Biblia Todo Logo
Internet tuqin Biblia

- Anuncios ukanaka -




ປະຖົມມະການ 16:2 - ພຣະຄຳພີສັກສິ

2 ແລ້ວ​ຊາຣາຍ​ກໍ​ເວົ້າ​ຕໍ່​ອັບຣາມ​ວ່າ, “ພຣະເຈົ້າຢາເວ​ບໍ່​ຍອມ​ໃຫ້​ຂ້ອຍ​ມີ​ລູກ​ແກ່​ເຈົ້າ. ເປັນຫຍັງ​ຈຶ່ງ​ບໍ່​ໄປ​ນອນ​ນຳ​ສາວ​ໃຊ້​ຂອງຂ້ອຍ? ບາງທີ​ນາງ​ຈະ​ເກີດ​ລູກ​ໃຫ້​ຂ້ອຍ​ກໍໄດ້.” ອັບຣາມ​ກໍ​ເຮັດ​ຕາມ​ຄຳແນະນຳ​ຂອງ​ຊາຣາຍ.

Uka jalj uñjjattʼäta Copia luraña




ປະຖົມມະການ 16:2
16 Jak'a apnaqawi uñst'ayäwi  

ຊາຣາຍ​ບໍ່​ສາມາດ​ມີ​ລູກ​ເພາະ​ນາງ​ເປັນ​ໝັນ.


ເຮົາ​ຈະ​ອວຍພອນ​ນາງ​ໃຫ້​ມີ​ລູກຊາຍ​ຜູ້ໜຶ່ງ ແລະ​ຈະ​ອວຍພອນ​ນາງ​ໃຫ້​ເປັນ​ແມ່​ຂອງ​ຊົນຊາດ​ທັງຫລາຍ ຈົນ​ກະສັດ​ຫລາຍ​ຄົນ​ຈະ​ມາ​ຈາກ​ເຊື້ອສາຍ​ຂອງ​ນາງ.”


ຜູ້ໜຶ່ງ​ໃນ​ສາມ​ຄົນ​ເວົ້າ​ວ່າ, “ອີກ​ເກົ້າ​ເດືອນ ເຮົາ​ຈະ​ກັບ​ມາ ແລະ​ຊາຣາ​ຈະ​ມີ​ລູກຊາຍ​ຄົນ​ໜຶ່ງ.” ນາງ​ຊາຣາ​ຢືນ​ຟັງ​ຢູ່​ໃກ້​ປະຕູ​ເຂົ້າ​ເຕັນ ຂ້າງ​ຫລັງ​ຜົວ​ຂອງຕົນ.


ຕໍ່ມາ ຜູ້​ເອື້ອຍ​ໄດ້​ເວົ້າ​ກັບ​ຜູ້​ນ້ອງ​ວ່າ, “ພໍ່​ຂອງ​ພວກເຮົາ​ກໍ​ເຖົ້າແກ່​ແລ້ວ ແລະ​ບໍ່ມີ​ຊາຍ​ຄົນ​ໃດ​ໃນ​ດິນແດນ ເຫຼືອ​ຢູ່ ພໍ​ທີ່​ຈະ​ແຕ່ງງານ​ກັບ​ພວກເຮົາ ເພື່ອ​ຈະ​ໄດ້​ມີ​ລູກ​ສືບແທນ​ຂອງ​ພວກເຮົາ.


ຍ້ອນ​ນາງ​ເຣເບກາ​ບໍ່ມີ​ລູກ ອີຊາກ​ຈຶ່ງ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ​ເພື່ອ​ນາງ. ພຣະເຈົ້າຢາເວ​ຕອບ​ຄຳ​ພາວັນນາ​ອະທິຖານ​ຂອງ​ລາວ ແລະ​ນາງ​ເຣເບກາ​ຈຶ່ງ​ຕັ້ງ​ທ້ອງ.


ຜູ້ຊາຍ​ຕອບ​ວ່າ, “ຜູ້ຍິງ​ທີ່​ພຣະອົງ​ມອບ​ໃຫ້​ຂ້ານ້ອຍ​ນັ້ນ ຍື່ນ​ໝາກໄມ້​ໃຫ້​ຂ້ານ້ອຍ​ກິນ ແລະ​ຂ້ານ້ອຍ​ກໍໄດ້​ກິນ.”


ແລ້ວ​ພຣະອົງ​ກໍໄດ້​ກ່າວ​ກັບ​ຊາຍ​ນັ້ນ​ວ່າ, “ເພາະ​ເຈົ້າ​ໄດ້ຍິນ​ຍອມ​ຟັງ​ຄວາມ​ເມຍ; ເຈົ້າ​ຈຶ່ງ​ກິນ​ໝາກໄມ້​ທີ່​ເຮົາ​ຫ້າມ​ບໍ່​ໃຫ້​ກິນ​ນັ້ນ. ແຜ່ນດິນ​ຈະ​ຖືກ​ສາບແຊ່ງ ເພາະ​ສິ່ງ​ທີ່​ເຈົ້າ​ໄດ້​ເຮັດ​ມາ; ຊົ່ວຊີວິດ​ຂອງ​ເຈົ້າ​ຈະ​ເຮັດ​ວຽກ​ໜັກ ເພື່ອ​ຫາ​ລ້ຽງ​ທ້ອງ.


ແລ້ວ​ພຣະເຈົ້າ​ກໍ​ຄິດເຖິງ​ນາງ​ຣາເຊັນ; ພຣະອົງ​ຕອບ​ຄຳ​ພາວັນນາ​ອະທິຖານ​ຂອງ​ນາງ​ແລະ​ໃຫ້​ນາງ​ມີ​ລູກ.


ເມື່ອ​ເປັນ​ເຊັ່ນ​ນີ້​ຣາເຊັນ​ຈຶ່ງ​ເວົ້າ​ວ່າ, “ພຣະເຈົ້າ​ໄດ້​ຕັດສິນ​ເຂົ້າ​ຂ້າງ​ຂ້ອຍ​ສາ​ແລ້ວ. ພຣະອົງ​ໄດ້ຍິນ​ຄຳ​ພາວັນນາ​ອະທິຖານ​ຂອງຂ້ອຍ ຈຶ່ງ​ໃຫ້​ຂ້ອຍ​ມີ​ລູກຊາຍ.” ນາງ​ໃສ່​ຊື່​ໃຫ້​ເດັກນ້ອຍ​ນີ້​ວ່າ ດານ.


ເດັກນ້ອຍ​ຄື​ຂອງຂວັນ​ທີ່​ພຣະເຈົ້າຢາເວ​ໂຜດ​ປະທານ ພວກເຂົາ​ຄື​ພອນ​ອັນ​ແທ້ຈິງ.


ແຕ່​ຖ້າ​ນາຍ​ຫາ​ເມຍ​ໃຫ້ ແລະ​ນາງ​ໄດ້​ເກີດ​ລູກ​ບໍ່​ວ່າ​ຊາຍ​ຫລື​ຍິງ​ກໍດີ ຍິງ​ນັ້ນ​ແລະ​ລູກ​ຂອງ​ນາງ​ຈະ​ຕ້ອງ​ເປັນ​ຄົນ​ຂອງ​ນາຍ ແລະ​ຊາຍ​ຜູ້​ທີ່​ເປັນ​ທາດຮັບໃຊ້​ນັ້ນ ຈະ​ໜີໄປ​ເປັນ​ອິດສະຫລະ​ໄດ້​ແຕ່​ຕົວ​ຄົນ​ດຽວ.


ພວກ​ຜູ້ນຳ​ແລະ​ຄົນອື່ນ​ຈຶ່ງ​ຕອບ​ວ່າ, “ແມ່ນແລ້ວ ພວກເຮົາ​ເປັນ​ພະຍານ. ຂໍ​ພຣະເຈົ້າຢາເວ​ໂຜດ​ໃຫ້​ເມຍ​ຂອງ​ເຈົ້າ​ກາຍເປັນ​ດັ່ງ​ນາງ​ຣາເຊັນ​ແລະ​ນາງ​ເລອາ​ເທີ້ນ ຄື​ຜູ້​ທີ່​ມີ​ລູກ​ຫລາຍ​ຄົນ​ກັບ​ຢາໂຄບ. ຂໍ​ໃຫ້​ເຈົ້າ​ເປັນ​ຄົນ​ຮັ່ງມີ​ໃນ​ຕະກຸນ​ເອຟຣັດ ແລະ​ເປັນ​ຜູ້​ທີ່​ມີ​ຊື່ສຽງ​ໃນ​ເມືອງ​ເບັດເລເຮັມ​ດ້ວຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka