Biblia Todo Logo
Internet tuqin Biblia

- Anuncios ukanaka -




ປະຖົມມະການ 16:4 - ພຣະຄຳພີສັກສິ

4 ອັບຣາມ​ນອນ​ນຳ​ນາງ​ຮາກາ ແລະ​ນາງ​ກໍ​ຕັ້ງ​ທ້ອງ. ເມື່ອ​ນາງ​ຮາກາ​ຮູ້​ວ່າ​ຕົນ​ຕັ້ງ​ທ້ອງ​ແລ້ວ ກໍ​ເກີດ​ຈອງຫອງ​ພອງຕົວ ແລະ​ໝິ່ນປະໝາດ​ນາງ​ຊາຣາຍ.

Uka jalj uñjjattʼäta Copia luraña




ປະຖົມມະການ 16:4
11 Jak'a apnaqawi uñst'ayäwi  

ດັ່ງນັ້ນ ນາງ​ຈຶ່ງ​ມອບ​ນາງ​ຮາກາ​ສາວ​ໃຊ້​ຊາວ​ເອຢິບ ໃຫ້​ຜົວ​ຂອງຕົນ​ເອົາ​ເປັນ​ເມຍນ້ອຍ. (ເຫດການ​ນີ້​ເກີດຂຶ້ນ ຫລັງຈາກ​ອັບຣາມ​ໄດ້​ຢູ່​ໃນ​ການາອານ​ເປັນ​ເວລາ​ສິບ​ປີ.)


ແລ້ວ​ຊາຣາຍ​ກໍ​ເວົ້າ​ຕໍ່​ອັບຣາມ​ວ່າ, “ເປັນ​ຄວາມຜິດ​ຂອງ​ເຈົ້າ ທີ່​ຮາກາ​ໝິ່ນປະໝາດ​ຂ້ອຍ. ຂ້ອຍ​ເອົາ​ນາງ​ໃຫ້​ເປັນ​ເມຍ​ຂອງ​ເຈົ້າ, ແຕ່​ເມື່ອ​ນາງ​ມີ​ທ້ອງ​ແລ້ວ ກໍ​ໝິ່ນປະໝາດ​ຂ້ອຍ. ຂໍ​ໃຫ້​ພຣະເຈົ້າຢາເວ​ຕັດສິນ​ເອົາ​ເອງ​ເຖີດ​ວ່າ ໃນ​ລະຫວ່າງ​ຂ້ອຍ​ກັບ​ເຈົ້າ​ແມ່ນ​ໃຜ​ຖືກ ເຈົ້າ​ຫລື​ຂ້ອຍ?”


ຕໍ່ມາ ຜູ້​ເອື້ອຍ​ໄດ້​ເວົ້າ​ກັບ​ຜູ້​ນ້ອງ​ວ່າ, “ພໍ່​ຂອງ​ພວກເຮົາ​ກໍ​ເຖົ້າແກ່​ແລ້ວ ແລະ​ບໍ່ມີ​ຊາຍ​ຄົນ​ໃດ​ໃນ​ດິນແດນ ເຫຼືອ​ຢູ່ ພໍ​ທີ່​ຈະ​ແຕ່ງງານ​ກັບ​ພວກເຮົາ ເພື່ອ​ຈະ​ໄດ້​ມີ​ລູກ​ສືບແທນ​ຂອງ​ພວກເຮົາ.


ມື້​ໜຶ່ງ​ອິດຊະມາເອນ​ລູກຊາຍ​ຂອງ​ອັບຣາຮາມ ຜູ້​ທີ່​ເກີດ​ຈາກ​ນາງ​ຮາກາ​ຊາວ​ເອຢິບ ກຳລັງ​ເຢາະເຢີ້ຍ ອີຊາກ​ລູກຊາຍ​ຂອງ​ນາງ​ຊາຣາ.


ດັ່ງນັ້ນ ຣາເຊັນ​ຈຶ່ງ​ເອົາ​ນາງ​ບິນຮາ​ເອື້ອຍ​ລ້ຽງ​ຂອງຕົນ​ໃຫ້​ຜົວ ແລະ​ຜົວ​ກໍ​ນອນ​ນຳ​ນາງ.


ພໍ​ຫາມ​ຫີບ​ຂອງ​ພຣະເຈົ້າຢາເວ​ເຂົ້າ​ມາ​ໃນ​ເມືອງ​ຂອງ​ດາວິດ, ນາງ​ມີການ​ລູກສາວ​ຂອງ​ກະສັດ​ໂຊນ​ກໍ​ຄິດ​ກຽດຊັງ​ກະສັດ​ດາວິດ​ຢູ່ໃນ​ໃຈ ເພາະ​ນາງ​ແນມ​ໄປ​ທາງ​ປ່ອງຢ້ຽມ​ເຫັນ​ເພິ່ນ​ກຳລັງ​ຟ້ອນ ແລະ​ເຕັ້ນລຳ​ຢູ່​ຕໍ່ໜ້າ​ພຣະເຈົ້າຢາເວ.


ຜູ້ຍິງ​ເປັນ​ຕາຊັງ​ກໍ​ຍັງ​ໄດ້​ຜົວ ແລະ​ສາວໃຊ້​ຂຶ້ນ​ແທນ​ນາຍຍິງ​ຂອງຕົນ.


ພີ່ນ້ອງ​ທັງຫລາຍ​ເອີຍ, ທີ່​ເຮົາ​ໄດ້​ນຳ​ເອົາ​ເລື່ອງ​ອາໂປໂລ ແລະ​ເຮົາ​ເອງ​ມາ​ກ່າວ​ເປັນ​ຕົວຢ່າງ ກໍ​ເພື່ອ​ຜົນປະໂຫຍດ​ຂອງ​ພວກເຈົ້າ ທີ່​ຈະ​ຮຽນຮູ້​ເອົາ​ຕາມ​ແບບຢ່າງ​ຂອງ​ພວກເຮົາ ຄື​ຢ່າ​ອອກ​ນອກ​ຂອບເຂດ​ພຣະຄຳພີ, ຢ່າ​ໃຫ້​ຜູ້ໃດ​ຜູ້ໜຶ່ງ​ໃນ​ພວກເຈົ້າ​ມີ​ໃຈ​ຈອງຫອງ ໂດຍ​ຍົກ​ຜູ້ໜຶ່ງ​ຂຶ້ນ ແລະ​ຂົ່ມ​ຜູ້ໜຶ່ງ​ລົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka