຸດ​ເອີຍ, ເຈົ້າ​ເປັນ​ຜູ້ໃດ ຈຶ່ງ​ກ້າ​ກ່າວ​ໂຕ້​ຕອບ​ພຣະເຈົ້າ​ໄດ້? ສິ່ງ​ທີ່​ຖືກ​ປັ້ນ​ຈະ​ກ່າວ​ແກ່​ຜູ້​ປັ້ນ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ປັ້ນ​ຂ້ອຍ​ມາ​ແບບ​ນີ້?”


ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ພຣະເຈົ້າ​ໄດ້​ສ້າງ​ມະນຸດ​ຜູ້​ທຳອິດ ຄື​ອາດາມ​ໃຫ້​ເປັນ​ຜູ້​ທີ່​ມີ​ຊີວິດ, ແຕ່​ອາດາມ​ຄົນ​ສຸດທ້າຍ​ເປັນ​ພຣະວິນຍານ ຜູ້​ທີ່​ປະທານ​ຊີວິດ.”


ມະນຸດ​ຜູ້​ທຳອິດ​ເກີດ​ມາ​ຈາກ​ດິນ ຈຶ່ງ​ກາຍເປັນ​ຂີ້ຝຸ່ນ​ດິນ, ມະນຸດ​ຖ້ວນ​ສອງ​ມາ​ຈາກ​ສະຫວັນ.


ແຕ່​ພວກເຮົາ​ມີ​ຊັບສົມບັດ​ນີ້ ຢູ່​ໃນ​ພາຊະນະ​ດິນ ເພື່ອ​ໃຫ້​ເຫັນ​ວ່າ ຣິດອຳນາດ​ອັນ​ຍິ່ງໃຫຍ່​ນັ້ນ​ເປັນ​ຂອງ​ພຣະເຈົ້າ ບໍ່ໄດ້​ມາ​ຈາກ​ພວກເຮົາ​ເອງ.


ເພາະ​ເຮົາ​ຮູ້​ແລ້ວ​ວ່າ, ຖ້າ​ວ່າ​ເຮືອນ​ຂອງເຮົາ​ໃນ​ໂລກນີ້ ຄື​ຮ່າງກາຍ​ນັ້ນ​ໄດ້​ຖືກ​ມ້າງ​ລົງ​ເສຍ ເຮົາ​ກໍ​ຍັງ​ມີ​ບ່ອນ​ຢູ່​ອາໄສ ຊຶ່ງ​ພຣະເຈົ້າ​ຊົງ​ໂຜດ​ປະທານ​ໃຫ້​ເປັນ​ບ່ອນ​ຢູ່​ທີ່​ບໍ່ໄດ້​ສ້າງ​ດ້ວຍ​ມື​ມະນຸດ ແລະ​ຊົງ​ຕັ້ງ​ຢູ່​ຖາວອນ​ເປັນນິດ​ໃນ​ສະຫວັນ.


ດ້ວຍວ່າ, ພຣະເຈົ້າ​ໄດ້​ສ້າງ​ອາດາມ​ກ່ອນ ແລະ​ຕໍ່ມາ​ພຣະອົງ​ກໍໄດ້​ສ້າງ​ເອວາ.


ອີກ​ປະການ​ໜຶ່ງ ເຮົາ​ທັງຫລາຍ​ມີ​ພໍ່​ເປັນ​ມະນຸດ​ທີ່​ໄດ້​ຕີສອນ​ພວກເຮົາ ແລະ​ພວກເຮົາ​ກໍ​ນັບຖື​ພໍ່​ນັ້ນ. ຫລາຍກວ່າ​ນັ້ນ​ອີກ ພວກເຮົາ​ຄວນ​ຢູ່​ໃຕ້​ບັງຄັບ​ຂອງ​ພຣະບິດາເຈົ້າ​ແຫ່ງ​ບັນດາ​ວິນຍານ​ຈິດ ແລະ​ມີ​ຊີວິດ​ບໍ່ແມ່ນ​ບໍ?


Jiwasaru arktasipxañani:

Anuncios ukanaka


Anuncios ukanaka