Biblia Todo Logo
Internet tuqin Biblia

- Anuncios ukanaka -




ປະຖົມມະການ 17:3 - ພຣະຄຳພີສັກສິ

3 ອັບຣາມ​ກົ້ມ​ຂາບລົງ​ທີ່​ພື້ນດິນ ແລະ​ພຣະເຈົ້າ​ກ່າວ​ວ່າ,

Uka jalj uñjjattʼäta Copia luraña




ປະຖົມມະການ 17:3
17 Jak'a apnaqawi uñst'ayäwi  

ອັບຣາຮາມ​ກົ້ມຂາບ​ລົງ​ຍິ້ມ​ຢູ່​ໃນ​ໃຈ ແລະ​ເວົ້າ​ວ່າ, “ຄົນ​ອາຍຸ​ໜຶ່ງຮ້ອຍ​ປີ​ແລ້ວ ຈະ​ມີ​ລູກ​ໄດ້​ຈັ່ງ​ໃດ? ແລະ​ຊາຣາ​ກໍ​ອາຍຸ​ເກົ້າສິບ​ປີ​ແລ້ວ ນາງ​ຍັງ​ຈະ​ມີ​ລູກ​ໄດ້​ຢູ່​ບໍ?”


ເມື່ອ​ອັບຣາຮາມ​ເງີຍ​ໜ້າ​ຂຶ້ນ ກໍ​ເຫັນ​ຊາຍ​ສາມ​ຄົນ​ຢືນ​ຢູ່​ຕໍ່ໜ້າ​ເພິ່ນ. ໃນທັນໃດ ທີ່​ເຫັນ​ພວກເພິ່ນ ເພິ່ນ​ຈຶ່ງ​ຟ້າວ​ລຸກ​ຂຶ້ນ​ແລ່ນ​ອອກ​ໄປ​ຕ້ອນຮັບ.


ເມື່ອ​ປະຊາຊົນ​ເຫັນ​ດັ່ງນີ້ ພວກເຂົາ​ຈຶ່ງ​ກົ້ມ​ຂາບລົງ​ແລະ​ຮ້ອງ​ຂຶ້ນ​ວ່າ, “ພຣະເຈົ້າຢາເວ​ອົງນີ້​ເປັນ​ພຣະເຈົ້າ ພຣະເຈົ້າຢາເວ​ອົງ​ນີ້​ເປັນ​ພຣະເຈົ້າ.”


ເຮົາ​ເປັນ​ພຣະເຈົ້າ​ຂອງ​ພໍ່​ເຈົ້າ, ເປັນ​ພຣະເຈົ້າ​ຂອງ​ອັບຣາຮາມ, ເປັນ​ພຣະເຈົ້າ​ຂອງ​ອີຊາກ ແລະ​ເປັນ​ພຣະເຈົ້າ​ຂອງ​ຢາໂຄບ.” ສະນັ້ນ ໂມເຊ​ຈຶ່ງ​ເອົາ​ມື​ອັດ​ໜ້າ​ຂອງຕົນ​ໄວ້ ເພາະ​ບໍ່​ກ້າ​ເບິ່ງ​ພຣະເຈົ້າ.


ຊຶ່ງ​ຢູ່​ໃນ​ນັ້ນ​ມີ​ສີສັນ​ຕ່າງໆ​ຂອງ​ຮຸ້ງກິນນໍ້າ. ອັນນີ້ ແມ່ນ​ສະຫງ່າຣາສີ​ທີ່​ສຳແດງ​ໃຫ້​ຮູ້​ວ່າ ພຣະເຈົ້າຢາເວ​ສະຖິດ​ຢູ່​ໃນ​ທີ່ນັ້ນ. ເມື່ອ​ຂ້າພະເຈົ້າ​ໄດ້​ເຫັນ​ດັ່ງນີ້​ແລ້ວ​ຈຶ່ງ​ໝູບ​ໜ້າ​ລົງ​ກັບ​ພື້ນດິນ ແລ້ວ​ຂ້າພະເຈົ້າ​ກໍ​ໄດ້ຍິນ​ສຽງ​ໜຶ່ງ​ກ່າວຈາ.


ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ອອກ​ໄປ​ທີ່​ຮ່ອມພູ ແລະ​ຢູ່​ໃນ​ທີ່ນັ້ນ ຂ້າພະເຈົ້າ​ໄດ້​ເຫັນ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ ດັ່ງ​ທີ່​ຂ້າພະເຈົ້າ​ໄດ້​ເຫັນ​ທີ່​ແຄມ​ແມ່ນໍ້າ​ເກບາກ. ຂ້າພະເຈົ້າ​ໝູບ​ໜ້າ​ລົງ​ກັບ​ພື້ນດິນ


ຂະນະທີ່​ການ​ສັງຫານໝູ່​ກຳລັງ​ດຳເນີນ​ໄປ​ນັ້ນ ຂ້າພະເຈົ້າ​ຢູ່​ທີ່​ນັ້ນ​ແຕ່ຜູ້ດຽວ. ຂ້າພະເຈົ້າ​ໄດ້​ໝູບ​ໜ້າ​ລົງ​ກັບ​ພື້ນດິນ ແລະ​ຮ້ອງ​ຂຶ້ນ​ວ່າ, “ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ເອີຍ ພຣະອົງ​ໂກດຮ້າຍ​ນະຄອນ​ເຢຣູຊາເລັມ ຈົນ​ພຣະອົງ​ຈະ​ຂ້າ​ທຸກໆຄົນ​ທີ່​ຍັງເຫລືອ​ຢູ່​ໃນ​ຊາດ​ອິດສະຣາເອນ​ບໍ?”


ເມື່ອ​ຂ້າພະເຈົ້າ​ໄດ້ຍິນ​ສຽງ​ນີ້ ຂ້າພະເຈົ້າ​ກໍ​ໝົດ​ສະຕິ​ລົ້ມລົງ​ກັບ​ພື້ນດິນ ແລະ​ໝູບ​ໜ້າ​ຢູ່​ທີ່​ນັ້ນ.


ແລ້ວ​ໂມເຊ​ແລະ​ອາໂຣນ​ກໍ​ຂາບລົງ​ດິນ​ຕໍ່ໜ້າ​ປະຊາຊົນ​ທັງໝົດ.


ແຕ່​ໂມເຊ​ແລະ​ອາໂຣນ​ຂາບລົງ​ດິນ ທູນ​ວ່າ, “ໂອ ຂ້າແດ່​ພຣະເຈົ້າ ອົງ​ເປັນ​ພຣະເຈົ້າ​ແຫ່ງ​ຈິດວິນຍານ​ທັງໝົດ​ຂອງ​ມະນຸດ. ເມື່ອ​ຄົນ​ຜູ້​ດຽວ​ເຮັດ​ບາບ ພຣະອົງ​ຈະ​ໂກດຮ້າຍ​ຊຸມຊົນ​ທັງໝົດ​ຫລື?”


“ຈົ່ງ​ຖອຍ​ອອກ​ຫ່າງ​ຈາກ​ປະຊາຊົນ​ເຫຼົ່ານີ້​ສາ ເພາະ​ເຮົາ​ຈະ​ທຳລາຍ​ພວກເຂົາ​ກັບ​ບ່ອນນີ້.” ທັງສອງ​ພາກັນ​ໝູບ​ໜ້າ​ລົງ​ດິນ


ເມື່ອ​ພວກ​ສາວົກ​ໄດ້ຍິນ​ສຽງ​ນັ້ນ ກໍ​ສະທ້ານ​ຢ້ານກົວ​ຫລາຍ ຈຶ່ງ​ໝູບ​ໜ້າ​ຢູ່​ກັບ​ພື້ນດິນ.


ຊາຍ​ຜູ້ນັ້ນ​ໄດ້​ຕອບ​ວ່າ, “ເຮົາ​ບໍ່​ເປັນ​ຝ່າຍ​ໃດ​ໝົດ ເຮົາ​ມາ​ນີ້​ໃນ​ຖານະ​ເປັນ​ຜູ້​ບັນຊາການ​ກອງທັບ​ຂອງ​ພຣະເຈົ້າຢາເວ.” ໂຢຊວຍ​ຈຶ່ງ​ກົ້ມຂາບ​ລົງ​ພື້ນດິນ ແລະ​ຖາມ​ວ່າ, “ທ່ານເອີຍ ຂ້ານ້ອຍ​ເປັນ​ຜູ້ຮັບໃຊ້​ຂອງທ່ານ ທ່ານ​ຢາກ​ຈະ​ໃຫ້​ຂ້ານ້ອຍ​ເຮັດ​ຫຍັງ?”


ເມື່ອ​ຂ້າພະເຈົ້າ​ໄດ້​ເຫັນ​ພຣະອົງ ຂ້າພະເຈົ້າ​ກໍ​ລົ້ມ​ລົງ​ໃກ້​ຕີນ​ຂອງ​ພຣະອົງ ເໝືອນ​ກັບ​ຄົນ​ທີ່​ຕາຍ​ແລ້ວ, ແຕ່​ພຣະອົງ​ເດ່​ມື​ຂວາ​ມາ​ຈັບ​ຂ້າພະເຈົ້າ ແລະ​ກ່າວ​ວ່າ, “ຢ່າ​ສູ່​ຢ້ານ ເຮົາ​ເປັນ​ຜູ້ຕົ້ນ​ແລະ​ເປັນ​ຜູ້ປາຍ.


ໃນ​ຂະນະທີ່​ແປວໄຟ​ລຸກ​ຂຶ້ນ​ໃນ​ແທ່ນບູຊາ​ຢູ່​ນັ້ນ ມາໂນອາ​ກັບ​ເມຍ​ຂອງຕົນ​ກໍ​ເຫັນ​ເທວະດາ​ຂອງ​ພຣະເຈົ້າຢາເວ​ຂຶ້ນ​ໄປ​ສູ່​ສະຫວັນ​ໃນ​ແປວໄຟ. ແລ້ວ​ມາໂນອາ​ກໍ​ຮູ້​ວ່າ​ຊາຍ​ຄົນ​ນັ້ນ​ແມ່ນ​ເທວະດາ​ຂອງ​ພຣະເຈົ້າຢາເວ​ແທ້ ແລະ​ທັງສອງ​ໄດ້​ໝູບ​ໜ້າ​ລົງ​ກັບ​ພື້ນດິນ. ຫລັງຈາກ​ນັ້ນ ມາໂນອາ​ກັບ​ເມຍ​ຂອງ​ລາວ​ກໍ​ບໍ່ໄດ້​ເຫັນ​ເທວະດາ​ຂອງ​ພຣະເຈົ້າຢາເວ​ອີກ​ຕໍ່ໄປ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka