Biblia Todo Logo
Internet tuqin Biblia

- Anuncios ukanaka -




ປະຖົມມະການ 2:2 - ພຣະຄຳພີສັກສິ

2 ມື້​ທີ​ເຈັດ​ສິ່ງ​ທີ່​ພຣະເຈົ້າ​ໄດ້​ສ້າງ​ກໍ​ສຳເລັດ ແລະ​ພຣະອົງ​ໄດ້​ຢຸດ​ພັກ​ກິດຈະການ.

Uka jalj uñjjattʼäta Copia luraña




ປະຖົມມະການ 2:2
11 Jak'a apnaqawi uñst'ayäwi  

ພຣະເຈົ້າ​ໄດ້​ເຫັນ​ວ່າ​ທຸກໆ​ສິ່ງ​ທີ່​ໄດ້​ນິຣະມິດ​ສ້າງ​ຂຶ້ນ​ມາ ແລ້ວ​ກໍ​ໄດ້ເຫັນ​ວ່າ​ດີຫລາຍ. ມີ​ເວລາ​ຄໍ່າ ແລະ​ເວລາ​ເຊົ້າ ນັ້ນ​ແມ່ນ​ມື້​ທີ​ຫົກ.


ພຣະເຈົ້າ​ອວຍພອນ​ມື້​ທີ​ເຈັດ ແລະ​ຕັ້ງ​ໄວ້​ໃຫ້​ເປັນ​ວັນ​ສັກສິດ​ບໍຣິສຸດ ເພາະ​ໃນ​ມື້ນັ້ນ ພຣະອົງ​ໄດ້​ຢຸດ​ພັກ​ຈາກ​ການ​ນິຣະມິດ​ສ້າງ ແລະ​ຢຸດ​ກິດຈະການ​ທັງ​ສິ້ນ.


ຈົ່ງ​ເຮັດ​ວຽກ​ຫົກ​ວັນ​ຕໍ່​ອາທິດ ແລະ​ຢ່າ​ເຮັດ​ວຽກ​ໃນ​ວັນ​ທີ​ເຈັດ ເພື່ອ​ວ່າ​ຄົນ​ຮັບໃຊ້ ແລະ​ຄົນ​ຕ່າງດ້າວ​ທີ່​ເຮັດ​ວຽກ​ໃຫ້​ເຈົ້າ ຕະຫລອດ​ທັງ​ສັດ​ຂອງ​ເຈົ້າ​ຈະ​ໄດ້​ພັກຜ່ອນ.


ຈົ່ງ​ເຮັດ​ວຽກ​ຂອງ​ພວກເຈົ້າ​ໃນ​ຫົກ​ວັນ ແຕ່​ໃນ​ວັນ​ທີ່​ເຈັດ​ໃຫ້​ຖື​ເປັນ​ວັນ​ພັກຜ່ອນ​ເພື່ອ​ອຸທິດ​ຖວາຍ​ແກ່​ພຣະເຈົ້າຢາເວ. ຜູ້ໃດ​ກໍຕາມ​ທີ່​ເຮັດ​ວຽກ​ໃນວັນນີ້ ຜູ້ນັ້ນ​ຕ້ອງ​ມີ​ໂທດ​ເຖິງ​ຕາຍ.


ມັນ​ເປັນ​ໝາຍສຳຄັນ​ລະຫວ່າງ​ປະຊາຊົນ​ອິດສະຣາເອນ​ກັບ​ເຮົາ​ຕະຫລອດໄປ ເພາະວ່າ​ພຣະເຈົ້າຢາເວ​ໄດ້​ສ້າງ​ຟ້າ​ສະຫວັນ ແລະ​ແຜ່ນດິນ​ໂລກ​ໃນ​ຫົກ​ວັນ ແລະ​ໃນ​ວັນ​ທີ​ເຈັດ ພຣະອົງ​ໄດ້​ຢຸດ​ກິດຈະການ​ທັງໝົດ​ແລະ​ພັກຜ່ອນ.”


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ຖ້າ​ເຈົ້າ​ຢຶດຖື​ວັນ​ຊະບາໂຕ ແລະ​ບໍ່​ເຫັນແກ່ຕົວ​ໃນ​ວັນ​ສັກສິດ​ຂອງ​ເຮົາ; ຖ້າ​ເຈົ້າ​ນັບຖື​ແລະ​ໃຫ້ກຽດ​ວັນ​ນັ້ນ​ໂດຍ​ບໍ່​ທ່ອງທ່ຽວ​ໄປມາ, ບໍ່​ເຮັດ​ການ ຫລື​ເວົ້າ​ສິ່ງ​ທີ່​ບໍ່ມີ​ປະໂຫຍດ​ໃນ​ວັນ​ສັກສິດ​ຂອງ​ພຣະເຈົ້າຢາເວ


ແຕ່​ພຣະເຢຊູເຈົ້າ​ໄດ້​ກ່າວ​ຕໍ່​ພວກເຂົາ​ວ່າ, “ພຣະບິດາເຈົ້າ​ຂອງເຮົາ​ຍັງ​ກະທຳ​ກິດຈະການ​ຈົນເຖິງ​ດຽວ​ນີ້ ແລະ​ເຮົາ​ກໍ​ເຮັດ​ການ​ນັ້ນ​ເໝືອນກັນ.”


ແຕ່​ວັນ​ທີ​ເຈັດ​ເປັນ​ວັນ​ຊະບາໂຕ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໃນ​ມື້ນີ້​ບໍ່​ໃຫ້​ຜູ້ໃດ​ເຮັດ​ວຽກ ພວກເຈົ້າ​ເອງ​ພ້ອມດ້ວຍ​ລູກ​ຊາຍ​ຍິງ​ຂອງ​ພວກເຈົ້າ, ຄົນ​ຮັບໃຊ້​ຊາຍ​ຍິງ​ຂອງ​ພວກເຈົ້າ, ງົວ, ລໍ ແລະ ສັດ​ລ້ຽງ​ອື່ນໆ​ຂອງ​ພວກເຈົ້າ, ຕະຫລອດ​ທັງ​ຄົນຕ່າງດ້າວ​ທີ່​ອາໄສ​ຢູ່​ໃນ​ບ້ານ​ເມືອງ​ຂອງ​ພວກເຈົ້າ. ບັນດາ​ຄົນ​ຮັບໃຊ້​ຊາຍ​ຍິງ​ຂອງ​ພວກເຈົ້າ​ຕ້ອງ​ຢຸດພັກ​ເຊັ່ນດຽວ​ກັບ​ພວກເຈົ້າ.


ດ້ວຍວ່າ, ຜູ້ໃດ​ກໍຕາມ​ທີ່​ຮັບ​ການ​ພັກຜ່ອນ ຊຶ່ງ​ພຣະເຈົ້າ​ຊົງ​ສັນຍາ​ໄວ້​ແລ້ວ ກໍ​ຈະ​ພັກຜ່ອນ​ຈາກ​ວຽກ​ການ​ຂອງຕົນ ເໝືອນ​ດັ່ງ​ທີ່​ພຣະເຈົ້າ​ໄດ້​ພັກຜ່ອນ​ຈາກ​ວຽກ​ການ​ຂອງ​ພຣະອົງ.


ເພາະ​ມີ​ຂຽນ​ໄວ້​ໃນ​ພຣະຄຳພີ​ຕອນ​ໜຶ່ງ ຊຶ່ງ​ກ່າວ​ເຖິງ​ວັນ​ທີ​ເຈັດ​ວ່າ, “ພຣະເຈົ້າ​ໄດ້​ພັກຜ່ອນ​ຈາກ​ກິດຈະການ​ຂອງ​ພຣະອົງ​ທັງ​ສິ້ນ​ໃນ​ວັນ​ທີ​ເຈັດ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka