Biblia Todo Logo
Internet tuqin Biblia

- Anuncios ukanaka -




ປະຖົມມະການ 16:3 - ພຣະຄຳພີສັກສິ

3 ດັ່ງນັ້ນ ນາງ​ຈຶ່ງ​ມອບ​ນາງ​ຮາກາ​ສາວ​ໃຊ້​ຊາວ​ເອຢິບ ໃຫ້​ຜົວ​ຂອງຕົນ​ເອົາ​ເປັນ​ເມຍນ້ອຍ. (ເຫດການ​ນີ້​ເກີດຂຶ້ນ ຫລັງຈາກ​ອັບຣາມ​ໄດ້​ຢູ່​ໃນ​ການາອານ​ເປັນ​ເວລາ​ສິບ​ປີ.)

Uka jalj uñjjattʼäta Copia luraña




ປະຖົມມະການ 16:3
15 Jak'a apnaqawi uñst'ayäwi  

ໃນ​ເວລາ​ນັ້ນ ອັບຣາມ​ມີ​ອາຍຸ​ແປດສິບຫົກ​ປີ.


ອັບຣາມ​ນອນ​ນຳ​ນາງ​ຮາກາ ແລະ​ນາງ​ກໍ​ຕັ້ງ​ທ້ອງ. ເມື່ອ​ນາງ​ຮາກາ​ຮູ້​ວ່າ​ຕົນ​ຕັ້ງ​ທ້ອງ​ແລ້ວ ກໍ​ເກີດ​ຈອງຫອງ​ພອງຕົວ ແລະ​ໝິ່ນປະໝາດ​ນາງ​ຊາຣາຍ.


ແລ້ວ​ຊາຣາຍ​ກໍ​ເວົ້າ​ຕໍ່​ອັບຣາມ​ວ່າ, “ເປັນ​ຄວາມຜິດ​ຂອງ​ເຈົ້າ ທີ່​ຮາກາ​ໝິ່ນປະໝາດ​ຂ້ອຍ. ຂ້ອຍ​ເອົາ​ນາງ​ໃຫ້​ເປັນ​ເມຍ​ຂອງ​ເຈົ້າ, ແຕ່​ເມື່ອ​ນາງ​ມີ​ທ້ອງ​ແລ້ວ ກໍ​ໝິ່ນປະໝາດ​ຂ້ອຍ. ຂໍ​ໃຫ້​ພຣະເຈົ້າຢາເວ​ຕັດສິນ​ເອົາ​ເອງ​ເຖີດ​ວ່າ ໃນ​ລະຫວ່າງ​ຂ້ອຍ​ກັບ​ເຈົ້າ​ແມ່ນ​ໃຜ​ຖືກ ເຈົ້າ​ຫລື​ຂ້ອຍ?”


ຜູ້​ເປັນ​ແມ່​ໄດ້​ໄປ​ຫາ​ເມຍ​ຈາກ​ປະເທດ​ເອຢິບ​ມາ​ໃຫ້​ລາວ.


ກ່ອນ​ຕາຍໄປ ເພິ່ນ​ໄດ້​ແບ່ງ​ຊັບ​ສິ່ງຂອງ​ບາງສ່ວນ​ໃຫ້​ລູກຊາຍ​ທຸກໆ​ຄົນ ທີ່​ໄດ້​ຈາກ​ເມຍ​ຜູ້​ອື່ນໆ. ແລ້ວ​ກໍ​ໃຫ້​ພວກເຂົາ​ໜີ​ຈາກ​ອີຊາກ​ລູກຊາຍ​ຂອງຕົນ ໄປ​ຢູ່​ດິນແດນ​ທາງທິດ​ຕາເວັນອອກ.


ດັ່ງນັ້ນ ລາວ​ຈຶ່ງ​ໄປ​ຫາ​ອິດຊະມາເອນ​ລູກຊາຍ​ຂອງ​ອັບຣາຮາມ ແລະ​ເອົາ​ນາງ​ມາຮາລາດ​ລູກສາວ​ຂອງ​ເພິ່ນ​ມາ​ເປັນ​ເມຍ​ຄື: ນ້ອງສາວ​ຂອງ​ເນບາໂຢດ.


ດັ່ງນັ້ນ ຣາເຊັນ​ຈຶ່ງ​ເອົາ​ນາງ​ບິນຮາ​ເອື້ອຍ​ລ້ຽງ​ຂອງຕົນ​ໃຫ້​ຜົວ ແລະ​ຜົວ​ກໍ​ນອນ​ນຳ​ນາງ.


ເມື່ອ​ນາງ​ເລອາ​ເຫັນ​ວ່າ ຕົນ​ບໍ່ມີ​ລູກ​ອີກ​ຈຶ່ງ​ເອົາ​ນາງ​ຊີລະປາ ສາວ​ໃຊ້​ຂອງຕົນ​ໃຫ້​ເປັນ​ເມຍ​ຂອງ​ຢາໂຄບ.


ໃນ​ຄືນ​ດຽວກັນ​ນັ້ນ ຢາໂຄບ​ຕື່ນ​ຂຶ້ນ​ພາ​ເມຍ​ທັງສອງ, ຄົນ​ຮັບໃຊ້​ຍິງ​ສອງ​ຄົນ ແລະ​ລູກ​ສິບເອັດ​ຄົນ​ຂອງຕົນ​ຂ້າມ​ແມ່ນໍ້າ​ຢັບໂບກ.


ເມື່ອ​ຢາໂຄບ​ໄດ້​ອາໄສ​ຢູ່​ໃນ​ດິນແດນ​ນັ້ນ ຣູເບັນ​ໄດ້​ລັກ​ນອນ​ນຳ​ນາງ​ບິນຮາ ເມຍນ້ອຍ​ຄົນ​ໜຶ່ງ​ຂອງ​ພໍ່​ຕົນ; ເມື່ອ​ຢາໂຄບ​ຮູ້​ເລື່ອງ​ນີ້ ເພິ່ນ​ກໍ​ຮ້າຍ​ຫຼາຍ. ຢາໂຄບ​ມີ​ລູກຊາຍ​ສິບສອງ​ຄົນ.


ເມື່ອ​ກະສັດ​ດາວິດ​ຍ້າຍ​ຈາກ​ເມືອງ​ເຮັບໂຣນ​ມາ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ​ແລ້ວ ເພິ່ນ​ມີ​ເມຍນ້ອຍ​ຕື່ມ​ອີກ​ຫລາຍ​ຄົນ ແລະ​ມີ​ລູກຊາຍ​ກັບ​ລູກສາວ​ຫລາຍ​ຄົນ​ຕື່ມ​ອີກ.


ກະສັດ​ໂຊໂລໂມນ​ມີ​ເມຍ​ທີ່​ເປັນ​ເຈົ້າຍິງ​ເຈັດຮ້ອຍ​ຄົນ ແລະ​ຍັງ​ມີ​ເມຍນ້ອຍ​ສາມຮ້ອຍ​ຄົນ. ພວກ​ຍິງ​ເຫຼົ່ານີ້​ໄດ້​ເຮັດ​ໃຫ້​ເພິ່ນ​ຫັນໜີ​ຈາກ​ພຣະເຈົ້າ


ນາງ​ຮາກາ​ນັ້ນ ໄດ້​ແກ່​ພູເຂົາ​ຊີນາຍ​ໃນ​ປະເທດ​ອາຣາເບຍ​ປຽບ​ເຖິງ ນະຄອນ​ເຢຣູຊາເລັມ​ໃນ​ປະຈຸບັນ ຕົກ​ເປັນ​ຂ້ອຍຂ້າ​ພ້ອມ​ທັງ​ຊາວ​ເມືອງ​ທຸກຄົນ​ດ້ວຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka