1 ພຣະເຈົ້າຢາເວໄດ້ປາກົດແກ່ອັບຣາຮາມທີ່ຕົ້ນໄມ້ສັກສິດຂອງມຳເຣ ໃນຂະນະທີ່ເພິ່ນກຳລັງນັ່ງຢູ່ທີ່ປະຕູເຕັນເວລາແດດກ້າ
ພຣະເຈົ້າຢາເວໄດ້ປາກົດແກ່ອັບຣາມ ແລະບອກເພິ່ນວ່າ, “ນີ້ແມ່ນດິນແດນ ທີ່ເຮົາຈະມອບໃຫ້ແກ່ເຊື້ອສາຍຂອງເຈົ້າ.” ແລ້ວຢູ່ໃນບ່ອນນີ້ ອັບຣາມໄດ້ກໍ່ສ້າງແທ່ນບູຊາແທ່ນໜຶ່ງ ຖວາຍແກ່ພຣະເຈົ້າຢາເວອົງທີ່ໄດ້ປາກົດແກ່ຕົນ.
ດັ່ງນັ້ນ ອັບຣາມຈຶ່ງຍົກຍ້າຍຂະບວນທີ່ພັກໄປຕັ້ງຢູ່ໃກ້ຕົ້ນໄມ້ສັກສິດຂອງມຳເຣທີ່ເຮັບໂຣນ ແລະໃນທີ່ນັ້ນ ເພິ່ນໄດ້ສ້າງແທ່ນບູຊາຖວາຍແກ່ພຣະເຈົ້າຢາເວ.
ແຕ່ມີຊາຍຄົນໜຶ່ງປົບໜີມາໄດ້ ຈຶ່ງບອກເລື່ອງໃຫ້ອັບຣາມຄົນເຮັບເຣີຮູ້ ຊຶ່ງໃນເວລານັ້ນເພິ່ນອາໄສຢູ່ໃກ້ຕົ້ນໄມ້ສັກສິດຂອງມຳເຣ ຊາວອາໂມ. ມຳເຣເປັນອ້າຍຂອງເອັດຊະໂຄນ ແລະອາເນ. ສ່ວນຄົນພວກນີ້ເປັນພັນທະມິດຂອງອັບຣາມ.
ຫລັງຈາກນັ້ນ ອັບຣາມກໍໄດ້ຍິນພຣະເຈົ້າຢາເວກ່າວແກ່ຕົນທາງນິມິດວ່າ, “ອັບຣາມເອີຍ ເຈົ້າຢ່າຢ້ານແຕ່ຢ່າງໃດເລີຍ ເຮົາແມ່ນໂລ້ຕ້ານທານທີ່ຄອຍຮັກສາເຈົ້າ ຈາກເຫຼົ່າໂພຍໄພຮ້າຍອັນຕະລາຍຕ່າງໆ ເຮົາຈະໃຫ້ບຳເໜັດເຈົ້າຢ່າງຫລວງຫລາຍ.”
ເມື່ອພຣະເຈົ້າກ່າວແກ່ອັບຣາຮາມແລ້ວໆ ພຣະອົງກໍຈາກເພິ່ນໄປ.
ແລ້ວຊາຍສອງຄົນກໍຈາກໄປ ໂດຍມຸ່ງໜ້າສູ່ເມືອງໂຊໂດມ, ແຕ່ພຣະເຈົ້າຢາເວຍັງຢູ່ກັບອັບຣາຮາມ.
ອັບຣາຮາມໄດ້ຍ້າຍຈາກເມືອງມຳເຣ ໄປທີ່ເຂດພາກໃຕ້ຂອງການາອານ ແລະເພິ່ນໄດ້ຕັ້ງຖິ່ນຖານຢູ່ລະຫວ່າງເມືອງກາເດັດແລະເມືອງຊູເຣ. ຕໍ່ມາ ເມື່ອອັບຣາຮາມພັກຢູ່ທີ່ເມືອງເກຣາກນັ້ນ
ພຣະເຈົ້າຢາເວໄດ້ປາກົດແກ່ອີຊາກ ແລະບອກເພິ່ນວ່າ, “ຢ່າໄປປະເທດເອຢິບ; ຈົ່ງຢູ່ໃນດິນແດນນີ້ຊຶ່ງເປັນບ່ອນທີ່ເຮົາບອກເຈົ້າຢູ່.
ຢາໂຄບໄດ້ກັບຄືນມາຫາອີຊາກພໍ່ຂອງຕົນທີ່ມຳເຣ ໃກ້ກັບເຮັບໂຣນ ບ່ອນທີ່ອັບຣາຮາມແລະອີຊາກເຄີຍອາໄສຢູ່.
ຢາໂຄບກ່າວແກ່ໂຢເຊັບວ່າ, “ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ໄດ້ປາກົດແກ່ພໍ່ທີ່ເມືອງລູເຊ ໃນການາອານແລະອວຍພອນພໍ່.
ແລ້ວໃນຄືນນັ້ນ ພຣະເຈົ້າກໍໄດ້ປາກົດແກ່ກະສັດໂຊໂລໂມນ ແລະຖາມເພິ່ນວ່າ, “ເຈົ້າຕ້ອງການຢາກໃຫ້ເຮົາເອົາຫຍັງໃຫ້ແກ່ເຈົ້າ? ຈົ່ງຂໍມາເຖີດ.”
ໂມເຊໄດ້ຕອບວ່າ, “ແຕ່ຖ້າວ່າຊາວອິດສະຣາເອນບໍ່ເຊື່ອ ແລະທັງບໍ່ຟັງສິ່ງທີ່ຂ້ານ້ອຍກ່າວໄປນັ້ນ, ແຕ່ພວກເຂົາກັບເວົ້າວ່າ, ‘ພຣະເຈົ້າຢາເວບໍ່ໄດ້ປາກົດຕໍ່ເຈົ້າດອກ.’ ພຣະອົງຈະໃຫ້ຂ້ານ້ອຍເຮັດຢ່າງໃດ?”
ຝ່າຍຊະເຕຟາໂນໄດ້ຕອບວ່າ, “ພີ່ນ້ອງແລະພວກຍາພໍ່ທັງຫລາຍເອີຍ, ຂໍໂຜດຟັງຂ້ານ້ອຍກ່າວເທີ້ນ ພຣະເຈົ້າແຫ່ງສະຫງ່າຣາສີໄດ້ປາກົດແກ່ອັບຣາຮາມ ບັນພະບຸລຸດຂອງພວກເຮົາ ເມື່ອເພິ່ນຍັງຢູ່ທີ່ເມໂຊໂປຕາເມຍ ກ່ອນທີ່ເພິ່ນໄດ້ໄປອາໄສຢູ່ໃນເມືອງຮາຣານ
ເພາະຄວາມເຊື່ອແບບນີ້ ເພິ່ນໄດ້ອາໄສຢູ່ໃນດິນແດນ ທີ່ພຣະເຈົ້າໄດ້ຊົງສັນຍາໄວ້ແກ່ຕົນນັ້ນ ເໝືອນດັ່ງຄົນຕ່າງດ້າວ ເພິ່ນໄດ້ອາໄສຢູ່ໃນຜ້າເຕັນດ້ວຍກັນກັບອີຊາກແລະຢາໂຄບ ຜູ້ທີ່ໄດ້ຮັບພຣະສັນຍາເປັນມໍຣະດົກອັນດຽວກັນ.
ຢ່າລືມການຕ້ອນຮັບແຂກ ເພາະດ້ວຍການເຮັດເຊັ່ນນີ້ ມີບາງຄົນກໍໄດ້ຕ້ອນຮັບເທວະດາຢ່າງບໍ່ຮູ້ຕົວ.
ເມື່ອໂຢຊວຍຢູ່ໃກ້ກັບເມືອງເຢຣິໂກ ໃນທັນໃດ ເພິ່ນກໍໄດ້ເຫັນຊາຍຄົນໜຶ່ງພວມຖືດາບຢືນຢູ່ຕໍ່ໜ້າເພິ່ນ. ໂຢຊວຍຈຶ່ງຫຍັບເຂົ້າໄປໃກ້ ແລະຖາມຊາຍຄົນນັ້ນວ່າ, “ທ່ານເປັນຝ່າຍເຮົາຫລືຝ່າຍສັດຕູ?”