Biblia Todo Logo
Internet tuqin Biblia

- Anuncios ukanaka -




ປະຖົມມະການ 2:4 - ພຣະຄຳພີສັກສິ

4 ປະຫວັດ​ຈັກກະວານ​ແລະ​ແຜ່ນດິນ​ໂລກ​ໄດ້​ຖືກ​ນິຣະມິດ​ສ້າງ​ຂຶ້ນ​ມາ​ກໍ​ເປັນ​ດັ່ງນີ້. ເມື່ອ​ພຣະເຈົ້າຢາເວ ​ພຣະເຈົ້າ​ໄດ້​ສ້າງ​ແຜ່ນດິນ​ໂລກ​ແລະ​ຈັກກະວານ​ນັ້ນ;

Uka jalj uñjjattʼäta Copia luraña




ປະຖົມມະການ 2:4
27 Jak'a apnaqawi uñst'ayäwi  

ເມື່ອ​ພຣະເຈົ້າ​ຕັ້ງຕົ້ນ​ນິຣະມິດ​ສ້າງ​ຈັກກະວານ


ພຣະເຈົ້າ​ໄດ້​ອວຍພອນ​ພວກເຂົາ ແລະ​ພຣະເຈົ້າ​ໄດ້ກ່າວ​ແກ່​ພວກເຂົາ​ວ່າ, “ຈົ່ງ​ມີ​ລູກຫລານ​ໃຫ້​ແຜ່ຜາຍ​ຂະຫຍາຍ​ທະວີຄູນ​ຫລາຍ​ຂຶ້ນ ເພື່ອ​ເຊື້ອສາຍ​ຂອງ​ເຈົ້າ​ຈະ​ມີ​ຢູ່​ທົ່ວ​ທຸກ​ແຫ່ງຫົນ ແລະ​ປົກຄອງ​ທຸກສິ່ງ​ເທິງ​ແຜ່ນດິນ​ໂລກ​ນີ້. ເຮົາ​ໃຫ້​ເຈົ້າ​ມີ​ອຳນາດ​ເໜືອ​ປາ, ນົກ ແລະ​ສັດປ່າ​ທຸກ​ຊະນິດ.”


ພຣະເຈົ້າ​ໄດ້​ກ່າວ​ວ່າ, “ໃຫ້​ເກີດ​ມີ​ແສງ​ແຈ້ງ​ສ່ອງ​ຂຶ້ນ.” ແລະ​ກໍ​ເປັນ​ດັ່ງນັ້ນ.


ພຣະເຈົ້າ​ໄດ້​ເຫັນ​ວ່າ​ທຸກໆ​ສິ່ງ​ທີ່​ໄດ້​ນິຣະມິດ​ສ້າງ​ຂຶ້ນ​ມາ ແລ້ວ​ກໍ​ໄດ້ເຫັນ​ວ່າ​ດີຫລາຍ. ມີ​ເວລາ​ຄໍ່າ ແລະ​ເວລາ​ເຊົ້າ ນັ້ນ​ແມ່ນ​ມື້​ທີ​ຫົກ.


ພຣະເຈົ້າ​ໄດ້​ເຫັນ​ແຈ້ງ​ນັ້ນ​ແລ້ວ​ເຫັນ​ວ່າ​ດີ. ພຣະເຈົ້າ​ແຍກ​ແຈ້ງ​ອອກ​ຈາກ​ມືດ


ຕໍ່ໄປນີ້​ແມ່ນ​ເຊື້ອສາຍ​ຂອງ​ພວກ​ລູກຊາຍ​ໂນອາ ມີ​ດັ່ງນີ້: ເຊມ, ຮາມ ແລະ​ຢາເຟດ. ສາມ​ຄົນ​ນີ້​ຫລັງຈາກ​ນໍ້າ​ໄດ້​ຖ້ວມ​ແຜ່ນດິນ​ໂລກ ພວກເຂົາ​ກໍໄດ້​ລູກຊາຍ​ຫລາຍ​ຄົນ.


ເຊື້ອສາຍ​ຂອງ​ເຊມ​ມີ​ຄວາມ​ເປັນ​ມາ​ດັ່ງນີ້: ສອງ​ປີ​ຫລັງຈາກ​ນໍ້າ​ຖ້ວມ ເມື່ອ​ເຊມ​ອາຍຸ​ໄດ້ 100 ປີ ເພິ່ນ​ມີ​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ, ອາກປັກຊາດ.


ພຣະເຈົ້າ​ອວຍພອນ​ມື້​ທີ​ເຈັດ ແລະ​ຕັ້ງ​ໄວ້​ໃຫ້​ເປັນ​ວັນ​ສັກສິດ​ບໍຣິສຸດ ເພາະ​ໃນ​ມື້ນັ້ນ ພຣະອົງ​ໄດ້​ຢຸດ​ພັກ​ຈາກ​ການ​ນິຣະມິດ​ສ້າງ ແລະ​ຢຸດ​ກິດຈະການ​ທັງ​ສິ້ນ.


ອິດຊະມາເອນ​ຜູ້​ທີ່​ນາງ​ຮາກາ ສາວ​ໃຊ້​ຊາວ​ເອຢິບ​ຂອງ​ນາງ​ຊາຣາ ເກີດ​ໃຫ້​ອັບຣາຮາມ​ນັ້ນ


ຕໍ່ໄປນີ້​ແມ່ນ​ເລື່ອງ​ຂອງ​ອີຊາກ ລູກຊາຍ​ຂອງ​ອັບຣາຮາມ.


ເຊື້ອສາຍ​ຂອງ​ເອຊາວ ຫລື​ມີ​ຊື່​ໜຶ່ງ​ອີກ​ວ່າ ເອໂດມ ມີ​ດັ່ງນີ້:


ຕໍ່ໄປນີ້ ແມ່ນ​ເຊື້ອສາຍ​ຂອງ​ເອຊາວ ຜູ້​ທີ່​ສືບ​ເຊື້ອສາຍ​ໃຫ້​ຊາວ​ເອໂດມ​ທີ່​ເນີນພູ​ເສອີ.


ຕໍ່ໄປນີ້ ແມ່ນ​ລາຍຊື່​ປະຫວັດ​ເຊື້ອສາຍ​ຂອງ​ອາດາມ. (ເມື່ອ​ພຣະເຈົ້າ​ໄດ້​ສ້າງ​ມະນຸດ​ນັ້ນ ພຣະອົງ​ໄດ້​ສ້າງ​ເຂົາ​ໃຫ້​ມີ​ຮູບ​ລັກສະນະ​ຄື​ພຣະອົງ.


ເມື່ອ​ປະຊາຊົນ​ເຫັນ​ດັ່ງນີ້ ພວກເຂົາ​ຈຶ່ງ​ກົ້ມ​ຂາບລົງ​ແລະ​ຮ້ອງ​ຂຶ້ນ​ວ່າ, “ພຣະເຈົ້າຢາເວ​ອົງນີ້​ເປັນ​ພຣະເຈົ້າ ພຣະເຈົ້າຢາເວ​ອົງ​ນີ້​ເປັນ​ພຣະເຈົ້າ.”


ແລະ​ພາວັນນາ​ອະທິຖານ​ດ້ວຍ​ສຽງດັງ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກ​ຂ້ານ້ອຍ​ເອີຍ ພຣະອົງ​ປົກຄອງ​ຢູ່​ເທິງ​ສະຫວັນ ເໜືອ​ບັນດາ​ປະຊາຊາດ​ທັງໝົດ​ໃນ​ໂລກ. ພຣະອົງ​ຊົງຣິດອຳນາດ, ຊົງຣິດເດດ ແລະຊົງຍິ່ງໃຫຍ່ ທັງ​ບໍ່ມີ​ຜູ້ໃດ​ຕໍ່ຕ້ານ​ພຣະອົງ​ໄດ້.


ອັນ​ວ່າ​ນໍ້າ​ຝົນ​ນັ້ນ ມັນ​ມີ​ບິດາ​ບໍ? ແລະ​ພໍ່​ຂອງ​ນໍ້າ​ຄ້າງ​ເດ ແມ່ນ​ຜູ້ໃດ​ກັນ​ແທ້?


ເມື່ອ​ເຮົາ​ສ້າງ​ຈັກກະວານ​ນັ້ນ ເຈົ້າ​ຢູ່​ບ່ອນ​ນັ້ນ​ບໍ? ຖ້າ​ເຈົ້າ​ຮູ້​ຫລວງຫລາຍ ຈົ່ງ​ບອກ​ເຮົາ​ມາ​ເບິ່ງ.


ພຣະເຈົ້າຢາເວ​ເທົ່ານັ້ນ​ທີ່​ເປັນ​ພຣະເຈົ້າ ພຣະອົງ​ເທົ່ານັ້ນ​ທີ່​ປ້ອງກັນ​ພວກເຮົາ​ໄດ້.


ພຣະອົງ​ຊົງ​ຣິດອຳນາດ​ແລະ​ເຮັດ​ສິ່ງ​ອັດສະຈັນ ພຣະອົງ​ເທົ່ານັ້ນ​ທີ່​ເປັນ​ພຣະເຈົ້າ.


ພຣະເຈົ້າຢາເວ​ເປັນ​ນັກຮົບ​ຜູ້​ຍິ່ງໃຫຍ່ ພຣະເຈົ້າຢາເວ​ນັ້ນ ແມ່ນ​ນາມ​ອັນ​ກຽງໄກ​ຂອງ​ພຣະອົງ.


ເລວີ​ມີ​ລູກຊາຍ​ສາມ​ຄົນ ດັ່ງນີ້: ເກໂຊນ, ໂກຮາດ ແລະ​ເມຣາຣີ. ພວກເຂົາ​ໄດ້​ເປັນ​ບັນພະບຸລຸດ​ຂອງ​ເຜົ່າ​ຕ່າງໆ ທີ່​ໄດ້​ໃສ່​ຊື່​ຂອງ​ພວກເຂົາ. ເລວີ​ມີ​ອາຍຸ​ຢູ່​ຮອດ ໜຶ່ງຮ້ອຍ​ສາມສິບເຈັດ​ປີ.


ພຣະເຈົ້າຢາເວ​ອົງ​ກະສັດ​ຂອງ​ຊາດ​ອິດສະຣາເອນ​ແລະ​ອົງ​ພຣະຜູ້ໄຖ່​ຂອງ​ເຂົາ ຄື​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ກ່າວ​ໄວ້​ດັ່ງນີ້: “ເຮົາ​ເປັນ​ຜູ້ຕົ້ນ​ແລະ​ເປັນ​ຜູ້ປາຍ ບໍ່ມີ​ພຣະເຈົ້າ​ອື່ນໃດ ນອກເໜືອ​ຈາກ​ເຮົາ​ແລ້ວ.


ຈາກ ໂຢຮັນ, ຮຽນ ຄຣິສຕະຈັກ​ທັງ​ເຈັດ​ທີ່​ຢູ່​ໃນ​ແຂວງ​ເອເຊຍ. ຂໍ​ໃຫ້​ທ່ານ​ທັງຫລາຍ​ຈົ່ງ​ໄດ້​ຮັບ​ພຣະຄຸນ​ແລະ​ສັນຕິສຸກ​ຈາກ​ພຣະອົງ ຜູ້​ຊົງ​ດຳລົງ​ຢູ່​ໃນ​ປະຈຸບັນ ຜູ້​ຊົງ​ດຳລົງ​ຢູ່​ໃນ​ອະດີດ ຜູ້​ຈະ​ສະເດັດ​ມາ​ໃນ​ອະນາຄົດ ແລະ​ຈາກ​ວິນຍານ​ທັງ​ເຈັດ​ທີ່​ເຝົ້າ​ຢູ່​ໜ້າ​ຣາຊບັນລັງ​ຂອງ​ພຣະອົງ


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ ອົງ​ຊົງ​ດຳລົງ​ຢູ່​ໃນ​ປະຈຸບັນ ອົງ​ຊົງ​ດຳລົງ​ຢູ່​ໃນ​ອະດີດ ຜູ້​ຈະ​ສະເດັດ​ມາ​ໃນ​ອະນາຄົດ ແລະ​ອົງ​ຊົງ​ຣິດທານຸພາບ​ສູງສຸດ ຊົງ​ກ່າວ​ວ່າ, “ເຮົາ​ຄື​ອາລະຟາ​ແລະ​ໂອເມຄາ.”


ກາບ​ທູນ​ວ່າ, “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ ອົງ​ຊົງ​ຣິດທານຸພາບ​ສູງສຸດ ອົງ​ຊົງ​ດຳລົງ​ຢູ່​ໃນ​ປະຈຸບັນ ແລະ​ອົງ​ຊົງ​ດຳລົງ​ຢູ່​ໃນ​ຄາວກ່ອນ ພວກ​ຂ້ານ້ອຍ​ໂມທະນາ​ຂອບພຣະຄຸນ ພຣະອົງ ຈຶ່ງ​ໄດ້​ຊົງ​ຕັ້ງຕົ້ນ​ສະເຫວີຍ​ຣາດ ທີ່​ແຜ່ນດິນ​ໂລກ.


ແລ້ວ​ຂ້າພະເຈົ້າ​ໄດ້ຍິນ​ເທວະດາ​ແຫ່ງ​ນໍ້າ​ນັ້ນ​ຮ້ອງ​ວ່າ, “ຂ້າແດ່​ພຣະອົງເຈົ້າ ຜູ້​ບໍຣິສຸດ ຜູ້​ຊົງ​ດຳລົງ​ຢູ່​ບັດນີ້ ແລະ​ຜູ້​ຊົງ​ດຳລົງ​ຢູ່​ໃນ​ຄາວກ່ອນ ພຣະອົງ​ຊົງ​ເປັນ​ຜູ້​ຍຸດຕິທຳ ເພາະ​ພຣະອົງ​ຊົງ​ພິພາກສາ​ເຫດການ​ເຫຼົ່ານີ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka