1 ເມື່ອເທວະດາສອງຕົນ ໄດ້ເຂົ້າໄປຮອດເມືອງໂຊໂດມໃນຕອນຄໍ່າຂອງມື້ນັ້ນ ແລະໂລດກໍກຳລັງນັ່ງຢູ່ທີ່ປະຕູເມືອງ. ໃນທັນໃດທີ່ເຫັນເທວະດານັ້ນ ເພິ່ນກໍຟ້າວລຸກຂຶ້ນອອກໄປຕ້ອນຮັບທັນທີ
ຕໍ່ໄປນີ້ແມ່ນເຊື້ອສາຍຂອງເຕຣາ ຜູ້ເປັນພໍ່ຂອງອັບຣາມ, ນາໂຮ ແລະຮາຣານ. ຮາຣານເປັນພໍ່ຂອງໂລດ
ອັບຣາມອາໄສຢູ່ໃນດິນແດນການາອານ ສ່ວນໂລດນັ້ນຕັ້ງຖິ່ນຖານຢູ່ທ່າມກາງເມືອງຕ່າງໆ ໃນທົ່ງຮາບພຽງໃກ້ກັບເມືອງໂຊໂດມ
ຫລັງຈາກນັ້ນ ຊາຍທັງສາມກໍຈາກໄປສູ່ບ່ອນທີ່ພວກຕົນຈະເຫັນເມືອງໂຊໂດມໄດ້ ແລະອັບຣາຮາມກໍຕາມໄປສົ່ງດ້ວຍ.
ແລ້ວຊາຍສອງຄົນກໍຈາກໄປ ໂດຍມຸ່ງໜ້າສູ່ເມືອງໂຊໂດມ, ແຕ່ພຣະເຈົ້າຢາເວຍັງຢູ່ກັບອັບຣາຮາມ.
ແຕ່ຊາຍທັງສອງທີ່ຢູ່ໃນເຮືອນ ໄຂປະຕູອອກມາດຶງເອົາໂລດເຂົ້າໄປໃນເຮືອນແລະອັດປະຕູໄວ້.
ແລະເວົ້າວ່າ, “ທ່ານເອີຍ ຂ້ານ້ອຍຜູ້ຮັບໃຊ້ຂອງທ່ານ. ຂໍກະລຸນາແວ່ເຂົ້າໄປໃນເຮືອນຂອງຂ້ານ້ອຍກ່ອນແດ່ທ້ອນ. ທ່ານຈະລ້າງຕີນ ແລະພັກແຮມຄືນກໍໄດ້. ພໍຮຸ່ງເຊົ້າຂຶ້ນມາ ທ່ານຈຶ່ງຄ່ອຍເດີນທາງໄປຕໍ່.” ແຕ່ພວກເພິ່ນຕອບວ່າ, “ບໍ່, ເຮົາຈະຄ້າງຄືນທີ່ສີ່ແຍກຂອງເມືອງນີ້.”
ແຕ່ອັບຣາຮາມກົ້ມຂາບຊາວເມືອງນັ້ນ
ແລ້ວໂຢເຊັບກໍເອົາເຂົາທັງສອງອອກຈາກຕັກຂອງຢາໂຄບ ແລະພາພວກເຂົາກົ້ມຂາບລົງຕໍ່ໜ້າເພິ່ນ.
ເທື່ອໃດທີ່ເຖົ້າແກ່ໃນເມືອງນັດພົບປະຊຸມກັນ ເທື່ອນັ້ນຂ້ອຍກໍມີໜ້າຢູ່ນຳໃນທີ່ປະຊຸມຜູ້ໜຶ່ງ.
ຄົນທຽວທາງນັ້ນ ຂ້ອຍເຊີນພວກເຂົາໃຫ້ເຂົ້າພັກໃນເຮືອນ ແລະບໍ່ເຄີຍປ່ອຍໃຫ້ນອນຕາມຫົນທາງຈັກເທື່ອ.
ຄົນເວົ້າເລື່ອງຂ້ານ້ອຍນັ້ນຕາມຫົນທາງ ແລະຄົນຂີ້ເຫລົ້າກໍແຕ່ງເພງຮ້ອງສຽດສີໃສ່ຂ້ານ້ອຍ.
ໃນສະໄໝຂອງໂລດກໍເໝືອນກັນ ຄົນທັງຫລາຍໄດ້ກິນແລະດື່ມ ໄດ້ຊື້ແລະໄດ້ຂາຍ ໄດ້ປູກຝັງແລະໄດ້ກໍ່ສ້າງ.
ຢ່າລືມການຕ້ອນຮັບແຂກ ເພາະດ້ວຍການເຮັດເຊັ່ນນີ້ ມີບາງຄົນກໍໄດ້ຕ້ອນຮັບເທວະດາຢ່າງບໍ່ຮູ້ຕົວ.
ໂບອາດໄດ້ໄປບ່ອນປະຊຸມທີ່ປະຕູເມືອງແລະນັ່ງຢູ່ທີ່ນັ້ນ. ແລ້ວພີ່ນ້ອງຜູ້ໃກ້ຊິດຂອງເອລີເມເຫຼັກ ທີ່ໂບອາດກ່າວເຖິງນັ້ນກໍຍ່າງຜ່ານມາ. ໂບອາດຈຶ່ງເອີ້ນໃສ່ວ່າ, “ເພື່ອນເອີຍ ເຊີນມານັ່ງທີ່ນີ້ກ່ອນ.” ລາວຈຶ່ງເຂົ້າໄປນັ່ງ.