Biblia Todo Logo
Internet tuqin Biblia

- Anuncios ukanaka -




ປະຖົມມະການ 19:5 - ພຣະຄຳພີສັກສິ

5 ພວກເຂົາ​ຮ້ອງ​ໂລດ​ອອກ​ມາ​ແລະ​ຖາມ​ວ່າ, “ຜູ້ຊາຍ​ທີ່​ມາ​ພັກ​ບ້ານ​ໂຕ​ຄືນ​ນີ້​ຢູ່​ໃສ? ເອົາ​ພວກເຂົາ​ອອກ​ມາ​ໃຫ້​ພວກເຮົາ​ສາ.” ພວກ​ຜູ້ຊາຍ​ຊາວ​ເມືອງ​ໂຊໂດມ ຕ້ອງການ​ສົມສູ່​ທາງເພດ​ກັບ​ແຂກ​ສອງ​ຄົນ​ນີ້.

Uka jalj uñjjattʼäta Copia luraña




ປະຖົມມະການ 19:5
23 Jak'a apnaqawi uñst'ayäwi  

ໂລດ​ຈຶ່ງ​ອອກ​ມາ​ຂ້າງ​ນອກ​ແລະ​ອັດ​ປະຕູ​ໄວ້.


ຮ້າຍ​ໄປກວ່າ​ນີ້ອີກ ຍັງ​ມີ​ຊາຍ​ແລະ​ຍິງ​ເປັນ​ໂສເພນີ ຢູ່​ໃນ​ບ່ອນ​ຂາບໄຫວ້​ພະ​ຕ່າງຊາດ​ນີ້. ປະຊາຊົນ​ຢູດາ​ໄດ້​ປະພຶດ​ໃນ​ສິ່ງ​ທີ່​ໜ້າລະອາຍ​ແບບ​ຕ່າງໆ​ນາໆ ເໝືອນ​ຊົນຊາດ​ທີ່​ພຣະເຈົ້າຢາເວ​ໄດ້​ຂັບໄລ່​ອອກ​ໜີໄປ​ໃນ​ຕອນ​ທີ່​ຊາວ​ອິດສະຣາເອນ ບຸກໜ້າ​ເຂົ້າ​ມາ​ໃນ​ດິນແດນ.


ເພິ່ນ​ໄດ້​ກຳຈັດ​ພວກ​ໂສເພນີ​ທັງ​ຊາຍ​ແລະ​ຍິງ ທີ່​ຮັບໃຊ້​ຕາມ​ແທ່ນບູຊາ​ຂອງ​ຄົນຕ່າງຊາດ ຊຶ່ງ​ຍັງເຫລືອ​ຢູ່​ຕັ້ງແຕ່​ສະໄໝ​ຂອງ​ກະສັດ​ອາສາ ພໍ່​ຂອງ​ເພິ່ນ​ນັ້ນ​ໃຫ້​ໝົດສິ້ນ​ໄປ.


ຖ້າ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ບໍ່ໄດ້​ໂຜດ​ບາງຄົນ​ໃຫ້​ລອດຊີວິດ​ຢູ່​ແລ້ວ ນະຄອນ​ເຢຣູຊາເລັມ​ກໍ​ຈະ​ຖືກ​ທຳລາຍ​ກ້ຽງ​ດັ່ງ​ເມືອງ​ໂຊໂດມ​ແລະ​ໂກໂມຣາ.


ຈິດໃຈ​ລຳອຽງ​ຂອງ​ພວກເຂົາ​ຕໍ່ສູ້​ພວກເຂົາ​ເອງ. ພວກເຂົາ​ເຮັດ​ບາບ​ຢ່າງ​ເປີດເຜີຍ​ດັ່ງ​ຊາວ​ໂຊໂດມ​ໄດ້​ເຮັດ. ເຄາະກຳ​ເປັນ​ຂອງ​ພວກເຂົາ​ສາ​ແລ້ວ ເພາະ​ພວກເຂົາ​ເອງ​ເປັນ​ຜູ້ນຳ​ເຄາະກຳ​ນັ້ນ​ມາ.


ດ້ວຍເຫດນີ້, ຝົນ​ຈຶ່ງ​ບໍ່​ຕົກ​ຕາມ​ລະດູການ ແລະ ຝົນ​ຍາມ​ລະດູ​ໃບໄມ້ປົ່ງ​ຈຶ່ງ​ຍັງ​ບໍ່​ມາ. ເບິ່ງ​ເຈົ້າ​ຄື​ຍິງ​ແມ່ຈ້າງ​ແທ້ໆ; ເຈົ້າ​ຜູ້​ບໍ່ມີ​ຢ່າງອາຍ​ເອີຍ.


