7 ໂລດເວົ້າຕໍ່ພວກເຂົາວ່າ, “ເພື່ອນເອີຍ ເຮົາຂໍນຳ ຢ່າເຮັດເລື່ອງຊົ່ວຊ້າຢ່າງນີ້ເລີຍ
ກ່ອນແຂກທັງສອງຈະເຂົ້າໄປນອນ ຜູ້ຊາຍຊາວເມືອງໂຊໂດມກໍມາອ້ອມເຮືອນຂອງໂລດ. ຜູ້ຊາຍຊາວເມືອງທຸກຄົນທັງໜຸ່ມແລະແກ່ໄດ້ມາທີ່ນັ້ນ.
ໂລດຈຶ່ງອອກມາຂ້າງນອກແລະອັດປະຕູໄວ້.
ເອົາຢ່າງນີ້ສາ ເຮົາມີລູກສາວສອງຄົນທີ່ຍັງບໍ່ເຄີຍຜ່ານຜູ້ຊາຍຈັກເທື່ອ. ເຮົາຈະນຳເຂົາອອກມາໃຫ້ພວກທ່ານ ເພື່ອໃຫ້ເຮັດຕາມໃຈຊອບ. ແຕ່ຢ່າເຮັດສິ່ງໃດກັບຊາຍສອງຄົນນີ້; ພວກເພິ່ນເປັນແຂກຂອງເຮົາ ແລະເຮົາຈຳເປັນຕ້ອງຄຸ້ມຄອງພວກເພິ່ນ.”
ຊາຍຢ່າໄດ້ສົມສູ່ກັບຊາຍ ເພາະການກະທຳເຊັ່ນນີ້ພຣະເຈົ້າກຽດຊັງທີ່ສຸດ.
ຖ້າຊາຍກັບຊາຍຮ່ວມຫລິ້ນກັນທາງເພດ ພວກເຂົາໄດ້ເຮັດໃນສິ່ງທີ່ກຽດຊັງ ທັງສອງຈະຕ້ອງໄດ້ຮັບໂທດເຖິງຕາຍເໝືອນກັນ. ພວກເຂົາຈະຕ້ອງຮັບຜິດຊອບຕໍ່ການຕາຍຂອງພວກເຂົາເອງ.
ພຣະອົງໄດ້ສ້າງມະນຸດທຸກຊາດ ໃຫ້ເກີດມາຈາກມະນຸດຄົນດຽວ ແລະໃຫ້ພວກເຂົາຢູ່ທົ່ວພິພົບໂລກ ພຣະອົງໄດ້ຊົງກຳນົດເວລາ ແລະກຳນົດເຂດທີ່ພວກເຂົາຢູ່ນັ້ນ.
ດ້ວຍເຫດນັ້ນ ພຣະເຈົ້າຈຶ່ງປ່ອຍມະນຸດໃຫ້ເຮັດການຊົ່ວຊ້າ ຕາມຣາຄະຕັນຫາໃນໃຈຂອງພວກເຂົາ ແລະພວກເຂົາຈຶ່ງເຮັດໃນສິ່ງທີ່ໜ້າອັບອາຍທາງຮ່າງກາຍຕໍ່ກັນ.
ຢ່າໃຫ້ຊາວອິດສະຣາເອນ ບໍ່ວ່າຊາຍຫລືຍິງ ເປັນໂສເພນີຢູ່ຕາມວັດຮູບເຄົາຣົບ.
ເໝືອນດັ່ງເມືອງໂຊໂດມແລະໂກໂມຣາ ພ້ອມທັງເມືອງທີ່ຢູ່ອ້ອມແອ້ມນັ້ນ ຊຶ່ງຊາວເມືອງເຫຼົ່ານີ້ ໄດ້ປະພຶດເໝືອນດັ່ງພວກເທວະດາເຫຼົ່ານັ້ນໄດ້ປະພຶດ ແລະມົ້ວສຸມຢູ່ໃນການຜິດສິນທຳທາງເພດ ແລະຣາຄະຕັນຫາ. ພວກເຂົາຕ້ອງຖືກໂທດຢູ່ໃນບຶງໄຟ ທີ່ໄໝ້ຢູ່ຕະຫລອດໄປເປັນນິດ.
ແຕ່ຊາຍແກ່ຄົນນີ້ໄດ້ອອກໄປຂ້າງນອກ ແລະເວົ້າຕໍ່ພວກເຂົາວ່າ, “ພີ່ນ້ອງເອີຍ ຢ່າເຮັດເທາະ ຂ້ອຍຮ້ອງຂໍນຳ. ຢ່າເຮັດໃນສິ່ງທີ່ຜິດສິນທຳອັນຊົ່ວຊ້ານີ້ເລີຍ ຊາຍຄົນນີ້ເປັນແຂກຂອງຂ້ອຍ.
ຕໍ່ມາ ກາອານ ລູກຊາຍຂອງເອເບັດ ແລະອ້າຍນ້ອງຂອງລາວກໍເດີນທາງມາທີ່ຊີເຄມ. ຊາວຊີເຄມຈຶ່ງໄວ້ເນື້ອເຊື່ອໃຈລາວ.