4 ກ່ອນແຂກທັງສອງຈະເຂົ້າໄປນອນ ຜູ້ຊາຍຊາວເມືອງໂຊໂດມກໍມາອ້ອມເຮືອນຂອງໂລດ. ຜູ້ຊາຍຊາວເມືອງທຸກຄົນທັງໜຸ່ມແລະແກ່ໄດ້ມາທີ່ນັ້ນ.
ຊຶ່ງປະຊາຊົນໃນເມືອງນີ້ຊົ່ວຊ້າ ແລະເຮັດຜິດບາບຕໍ່ສູ້ພຣະເຈົ້າຢາເວ.
ແລ້ວພຣະເຈົ້າຢາເວກໍບອກອັບຣາຮາມວ່າ, “ມີສຽງກ່າວຟ້ອງຕໍ່ສູ້ເມືອງໂຊໂດມ ແລະເມືອງໂກໂມຣາຢ່າງໜັກໜ່ວງ ແລະການບາບຂອງຊາວເມືອງກໍໜັກໜາຫລາຍ.
ຢູ່ໃນຖິ່ນແຫ້ງແລ້ງກັນດານນີ້ ພວກເຂົາໄດ້ຈົ່ມຮ້າຍໃສ່ໂມເຊກັບອາໂຣນອີກ.
ຢ່າເຂົ້າຂ້າງສຽງສ່ວນຫລາຍເມື່ອພວກເຂົາເຮັດຜິດ ຫລືເມື່ອພວກເຂົາສະແດງຫຼັກຖານ ເພື່ອນຳໄປໃຊ້ໃນທາງທີ່ບໍ່ຖືກຕ້ອງ.
ຄົນຊົ່ວບໍ່ຫ່ອນນອນຫລັບໄດ້ຈົນກວ່າພວກເຂົາໄດ້ໄປເຮັດຜິດມາ. ພວກເຂົານອນມືນຕາ ຈົນກວ່າໄດ້ທຳຮ້າຍຄົນແລ້ວຈຶ່ງນອນຫລັບໄດ້.
ຄືບັນດາຜູ້ທຳນວາຍກໍເວົ້າແຕ່ຄຳບໍ່ຈິງ ພວກປະໂຣຫິດກໍປົກຄອງຕາມຄຳສັ່ງຂອງພວກຜູ້ທຳນວາຍ ແລະປະຊາຊົນຂອງເຮົາກໍບໍ່ໄດ້ຄັດຄ້ານຫຍັງເລີຍ. ແຕ່ພວກເຂົາຈະເຮັດຢ່າງໃດໃນບັ້ນປາຍ?”
ພວກເຂົາລ້ວນແຕ່ເປັນນັກຊ່ຽວຊານໃນການເຮັດຊົ່ວ. ບັນດາເຈົ້າໜ້າທີ່ ແລະຜູ້ຕັດສິນຄວາມກໍຖາມຫາສິນບົນ. ຄົນທີ່ມີອິດທິພົນກໍເອີ່ຍເຖິງສິ່ງທີ່ຕົນຕ້ອງການ; ສະນັ້ນ ພວກເຂົາຈຶ່ງວາງອຸບາຍໃສ່ກັນແລະກັນ.
“ຕີນຂອງພວກເຂົາວ່ອງໄວ ໃນການເຮັດໃຫ້ນອງເລືອດ,
ໃນຂະນະທີ່ພວກເຂົາກຳລັງລົມກັນຢ່າງມ່ວນຊື່ນຢູ່ນັ້ນ ໄດ້ມີພວກນັກເລງມາລ້ອມເຮືອນໄວ້ແລະໃຊ້ກຳປັ້ນຕີປະຕູເຮືອນ. ພວກເຂົາຮ້ອງບອກຊາຍແກ່ຜູ້ນັ້ນວ່າ, “ຈົ່ງນຳເອົາຊາຍທີ່ມາຄ້າງຢູ່ໃນເຮືອນຂອງເຈົ້າອອກມາ ເພາະພວກຂ້ອຍຢາກຮ່ວມເພດກັບລາວ.”