Biblia Todo Logo
Internet tuqin Biblia

- Anuncios ukanaka -




ປະຖົມມະການ 19:2 - ພຣະຄຳພີສັກສິ

2 ແລະ​ເວົ້າ​ວ່າ, “ທ່ານເອີຍ ຂ້ານ້ອຍ​ຜູ້ຮັບໃຊ້​ຂອງທ່ານ. ຂໍ​ກະລຸນາ​ແວ່​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ຂ້ານ້ອຍ​ກ່ອນ​ແດ່ທ້ອນ. ທ່ານ​ຈະ​ລ້າງ​ຕີນ ແລະ​ພັກ​ແຮມຄືນ​ກໍໄດ້. ພໍ​ຮຸ່ງ​ເຊົ້າ​ຂຶ້ນ​ມາ ທ່ານ​ຈຶ່ງ​ຄ່ອຍ​ເດີນທາງ​ໄປ​ຕໍ່.” ແຕ່​ພວກເພິ່ນ​ຕອບ​ວ່າ, “ບໍ່, ເຮົາ​ຈະ​ຄ້າງຄືນ​ທີ່​ສີ່​ແຍກ​ຂອງ​ເມືອງ​ນີ້.”

Uka jalj uñjjattʼäta Copia luraña




ປະຖົມມະການ 19:2
15 Jak'a apnaqawi uñst'ayäwi  

ຂ້ານ້ອຍ​ຈະ​ເອົາ​ນໍ້າ​ມາ​ໃຫ້​ທ່ານ​ລ້າງ​ຕີນ ແລ້ວ​ຈົ່ງ​ພັກຜ່ອນ​ຢູ່​ໃຕ້​ຕົ້ນໄມ້​ນີ້​ກ່ອນ​ກໍໄດ້.


ເມື່ອ​ເທວະດາ​ສອງ​ຕົນ ໄດ້​ເຂົ້າ​ໄປ​ຮອດ​ເມືອງ​ໂຊໂດມ​ໃນ​ຕອນ​ຄໍ່າ​ຂອງ​ມື້​ນັ້ນ ແລະ​ໂລດ​ກໍ​ກຳລັງ​ນັ່ງ​ຢູ່​ທີ່​ປະຕູ​ເມືອງ. ໃນທັນໃດ​ທີ່​ເຫັນ​ເທວະດາ​ນັ້ນ ເພິ່ນ​ກໍ​ຟ້າວ​ລຸກ​ຂຶ້ນ​ອອກ​ໄປ​ຕ້ອນຮັບ​ທັນທີ


ແຕ່​ໂລດ​ສືບຕໍ່​ຂໍຮ້ອງ ແລະ​ໃນທີ່ສຸດ ຊາຍ​ທັງສອງ​ກໍ​ຕົກລົງ​ໄປ​ທີ່​ເຮືອນ​ຂອງ​ໂລດ. ເພິ່ນ​ສັ່ງ​ຄົນ​ຮັບໃຊ້​ຂອງຕົນ​ໃຫ້​ຈັດແຈ່ງ​ເຂົ້າປາອາຫານ​ຢ່າງດີ ມາ​ຕ້ອນຮັບ​ແຂກ. ເມື່ອ​ຕຽມ​ມາ​ຮຽບຮ້ອຍ​ແລ້ວ ເທວະດາ​ທັງສອງ​ຈຶ່ງ​ພາກັນ​ຮັບ​ກິນ.


ແລະ​ເວົ້າ​ວ່າ “ທ່ານ​ຜູ້​ມີ​ພຣະພອນ​ເອີຍ ເຊີນ​ໄປ​ທີ່​ເຮືອນ​ຂອງ​ຂ້ານ້ອຍ​ເທີ້ນ. ເປັນຫຍັງ​ຈຶ່ງ​ຢືນ​ຢູ່​ທີ່​ນີ້? ຢູ່​ທີ່​ເຮືອນ​ຂອງ​ຂ້ານ້ອຍ​ມີ​ບ່ອນ​ສຳລັບ​ທ່ານ​ແລະ​ມີ​ທີ່​ພັກ​ສຳລັບ​ໂຕ​ອູດ​ຂອງທ່ານ​ດ້ວຍ.”


ຄົນ​ຮັບໃຊ້​ພາ​ພວກ​ອ້າຍ​ນ້ອງ​ຂອງ​ໂຢເຊັບ​ເຂົ້າ​ໄປ​ໃນ​ເຮືອນ. ລາວ​ເອົາ​ນໍ້າ​ໃຫ້​ພວກເຂົາ​ລ້າງ​ຕີນ ແລະ​ເອົາ​ເຟືອງ​ໃຫ້​ລໍ​ຂອງ​ພວກເຂົາ​ກິນ.


ແລ້ວ​ເພິ່ນ​ກ່າວ​ແກ່​ອູຣິຢາ​ວ່າ, “ຈົ່ງ​ລົງໄປ​ຢູ່​ເຮືອນ​ຂອງເຈົ້າ ແລະ​ພັກຜ່ອນ​ຈັກ​ຊົ່ວ​ໄລຍະ​ໜຶ່ງ​ສາ.” ອູຣິຢາ​ກໍ​ຈາກ​ໄປ ແລະ​ດາວິດ​ໄດ້​ຈັດສົ່ງ​ຂອງຂວັນ​ໃຫ້​ລາວ​ເຖິງ​ເຮືອນ.


ຄົນ​ທຽວທາງ​ນັ້ນ ຂ້ອຍ​ເຊີນ​ພວກເຂົາ​ໃຫ້​ເຂົ້າ​ພັກ​ໃນ​ເຮືອນ ແລະ​ບໍ່ເຄີຍ​ປ່ອຍ​ໃຫ້​ນອນ​ຕາມຫົນທາງ​ຈັກເທື່ອ.


ຢ່າ​ໄປ​ຢ້ຽມ​ເພື່ອນບ້ານ​ດຸ​ຫລາຍ ເພາະ​ລາວ​ອາດ​ຈະ​ຊັງ​ແລະ​ເບື່ອໜ່າຍ​ເຈົ້າ​ກໍໄດ້.


ນ້ອງ​ແກ້​ເສື້ອຜ້າ​ຂອງນ້ອງ​ອອກ​ແລ້ວເດ ເຫດໃດ​ນ້ອງ​ຈຶ່ງ​ຕ້ອງ​ນຸ່ງ​ເສື້ອ​ນ້ອງ​ຄືນ​ອີກ? ນ້ອງ​ຫາ​ກໍ​ລ້າງ​ຕີນ​ໃຫ້​ສະອາດ​ຕຽມ​ເຂົ້າ​ນອນ ເຫດໃດ​ນ້ອງ​ຈຶ່ງ​ຕ້ອງ​ເຮັດ​ໃຫ້​ຕີນ​ນ້ອງ​ເປື້ອນ​ອີກ?


ເມື່ອ​ພຣະອົງ​ຫລຽວ​ເບິ່ງ​ຍິງ​ຄົນ​ນັ້ນ​ແລ້ວ ກໍ​ກ່າວ​ແກ່​ຊີໂມນ​ວ່າ, “ເຈົ້າ​ເຫັນ​ຍິງ​ຄົນ​ນີ້​ບໍ? ເຮົາ​ໄດ້​ເຂົ້າ​ມາ​ໃນ​ເຮືອນ​ຂອງ​ເຈົ້າ ແລະ​ເຈົ້າ​ບໍ່ໄດ້​ໃຫ້​ນໍ້າ​ສຳລັບ​ລ້າງ​ຕີນ​ຂອງເຮົາ ແຕ່​ຍິງ​ຜູ້​ນີ້​ໄດ້​ລ້າງ​ຕີນ​ຂອງເຮົາ​ດ້ວຍ​ນໍ້າຕາ ແລະ​ເຊັດ​ຕີນ​ຂອງເຮົາ​ດ້ວຍ​ຜົມ​ຂອງ​ນາງ.


ແລ້ວ​ພຣະອົງ​ກໍ​ຖອກ​ນໍ້າ​ໃສ່​ຊາມ ແລະ​ເລີ່ມ​ລ້າງ​ຕີນ​ຂອງ​ພວກ​ສາວົກ ແລະ​ເຊັດ​ຕີນ​ຂອງ​ພວກເພິ່ນ​ດ້ວຍ​ຜ້າ​ມັດ​ແອວ​ນັ້ນ.


ເມື່ອ​ນາງ​ພ້ອມ​ກັບ​ໄທ​ເຮືອນ​ຂອງຕົນ ໄດ້​ຮັບ​ບັບຕິສະມາ​ແລ້ວ ກໍໄດ້​ເຊີນ​ພວກເຮົາ​ວ່າ, “ຖ້າ​ພວກທ່ານ​ເຫັນ​ວ່າ ຂ້ານ້ອຍ​ເປັນ​ຜູ້​ເຊື່ອ​ໃນ​ອົງພຣະ​ຜູ້​ເປັນເຈົ້າ ເຊີນ​ເຂົ້າ​ມາ​ພັກ​ອາໄສ​ໃນ​ເຮືອນ​ຂອງ​ຂ້ານ້ອຍ.” ແລະ​ນາງ​ໄດ້​ວອນຂໍ​ຈົນ​ພວກເຮົາ​ຂັດ​ບໍ່ໄດ້.


ຢ່າ​ລືມ​ການ​ຕ້ອນຮັບ​ແຂກ ເພາະ​ດ້ວຍ​ການ​ເຮັດ​ເຊັ່ນນີ້ ມີ​ບາງຄົນ​ກໍໄດ້​ຕ້ອນຮັບ​ເທວະດາ​ຢ່າງ​ບໍ່​ຮູ້​ຕົວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka