2 ເມື່ອອັບຣາຮາມເງີຍໜ້າຂຶ້ນ ກໍເຫັນຊາຍສາມຄົນຢືນຢູ່ຕໍ່ໜ້າເພິ່ນ. ໃນທັນໃດ ທີ່ເຫັນພວກເພິ່ນ ເພິ່ນຈຶ່ງຟ້າວລຸກຂຶ້ນແລ່ນອອກໄປຕ້ອນຮັບ.
ອັບຣາມກົ້ມຂາບລົງທີ່ພື້ນດິນ ແລະພຣະເຈົ້າກ່າວວ່າ,
ຫລັງຈາກນັ້ນ ຊາຍທັງສາມກໍຈາກໄປສູ່ບ່ອນທີ່ພວກຕົນຈະເຫັນເມືອງໂຊໂດມໄດ້ ແລະອັບຣາຮາມກໍຕາມໄປສົ່ງດ້ວຍ.
ແລ້ວຊາຍສອງຄົນກໍຈາກໄປ ໂດຍມຸ່ງໜ້າສູ່ເມືອງໂຊໂດມ, ແຕ່ພຣະເຈົ້າຢາເວຍັງຢູ່ກັບອັບຣາຮາມ.
ເພິ່ນກົ້ມຂາບລົງແລະກ່າວວ່າ, “ທ່ານເອີຍ ກ່ອນຈະໄປທີ່ອື່ນ ເຊີນແວ່ບ້ານຂອງຂ້ານ້ອຍເທາະ ຂ້ານ້ອຍຍິນດີຈະຮັບໃຊ້ພວກທ່ານ.
ເມື່ອເທວະດາສອງຕົນ ໄດ້ເຂົ້າໄປຮອດເມືອງໂຊໂດມໃນຕອນຄໍ່າຂອງມື້ນັ້ນ ແລະໂລດກໍກຳລັງນັ່ງຢູ່ທີ່ປະຕູເມືອງ. ໃນທັນໃດທີ່ເຫັນເທວະດານັ້ນ ເພິ່ນກໍຟ້າວລຸກຂຶ້ນອອກໄປຕ້ອນຮັບທັນທີ
ແຕ່ອັບຣາຮາມກົ້ມຂາບຊາວເມືອງນັ້ນ
ແລ້ວອັບຣາຮາມກໍກົ້ມຄຳນັບພວກເຂົາ ແລະເວົ້າວ່າ,
ໃນຕອນແລງຂອງມື້ນັ້ນ ເພິ່ນອອກໄປຍ່າງຫລິ້ນໃນທົ່ງນາ ແລະເຫັນຂະບວນອູດກຳລັງມາ.
ສ່ວນເພິ່ນເອງຍັງນອນຄ້າງຄືນຢູ່ຟາກແມ່ນໍ້າພຸ້ນແຕ່ຜູ້ດຽວ. ແລ້ວມີຊາຍຄົນໜຶ່ງມາກຸມປໍ້າສູ້ກັບເພິ່ນຈົນເຖິງຮຸ່ງເຊົ້າ.
ໂຢເຊັບ ໃນຖານະເປັນຜູ້ປົກຄອງປະເທດເອຢິບ ເພິ່ນໄດ້ຂາຍເຂົ້າໃຫ້ແກ່ປະຊາຊົນຈາກທຸກຊາດທົ່ວໂລກ. ດັ່ງນັ້ນ ພວກອ້າຍຂອງໂຢເຊັບຈຶ່ງເຂົ້າມາຫາແລະຂາບລົງຕໍ່ໜ້າເພິ່ນ.
ເມື່ອໂຢເຊັບກັບມາເຮືອນ ພວກເຂົາກໍເອົາຂອງຕ້ອນເຂົ້າໄປມອບໃຫ້ໂຢເຊັບ ແລະຂາບລົງຕໍ່ໜ້າເພິ່ນ.
ພວກເຂົາຕອບວ່າ, “ພໍ່ຂອງພວກຂ້ານ້ອຍຜູ້ຮັບໃຊ້ທີ່ສັດຊື່ຕໍ່ທ່ານ ຍັງມີຊີວິດຢູ່ແລະຍັງສະບາຍດີ.” ແລ້ວພວກເຂົາກໍຂາບລົງດິນຕໍ່ໜ້າໂຢເຊັບ.
ເມື່ອຢູດາແລະອ້າຍນ້ອງຂອງລາວໄດ້ມາຮອດເຮືອນຂອງໂຢເຊັບ ພໍດີໃນຂະນະນັ້ນ ເພິ່ນເອງກໍຍັງຢູ່ເຮືອນ. ພວກເຂົາພາກັນກົ້ມຂາບລົງຕໍ່ໜ້າເພິ່ນ
ແລ້ວໂຢເຊັບກໍເອົາເຂົາທັງສອງອອກຈາກຕັກຂອງຢາໂຄບ ແລະພາພວກເຂົາກົ້ມຂາບລົງຕໍ່ໜ້າເພິ່ນ.
ພວກຜູ້ທຳນວາຍຫ້າສິບຄົນ ຈາກເມືອງເຢຣິໂກເຫັນເພິ່ນ ພວກເຂົາຈຶ່ງເວົ້າວ່າ, “ຣິດອຳນາດຂອງເອລີຢາໄດ້ຢູ່ກັບເອລີຊາແລ້ວ.” ພວກນັ້ນໄດ້ເຂົ້າໄປຫາເພິ່ນ ແລະກົ້ມຂາບລົງ
ຈົ່ງຊ່ວຍເຫລືອໄພ່ພົນຂອງພຣະເຈົ້າ ເມື່ອພວກເຂົາຂັດສົນ ຈົ່ງຍິນດີຕ້ອນຮັບແຂກດ້ວຍໃຈເຫຼື້ອມໃສ.
ຢ່າລືມການຕ້ອນຮັບແຂກ ເພາະດ້ວຍການເຮັດເຊັ່ນນີ້ ມີບາງຄົນກໍໄດ້ຕ້ອນຮັບເທວະດາຢ່າງບໍ່ຮູ້ຕົວ.
ເມື່ອໂຢຊວຍຢູ່ໃກ້ກັບເມືອງເຢຣິໂກ ໃນທັນໃດ ເພິ່ນກໍໄດ້ເຫັນຊາຍຄົນໜຶ່ງພວມຖືດາບຢືນຢູ່ຕໍ່ໜ້າເພິ່ນ. ໂຢຊວຍຈຶ່ງຫຍັບເຂົ້າໄປໃກ້ ແລະຖາມຊາຍຄົນນັ້ນວ່າ, “ທ່ານເປັນຝ່າຍເຮົາຫລືຝ່າຍສັດຕູ?”
ຈົ່ງຕ້ອນຮັບຊຶ່ງກັນແລະກັນໂດຍບໍ່ຈົ່ມບໍ່ວ່າ.
ມື້ໜຶ່ງ ເທວະດາຂອງພຣະເຈົ້າຢາເວມາປາກົດຕໍ່ນາງ ແລະກ່າວວ່າ, “ເຈົ້າບໍ່ມີລູກ ແຕ່ອີກບໍ່ດົນເຈົ້າຈະຖືພາແລະໄດ້ລູກຊາຍຜູ້ໜຶ່ງ.
ນາງຣຸດກົ້ມລົງກັບພື້ນດິນແລະຂາບໂບອາດ ແລ້ວນາງກໍເວົ້າຕໍ່ໂບອາດວ່າ, “ເປັນຫຍັງທ່ານຈຶ່ງເປັນຫ່ວງຂ້ານ້ອຍຫລາຍຢ່າງນີ້? ແລະເປັນຫຍັງທ່ານຈຶ່ງເມດຕາຄົນຕ່າງດ້າວດັ່ງຂ້ານ້ອຍນີ້ນໍ?”