5 ຕົ້ນໄມ້ກັບກໍຫຍ້າບໍ່ທັນມີເທິງແຜ່ນດິນໂລກ ເພາະພຣະເຈົ້າຢາເວພຣະເຈົ້າຍັງບໍ່ໃຫ້ຝົນຕົກລົງມາ ແລະຍັງບໍ່ທັນມີຈັກຄົນທີ່ທຳມາຫາກິນຢູ່ເທິງແຜ່ນດິນໂລກ,
ແຕ່ຍັງມີນໍ້າຂຶ້ນມາເທິງໜ້າດິນ ແລະເຮັດໃຫ້ພື້ນດິນຊຸ່ມຊື່ນທົ່ວໄປ.
ສະນັ້ນ ພຣະເຈົ້າຢາເວພຣະເຈົ້າຈຶ່ງຂັບໄລ່ພວກເຂົາໃຫ້ອອກໄປຈາກສວນເອເດນ ແລະໃຫ້ຂຸດດິນຟັນໄມ້ໃນບ່ອນທີ່ພວກເຂົາໄດ້ຖືກສ້າງຂຶ້ນມາ.
ຖ້າເຈົ້າເຮັດໄຮ່ໄຖນາ ທີ່ດິນກໍຈະບໍ່ເກີດຜົນຫຍັງ; ເຈົ້າຈະບໍ່ມີທີ່ຢູ່ ແລະຈະພະເນຈອນໄປເທິງແຜ່ນດິນໂລກ.”
ຕໍ່ມາ ນາງກໍໄດ້ລູກຊາຍອີກຜູ້ໜຶ່ງ; ລູກຊາຍຜູ້ນີ້ມີຊືວ່າ, “ອາເບັນ.” ລາວເປັນຄົນລ້ຽງສັດ ສ່ວນກາອິນນັ້ນເປັນພໍ່ນາ.
ພຣະອົງໃຫ້ຝົນຕົກມາໃສ່ທົ່ວທັງດິນແດນ ແລະໃຫ້ທົ່ງໄຮ່ທົ່ງນາມີນໍ້າເພື່ອຫລໍ່ລ້ຽງ.
ພຣະອົງເຮັດໃຫ້ຫຍ້າເກີດຂຶ້ນສຳລັບຝູງສັດ ແລະພືດພັນສຳລັບໃຫ້ມະນຸດເພາະປູກ
ພຣະອົງນຳເອົາເມກໝອກອັນມືດຄື້ມມາ ຈາກຂອບຟ້າສົ້ນສຸດແຫ່ງແຜ່ນດິນໂລກ ເຮັດໃຫ້ຟ້າແມບເຫລື້ອມໃນທ່າມກາງພະຍຸຝົນ ແລະປ່ອຍໃຫ້ລົມພັດມາຈາກບ່ອນຢູ່ຂອງມັນນັ້ນ.
ພຣະເຈົ້າສ້າງແຜ່ນດິນໂລກໂດຍຣິດທານຸພາບ ໂດຍພຣະປັນຍາໄດ້ສ້າງໂລກແລະກາງຟ້າສະຫວັນອອກ.
ໂດຍພຣະຄຳສັ່ງ ນໍ້າທີ່ເທິງຟ້າສະຫວັນ ດັງຄຶກຄະນອງ ນຳກ້ອນເມກມາຈາກສົ້ນສຸດຂອງແຜ່ນດິນໂລກ. ພຣະອົງໃຫ້ຟ້າແມບເຫລື້ອມໃນທ່າມກາງສາຍຝົນ ແລະສົ່ງລົມໃຫ້ພັດມາຈາກຄັງຂອງພຣະອົງນັ້ນ.
ບໍ່ມີຮູບເຄົາຣົບຂອງຊົນຊາດໃດເຮັດໃຫ້ຝົນຕົກມາ ຟ້າສະຫວັນກໍເຮັດໃຫ້ຝົນຫລັ່ງລິນລົງມາບໍ່ໄດ້; ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກຂ້ານ້ອຍເອີຍ ເພາະແມ່ນພຣະອົງທີ່ໄດ້ກະທຳທຸກສິ່ງເຫຼົ່ານີ້.
ເພື່ອວ່າເຈົ້າທັງຫລາຍຈະກາຍເປັນບຸດແຫ່ງພຣະບິດາເຈົ້າ ຜູ້ຊົງສະຖິດໃນສະຫວັນ ເພາະພຣະອົງບັນດານໃຫ້ແສງຕາເວັນຂອງພຣະອົງສ່ອງໃສ່ທັງຄົນຊົ່ວແລະຄົນດີເໝືອນກັນ ແລະໃຫ້ຝົນຕົກໃສ່ທັງຄົນທີ່ຊອບທຳແລະບໍ່ຊອບທຳ.
ດ້ວຍວ່າ, ພື້ນດິນຕອນໃດດູດຮັບເອົານໍ້າຝົນທີ່ຕົກໃສ່ຢູ່ເລື້ອຍ ແລະເກີດພືດຜົນງອກຂຶ້ນໃຫ້ປະໂຫຍດແກ່ຄົນປູກຝັງນັ້ນ ກໍໄດ້ຮັບພຣະພອນຈາກພຣະເຈົ້າ.