ພວກເຂົາ​ອັບອາຍ​ຂາຍໜ້າ​ບໍ ທີ່​ໄດ້​ກະທຳ​ສິ່ງ​ອັນ​ໜ້າລັງກຽດ​ເຊັ່ນນີ້? ບໍ່ເລີຍ ພວກເຂົາ​ບໍ່​ອັບອາຍ​ຂາຍໜ້າ​ຫຍັງ​ດອກ; ສີໜ້າ​ຂອງ​ພວກເຂົາ​ຢູ່​ຊື່ໆ​ບໍ່​ແດງ​ຊໍ້າ. ສະນັ້ນ ພວກເຂົາ​ຈຶ່ງ​ຈະ​ລົ້ມລົງ​ດັ່ງ​ຄົນອື່ນ​ທີ່​ໄດ້​ລົ້ມລົງ; ເມື່ອ​ເຮົາ​ລົງໂທດ​ພວກເຂົາ​ກໍ​ແມ່ນ​ຈຸດຈົບ​ສຳລັບ​ພວກເຂົາ​ສາ​ແລ້ວ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ.


ນາງ​ກັບ​ພວກ​ນ້ອງສາວ​ຂອງ​ນາງ​ຕ່າງ​ກໍ​ອວດຕົວ ຍ້ອນ​ພວກເຂົາ​ມີຢູ່​ມີກິນ​ຢ່າງ​ຫລວງຫລາຍ​ແລະ​ສະໜຸກ​ສຸກ​ສະບາຍ​ທັງ​ຢູ່​ຢ່າງ​ສະຫງົບສຸກ ແຕ່​ພວກເຂົາ​ບໍ່ໄດ້​ເບິ່ງແຍງ​ຄົນ​ຍາກຈົນ​ແລະ​ຄົນ​ຂັດສົນ.


ພວກເຂົາ​ອວດອົ່ງ​ທະນົງ​ຕົວ ແລະ​ດື້ດຶງ ຕະຫລອດ​ທັງ​ໄດ້​ເຮັດ​ສິ່ງ​ທີ່​ເຮົາ​ກຽດຊັງ; ສະນັ້ນ ເຮົາ​ຈຶ່ງ​ໄດ້​ທຳລາຍ​ພວກເຂົາ​ດັ່ງ​ທີ່​ພວກເຈົ້າ​ໄດ້​ຮູ້​ນັ້ນ.


ຊາມາເຣຍ​ບໍ່ໄດ້​ເຮັດ​ບາບ​ຮອດ​ເຄິ່ງ​ໜຶ່ງ​ທີ່​ເຈົ້າ​ໄດ້​ເຮັດ. ເຈົ້າ​ໄດ້​ເຮັດ​ສິ່ງ​ທີ່​ໜ້າກຽດຊັງ​ຫລາຍກວ່າ​ນາງ​ໄດ້​ເຮັດ. ເມື່ອ​ປຽບທຽບ​ໃສ່​ກັນ​ແລ້ວ ການກະທຳ​ອັນ​ໜ້າກຽດຊັງ​ຂອງເຈົ້າ​ນັ້ນ​ເຮັດ​ໃຫ້​ນ້ອງສາວ​ຂອງ​ເຈົ້າ​ເບິ່ງ​ຄື​ບໍຣິສຸດ.


ຊາຍ​ຢ່າ​ໄດ້​ສົມສູ່​ກັບ​ຊາຍ ເພາະ​ການ​ກະທຳ​ເຊັ່ນນີ້​ພຣະເຈົ້າ​ກຽດຊັງ​ທີ່ສຸດ.


ຖ້າ​ຊາຍ​ກັບ​ຊາຍ​ຮ່ວມ​ຫລິ້ນກັນ​ທາງເພດ ພວກເຂົາ​ໄດ້​ເຮັດ​ໃນ​ສິ່ງ​ທີ່​ກຽດຊັງ ທັງສອງ​ຈະ​ຕ້ອງ​ໄດ້​ຮັບ​ໂທດ​ເຖິງ​ຕາຍ​ເໝືອນກັນ. ພວກເຂົາ​ຈະ​ຕ້ອງ​ຮັບຜິດຊອບ​ຕໍ່​ການ​ຕາຍ​ຂອງ​ພວກເຂົາ​ເອງ.


ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ ຄົນຊົ່ວຊ້າ​ອະທຳ​ຈະ​ບໍ່ມີ​ສ່ວນ​ໃນ​ຣາຊອານາຈັກ​ຂອງ​ພຣະເຈົ້າ, ຢ່າ​ເຂົ້າໃຈ​ຜິດ​ວ່າ ຄົນ​ຜິດ​ຊາຍຍິງ ຄົນ​ຂາບໄຫວ້​ຮູບເຄົາຣົບ ຄົນ​ຫລິ້ນຊູ້​ສູ່​ຜົວເມຍ ໂສເພນີ​ຊາຍ​ແລະ​ຍິງ ພວກ​ຮັກ​ຮ່ວມເພດ,


ຢ່າ​ໃຫ້​ຊາວ​ອິດສະຣາເອນ ບໍ່​ວ່າ​ຊາຍ​ຫລື​ຍິງ ເປັນ​ໂສເພນີ​ຢູ່​ຕາມ​ວັດ​ຮູບເຄົາຣົບ.


ຄົນ​ຜິດ​ສິນທຳ​ທາງ​ເພດ, ຄົນ​ຮັກ​ຮ່ວມ​ເພດ​ດຽວກັນ, ຜູ້ຮ້າຍ​ລັກ​ຄົນ, ຄົນ​ທີ່​ຂີ້ຕົວະ ແລະ​ກ່າວ​ຄຳ​ສາບານ​ບໍ່​ຈິງ ຫລື​ສິ່ງ​ອື່ນໆ​ກໍຕາມ ຊຶ່ງ​ຂັດ​ກັບ​ຫລັກ​ຄຳສັ່ງສອນ​ອັນ​ສັດຈິງ.


ແຕ່​ຄົນຊົ່ວຮ້າຍ ແລະ​ຄົນ​ປອມຕົວ ຈະ​ເພີ່ມ​ທະວີ​ຫລາຍ​ຂຶ້ນ ໄປ​ລໍ້ລວງ​ຄົນອື່ນ​ໃຫ້​ຫລົງ ແລະ​ຕົວ​ເຂົາເອງ​ກໍ​ຈະ​ຖືກ​ລໍ້ລວງ​ເໝືອນກັນ.


ຈະ​ມີ​ຫລາຍ​ຄົນ​ຕິດຕາມ​ການ​ຊົ່ວ ອັນ​ຕໍ່າຊ້າ​ຂອງ​ພວກເຂົາ ເນື່ອງ​ຈາກ​ຄົນ​ເຫຼົ່ານັ້ນ​ເປັນ​ເຫດ ທາງ​ຂອງ​ຄວາມຈິງ​ຈະ​ຖືກ​ປະໝາດ.


ແລະ​ໄດ້​ຊົງ​ໂຜດ​ເອົາ​ໂລດ​ຜູ້​ຊອບທຳ​ນັ້ນ​ໃຫ້​ພົ້ນ ຄື​ຜູ້​ມີ​ຄວາມ​ທຸກໃຈ​ຫລາຍ ຍ້ອນ​ກິຣິຍາ​ທີ່​ຂາດ​ສິນທຳ​ຂອງ​ຄົນຊົ່ວ​ເຫຼົ່ານັ້ນ.


ເໝືອນ​ດັ່ງ​ເມືອງ​ໂຊໂດມ​ແລະ​ໂກໂມຣາ ພ້ອມ​ທັງ​ເມືອງ​ທີ່​ຢູ່​ອ້ອມແອ້ມ​ນັ້ນ ຊຶ່ງ​ຊາວ​ເມືອງ​ເຫຼົ່ານີ້ ໄດ້​ປະພຶດ​ເໝືອນ​ດັ່ງ​ພວກ​ເທວະດາ​ເຫຼົ່ານັ້ນ​ໄດ້​ປະພຶດ ແລະ​ມົ້ວສຸມ​ຢູ່​ໃນ​ການ​ຜິດ​ສິນທຳ​ທາງ​ເພດ ແລະ​ຣາຄະ​ຕັນຫາ. ພວກເຂົາ​ຕ້ອງ​ຖືກ​ໂທດ​ຢູ່​ໃນ​ບຶງໄຟ ທີ່​ໄໝ້​ຢູ່​ຕະຫລອດໄປ​ເປັນນິດ.


ໃນ​ຂະນະທີ່​ພວກເຂົາ​ກຳລັງ​ລົມກັນ​ຢ່າງ​ມ່ວນຊື່ນ​ຢູ່​ນັ້ນ ໄດ້​ມີ​ພວກ​ນັກເລງ​ມາ​ລ້ອມ​ເຮືອນ​ໄວ້​ແລະ​ໃຊ້​ກຳປັ້ນ​ຕີ​ປະຕູ​ເຮືອນ. ພວກເຂົາ​ຮ້ອງ​ບອກ​ຊາຍ​ແກ່​ຜູ້ນັ້ນ​ວ່າ, “ຈົ່ງ​ນຳ​ເອົາ​ຊາຍ​ທີ່​ມາ​ຄ້າງ​ຢູ່​ໃນ​ເຮືອນ​ຂອງ​ເຈົ້າ​ອອກ​ມາ ເພາະ​ພວກຂ້ອຍ​ຢາກ​ຮ່ວມເພດ​ກັບ​ລາວ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka