Biblia Todo Logo
Internet tuqin Biblia

- Anuncios ukanaka -




ປະຖົມມະການ 15:3 - ພຣະຄຳພີສັກສິ

3 ພຣະອົງ​ບໍ່​ໃຫ້​ຂ້ານ້ອຍ​ມີ​ລູກ ແລະ​ຄົນ​ຮັບໃຊ້​ຄົນ​ໜຶ່ງ​ຂອງ​ຂ້ານ້ອຍ​ຈະ​ເປັນ​ຜູ້​ໄດ້​ຮັບ​ມໍຣະດົກ.”

Uka jalj uñjjattʼäta Copia luraña




ປະຖົມມະການ 15:3
10 Jak'a apnaqawi uñst'ayäwi  

ເຮົາ​ຈະ​ໃຫ້​ເຈົ້າ​ມີ​ເຊື້ອສາຍ​ຫລາຍ ແລະ​ພວກເຂົາ​ຈະ​ກາຍເປັນ​ຊົນຊາດ​ໃຫຍ່. ເຮົາ​ຈະ​ອວຍພອນ​ເຈົ້າ ແລະ​ໃຫ້​ເຈົ້າ​ມີ​ຊື່ສຽງ ແລະ​ເຈົ້າ​ຈະ​ໄດ້​ເປັນ​ທໍ່​ພຣະພອນ​ໃຫ້​ແກ່​ຊົນຊາດ​ອື່ນໆ​ເທິງ​ແຜ່ນດິນ​ໂລກ.


ເຮົາ​ຈະ​ໃຫ້​ເຈົ້າ​ມີ​ເຊື້ອສາຍ​ຫລວງຫລາຍ ເໝືອນ​ດັ່ງ​ຂີ້ຝຸ່ນ​ດິນ​ຈົນ​ນັບ​ບໍ່​ຖ້ວນ


ເມື່ອ​ອັບຣາມ​ໄດ້ຍິນ​ວ່າ ຫລານຊາຍ​ຂອງຕົນ​ຖືກ​ຈັບ​ໄປ; ເພິ່ນ​ຈຶ່ງ​ລະດົມ​ເອົາ​ນັກຮົບ​ຈຳນວນ 318 ຄົນ ໃນ​ຄ້າຍພັກ​ຂອງຕົນ ແລະ​ໄລ່​ຕິດຕາມ​ກະສັດ​ທັງ​ສີ່​ໄປ​ຈົນເຖິງ​ເມືອງ​ດານ.


ແຕ່​ອັບຣາມ​ໄດ້​ຕອບ​ວ່າ, “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ເອີຍ ພຣະອົງ​ຢາກ​ໃຫ້​ບຳເໜັດ​ແກ່​ຂ້ານ້ອຍ​ເຮັດ​ຫຍັງ​ໃນ​ເມື່ອ​ຂ້ານ້ອຍ​ບໍ່ມີ​ລູກ? ຜູ້​ທີ່​ຈະ​ສືບ​ມໍຣະດົກ​ແທນ​ຂ້ານ້ອຍ​ກໍ​ແມ່ນ​ເອລີເອເຊ ຊາວ​ດາມັສກັດ.


ຈິດໃຈ​ຖືກ​ທຳລາຍ​ເມື່ອ​ສິ້ນຫວັງ, ແຕ່​ຄວາມ​ປາຖະໜາ​ທີ່​ເກີດ​ເປັນຈິງ​ເປັນ​ຕົ້ນໄມ້​ທີ່​ໃຫ້​ຊີວິດ.


ຜູ້​ທີ່​ລ້ຽງດູ​ຄົນ​ຮັບໃຊ້​ຕາມໃຈ​ພວກເຂົາ​ຕັ້ງແຕ່​ພວກເຂົາ​ຍັງ​ເປັນ​ເດັກນ້ອຍ​ມາ, ມື້ໜຶ່ງ ລາວ​ຈະ​ເປັນ​ເຈົ້າຂອງ​ທຸກສິ່ງ​ທີ່​ເຈົ້າ​ມີ.


ຜູ້ຍິງ​ເປັນ​ຕາຊັງ​ກໍ​ຍັງ​ໄດ້​ຜົວ ແລະ​ສາວໃຊ້​ຂຶ້ນ​ແທນ​ນາຍຍິງ​ຂອງຕົນ.


ຂ້າພະເຈົ້າ​ໄດ້​ຊື້​ທາດຮັບໃຊ້​ຊາຍ​ຍິງ​ຕັ້ງ​ຫລວງຫລາຍ ແລະ​ກໍ​ມີ​ທາດຮັບໃຊ້​ຫລາຍ​ຄົນ​ທີ່​ໄດ້​ເກີດ​ຢູ່​ໃນ​ເຮືອນ​ຂອງ​ຂ້າພະເຈົ້າ. ຂ້າພະເຈົ້າ​ມີ​ຝູງສັດ​ຫລາຍກວ່າ​ຄົນ​ໃດໆ ທີ່​ເຄີຍ​ມີ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ.


“ຂ້າແດ່​ພຣະເຈົ້າຢາເວ ຖ້າ​ຂ້ານ້ອຍ​ຖົກຖຽງ​ຄະດີ​ກັບ​ພຣະອົງ ພຣະອົງ​ກໍ​ຈະ​ພິສູດ​ວ່າ​ພຣະອົງ​ເປັນ​ຝ່າຍ​ຖືກຕ້ອງ. ແຕ່​ຂ້ານ້ອຍ​ຕ້ອງ​ຖາມ​ພຣະອົງ​ເຖິງ​ຄວາມ​ຍຸດຕິທຳ ເປັນຫຍັງ​ຄົນຊົ່ວ​ຈຶ່ງ​ຈະເລີນ​ຮຸ່ງເຮືອງ​ຂຶ້ນ​ແທ້? ເປັນຫຍັງ​ຄົນ​ບໍ່​ສັດຊື່ ຄົນ​ຂີ້ສໍ້​ຂີ້ໂກງ ຈຶ່ງ​ໄດ້​ຮັບ​ຜົນ​ສຳເລັດ​ໃນ​ຊີວິດ?


Jiwasaru arktasipxañani:

Anuncios ukanaka


Anuncios ukanaka