Biblia Todo Logo
Internet tuqin Biblia

- Anuncios ukanaka -




ປະຖົມມະການ 2:3 - ພຣະຄຳພີສັກສິ

3 ພຣະເຈົ້າ​ອວຍພອນ​ມື້​ທີ​ເຈັດ ແລະ​ຕັ້ງ​ໄວ້​ໃຫ້​ເປັນ​ວັນ​ສັກສິດ​ບໍຣິສຸດ ເພາະ​ໃນ​ມື້ນັ້ນ ພຣະອົງ​ໄດ້​ຢຸດ​ພັກ​ຈາກ​ການ​ນິຣະມິດ​ສ້າງ ແລະ​ຢຸດ​ກິດຈະການ​ທັງ​ສິ້ນ.

Uka jalj uñjjattʼäta Copia luraña




ປະຖົມມະການ 2:3
22 Jak'a apnaqawi uñst'ayäwi  

ພຣະເຈົ້າ​ໄດ້​ເຫັນ​ວ່າ​ທຸກໆ​ສິ່ງ​ທີ່​ໄດ້​ນິຣະມິດ​ສ້າງ​ຂຶ້ນ​ມາ ແລ້ວ​ກໍ​ໄດ້ເຫັນ​ວ່າ​ດີຫລາຍ. ມີ​ເວລາ​ຄໍ່າ ແລະ​ເວລາ​ເຊົ້າ ນັ້ນ​ແມ່ນ​ມື້​ທີ​ຫົກ.


ມື້​ທີ​ເຈັດ​ສິ່ງ​ທີ່​ພຣະເຈົ້າ​ໄດ້​ສ້າງ​ກໍ​ສຳເລັດ ແລະ​ພຣະອົງ​ໄດ້​ຢຸດ​ພັກ​ກິດຈະການ.


ປະຫວັດ​ຈັກກະວານ​ແລະ​ແຜ່ນດິນ​ໂລກ​ໄດ້​ຖືກ​ນິຣະມິດ​ສ້າງ​ຂຶ້ນ​ມາ​ກໍ​ເປັນ​ດັ່ງນີ້. ເມື່ອ​ພຣະເຈົ້າຢາເວ ​ພຣະເຈົ້າ​ໄດ້​ສ້າງ​ແຜ່ນດິນ​ໂລກ​ແລະ​ຈັກກະວານ​ນັ້ນ;


ພຣະອົງ​ສັ່ງສອນ​ໃຫ້​ຢຶດຖື​ວັນ​ຊະບາໂຕ ໃຫ້​ເປັນ​ວັນ​ບໍຣິສູດ ຊົງ​ໃຫ້​ຂໍ້ຄຳສັ່ງ ແລະ​ກົດບັນຍັດ​ຜ່ານ​ທາງ​ໂມເຊ ຜູ້ຮັບໃຊ້.


ຈົ່ງ​ເຮັດ​ວຽກ​ຫົກ​ວັນ​ຕໍ່​ອາທິດ ແລະ​ຢ່າ​ເຮັດ​ວຽກ​ໃນ​ວັນ​ທີ​ເຈັດ ເພື່ອ​ວ່າ​ຄົນ​ຮັບໃຊ້ ແລະ​ຄົນ​ຕ່າງດ້າວ​ທີ່​ເຮັດ​ວຽກ​ໃຫ້​ເຈົ້າ ຕະຫລອດ​ທັງ​ສັດ​ຂອງ​ເຈົ້າ​ຈະ​ໄດ້​ພັກຜ່ອນ.


ຈົ່ງ​ເຮັດ​ວຽກ​ໃນ​ຫົກ​ວັນ ແຕ່​ໃນ​ວັນ​ທີ​ເຈັດ​ໃຫ້​ຖື​ເປັນ​ວັນ​ພັກຜ່ອນ ເຖິງ​ແມ່ນ​ຈະ​ຢູ່​ໃນ​ລະດູ​ເຮັດໄຮ່​ເຮັດນາ​ຫລື​ຫວ່ານກ້າ​ກໍຕາມ.


ພຣະພອນ​ຂອງ​ພຣະເຈົ້າຢາເວ​ເຮັດ​ໃຫ້​ມະນຸດ​ຮັ່ງມີ ແລະ​ພຣະອົງ​ບໍ່​ໃຫ້​ຄວາມ​ໂສກເສົ້າ​ເພາະ​ເຈົ້າ​ເປັນ​ຄົນຮັ່ງມີ.


ເຮົາ​ໄດ້​ເຮັດ​ໃຫ້​ພວກເຂົາ​ຮັກສາ​ວັນ​ຊະບາໂຕ ເປັນ​ໝາຍສຳຄັນ​ແຫ່ງ​ການ​ຕົກລົງ​ລະຫວ່າງ​ສອງ​ຝ່າຍ ກໍ​ເພື່ອ​ຕັກເຕືອນ​ພວກເຂົາ​ໃຫ້​ລະນຶກເຖິງ​ວ່າ ເຮົາ​ຄື​ພຣະເຈົ້າຢາເວ​ທີ່​ເຮັດ​ໃຫ້​ພວກເຂົາ​ບໍຣິສຸດ.


ຈົ່ງ​ເຮັດ​ວຽກ​ໃນ​ຫົກ​ມື້ ສ່ວນ​ມື້​ທີ​ເຈັດ​ນັ້ນ​ໃຫ້​ຢຶດຖື​ໄວ້​ເປັນ​ວັນ​ຊະບາໂຕ​ພັກຜ່ອນ. ຢ່າ​ເຮັດ​ວຽກ​ໃນວັນນີ້ ແຕ່​ຈົ່ງ​ເຕົ້າໂຮມ​ກັນ​ເພື່ອ​ນະມັດສະການ. ບໍ່​ວ່າ​ເຈົ້າ​ຈະ​ຢູ່​ທີ່​ໃດ​ກໍຕາມ ໃຫ້​ຖື​ວັນ​ຊະບາໂຕ​ເປັນ​ຂອງ​ພຣະເຈົ້າຢາເວ.


ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ແກ່​ພວກເຂົາ​ວ່າ, “ວັນ​ຊະບາໂຕ​ຖືກ​ຕັ້ງ​ໄວ້​ເພື່ອ​ປະໂຫຍດ​ອັນ​ນຳ​ຄວາມສຸກ​ມາ​ສູ່​ມະນຸດ ບໍ່ແມ່ນ​ສ້າງ​ມະນຸດ​ໄວ້​ເພື່ອ​ວັນ​ຊະບາໂຕ.


ແລ້ວ​ພວກ​ນາງ​ກໍ​ກັບຄືນ​ເມືອ​ເຮືອນ ແລະ​ຈັດຕຽມ​ເຄື່ອງຫອມ ແລະ​ນໍ້າມັນ​ຫອມ. ໃນ​ວັນ​ຊະບາໂຕ ພວກ​ນາງ​ຕ້ອງ​ຢຸດ​ພັກຜ່ອນ​ຕາມ​ກົດບັນຍັດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka