Biblia Todo Logo
Internet tuqin Biblia

- Anuncios ukanaka -




ປະຖົມມະການ 15:2 - ພຣະຄຳພີສັກສິ

2 ແຕ່​ອັບຣາມ​ໄດ້​ຕອບ​ວ່າ, “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ເອີຍ ພຣະອົງ​ຢາກ​ໃຫ້​ບຳເໜັດ​ແກ່​ຂ້ານ້ອຍ​ເຮັດ​ຫຍັງ​ໃນ​ເມື່ອ​ຂ້ານ້ອຍ​ບໍ່ມີ​ລູກ? ຜູ້​ທີ່​ຈະ​ສືບ​ມໍຣະດົກ​ແທນ​ຂ້ານ້ອຍ​ກໍ​ແມ່ນ​ເອລີເອເຊ ຊາວ​ດາມັສກັດ.

Uka jalj uñjjattʼäta Copia luraña




ປະຖົມມະການ 15:2
21 Jak'a apnaqawi uñst'ayäwi  

ຢູ່​ໃນ​ທີ່ນັ້ນ ອັບຣາມ​ໄດ້​ແຍກ​ກຳລັງ​ອອກ​ເປັນ​ສອງ​ໝວດ; ແລ້ວ​ເພິ່ນ​ກໍ​ບຸກໂຈມຕີ​ສັດຕູ​ໃນ​ເວລາ​ກາງຄືນ ແລະ​ເອົາ​ຊະນະ​ພວກເຂົາ. ຄົນ​ຂອງ​ອັບຣາມ​ຍັງ​ໄດ້​ໄລ່​ຕິດຕາມ​ພວກເຂົາ​ໄປ​ຈົນເຖິງ​ເມືອງ​ໂຮບາ ທາງ​ທິດເໜືອ​ຂອງ​ເມືອງ​ດາມັສກັດ,


ຫລັງຈາກ​ນັ້ນ ອັບຣາມ​ກໍ​ໄດ້​ຍິນ​ພຣະເຈົ້າຢາເວ​ກ່າວ​ແກ່​ຕົນ​ທາງ​ນິມິດ​ວ່າ, “ອັບຣາມ​ເອີຍ ເຈົ້າ​ຢ່າ​ຢ້ານ​ແຕ່​ຢ່າງໃດ​ເລີຍ ເຮົາ​ແມ່ນ​ໂລ້​ຕ້ານທານ​ທີ່​ຄອຍ​ຮັກສາ​ເຈົ້າ ຈາກ​ເຫຼົ່າ​ໂພຍໄພ​ຮ້າຍ​ອັນຕະລາຍ​ຕ່າງໆ ເຮົາ​ຈະ​ໃຫ້​ບຳເໜັດ​ເຈົ້າ​ຢ່າງ​ຫລວງຫລາຍ.”


ພຣະອົງ​ບໍ່​ໃຫ້​ຂ້ານ້ອຍ​ມີ​ລູກ ແລະ​ຄົນ​ຮັບໃຊ້​ຄົນ​ໜຶ່ງ​ຂອງ​ຂ້ານ້ອຍ​ຈະ​ເປັນ​ຜູ້​ໄດ້​ຮັບ​ມໍຣະດົກ.”


ຄົນ​ຮັບໃຊ້​ຜູ້​ທີ່​ຮັບຜິດຊອບ​ຊັບສົມບັດ​ທັງໝົດ​ຂອງ​ອັບຣາຮາມ ໄດ້​ເອົາ​ອູດ​ຂອງ​ນາຍ​ສິບ​ໂຕ​ອອກ​ເດີນທາງ ພ້ອມ​ທັງ​ຂອງຂວັນ​ທີ່​ມີ​ຄ່າ​ຫລາຍ​ຢ່າງ; ລາວ​ມຸ່ງໜ້າ​ໄປ​ສູ່​ເມືອງ​ທີ່​ນາໂຮ​ອາໄສ​ຢູ່ ທາງ​ທິດເໜືອ​ຂອງ​ເມໂຊໂປຕາເມຍ.


ເພິ່ນ​ເວົ້າ​ກັບ​ຄົນ​ຮັບໃຊ້​ຜູ້​ອາວຸໂສ ທີ່​ຮັບຜິດຊອບ​ຊັບສົມບັດ​ທັງໝົດ​ຂອງຕົນ​ວ່າ, “ຈົ່ງ​ວາງ​ມື​ໃສ່​ວ່າງ​ຂາ​ຂອງຂ້ອຍ ແລະ​ສາບານ​ສາ.


ຍ້ອນ​ນາງ​ເຣເບກາ​ບໍ່ມີ​ລູກ ອີຊາກ​ຈຶ່ງ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ​ເພື່ອ​ນາງ. ພຣະເຈົ້າຢາເວ​ຕອບ​ຄຳ​ພາວັນນາ​ອະທິຖານ​ຂອງ​ລາວ ແລະ​ນາງ​ເຣເບກາ​ຈຶ່ງ​ຕັ້ງ​ທ້ອງ.


ຂ້ອຍ​ມີ​ອຳນາດ​ໃນ​ເຮືອນ​ຫລັງ​ນີ້​ເທົ່າໆ​ກັນ​ກັບ​ເພິ່ນ ແລະ​ເພິ່ນ​ບໍ່ເຄີຍ​ຫວງຫ້າມ​ຂ້ອຍ​ໃນ​ສິ່ງ​ໃດໆ​ເລີຍ ເວັ້ນໄວ້​ແຕ່​ຍານາງ​ເອງ​ທີ່​ເປັນ​ເມຍ​ຂອງ​ເພິ່ນ. ຂ້ອຍ​ຈະ​ກ້າ​ລ່ວງ​ປະເວນີ ແລະ​ເຮັດ​ຜິດບາບ​ຕໍ່ສູ້​ພຣະເຈົ້າ​ໄດ້​ຢ່າງໃດ?”


ດັ່ງນັ້ນ ເມື່ອ​ມາ​ຮອດ​ປະຕູ​ເຮືອນ​ຂອງ​ໂຢເຊັບ ພວກເຂົາ​ຈຶ່ງ​ເວົ້າ​ກັບ​ຄົນ​ຮັບໃຊ້​ຜູ້​ຮັບຜິດຊອບ​ນັ້ນ​ວ່າ,


ໂຢເຊັບ​ໄດ້​ສັ່ງ​ຄົນ​ຮັບໃຊ້​ຜູ້​ທີ່​ຮັບຜິດຊອບ​ໃນ​ເຮືອນ​ຂອງຕົນ​ວ່າ, “ຈົ່ງ​ເອົາ​ອາຫານ​ໃສ່​ກະສອບ​ຂອງ​ຄົນ​ເຫຼົ່ານີ້ ໃຫ້​ຫລາຍ​ເທົ່າ​ທີ່​ພວກເຂົາ​ສາມາດ​ເອົາ​ເມືອ​ໄດ້ ແລະ​ໃຫ້​ເອົາ​ເງິນ​ຂອງ​ແຕ່ລະຄົນ​ໃສ່​ເທິງ​ເຂົ້າ​ໃນ​ກະສອບ​ຂອງ​ແຕ່ລະ​ຄົນ.


ເດັກນ້ອຍ​ຄື​ຂອງຂວັນ​ທີ່​ພຣະເຈົ້າຢາເວ​ໂຜດ​ປະທານ ພວກເຂົາ​ຄື​ພອນ​ອັນ​ແທ້ຈິງ.


ຈິດໃຈ​ຖືກ​ທຳລາຍ​ເມື່ອ​ສິ້ນຫວັງ, ແຕ່​ຄວາມ​ປາຖະໜາ​ທີ່​ເກີດ​ເປັນຈິງ​ເປັນ​ຕົ້ນໄມ້​ທີ່​ໃຫ້​ຊີວິດ.


ຄົນ​ຮັບໃຊ້​ຜູ້​ສະຫລາດ​ມີ​ສິດ​ເໜືອ​ລູກ​ທີ່​ໄຮ້​ຄ່າ​ຂອງ​ນາຍ ແລະ​ທັງ​ຮັບ​ສ່ວນແບ່ງ​ແຫ່ງ​ມູນ​ມໍຣະດົກ​ຢູ່​ໃນ​ຄອບຄົວ​ດ້ວຍ.


ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ກ່າວ​ວ່າ, “ດາມັສກັດ​ຈະ​ບໍ່​ເປັນ​ນະຄອນ​ອີກ​ຕໍ່ໄປ; ແຕ່​ຈະ​ເປັນ​ພຽງ​ກອງ​ສິ່ງ​ຮົກຮ້າງ​ເພພັງ​ເທົ່ານັ້ນ.


ແລ້ວ​ເຮົາ​ກໍ​ຈະ​ຈົດ​ຊື່​ຂອງ​ເຈົ້າ​ໄວ້​ໃນ​ວິຫານ​ຂອງເຮົາ ແລະ​ໃນ​ທ່າມກາງ​ປະຊາຊົນ​ຂອງເຮົາ​ຍາວນານ​ກວ່າ ຖ້າ​ເຈົ້າ​ມີ​ລູກຊາຍ​ແລະ​ລູກສາວ​ຫລາຍ​ຄົນ. ເຮົາ​ຈະ​ບໍ່​ລືມໄລ​ເຈົ້າ​ຈັກເທື່ອ.”


ຕໍ່ໄປນີ້​ແມ່ນ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ເຖິງ​ນະຄອນ​ດາມັສກັດ​ວ່າ, “ປະຊາຊົນ​ໃນ​ເມືອງ​ຮາມັດ​ແລະ​ອັກປັດ ຕ່າງ​ກໍ​ກະວົນ​ກະວາຍ ແລະ​ເດືອດຮ້ອນ​ຍ້ອນ​ພວກເຂົາ​ໄດ້ຍິນ​ຂ່າວ​ບໍ່​ດີ. ຄວາມ​ວິຕົກ​ກັງວົນ​ທັບຖ້ວມ​ພວກເຂົາ​ດັ່ງ​ນໍ້າ​ທະເລ​ໄຫລຊັດ​ຈົນ​ພວກເຂົາ​ຢູ່​ບໍ່​ເປັນ​ສຸກ.


ພຣະເຈົ້າ​ບໍ່ໄດ້​ໃຫ້​ອັບຣາຮາມ​ຮັບ​ສ່ວນ​ໃດໆ​ຂອງ​ດິນແດນ​ນີ້ ເປັນ​ກຳມະສິດ​ຂອງຕົນ ແມ່ນແຕ່​ທໍ່​ຮອຍຕີນ ແຕ່​ໃນ​ຂະນະທີ່​ເພິ່ນ​ຍັງ​ບໍ່ມີ​ລູກ ພຣະເຈົ້າ​ໄດ້​ສັນຍາ​ວ່າ ພຣະອົງ​ຈະ​ມອບ​ດິນແດນ​ໃຫ້​ເພິ່ນ​ເປັນ​ກຳມະສິດ ແລະ​ໃຫ້​ແກ່​ເຊື້ອສາຍ​ພາຍ​ຫລັງ​ເພິ່ນ​ດ້ວຍ.


ຫົວໜ້າ​ຄົນງານ​ຕອບ​ວ່າ, “ເປັນ​ຍິງສາວ​ຈາກ​ໂມອາບ​ທີ່​ໄດ້​ຄືນ​ມາ​ກັບ​ນາງ​ນາໂອມີ.


ນາງ​ຮັນນາ​ສາບານ​ຢ່າງ​ໜັກແໜ້ນ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ຂໍ​ພຣະອົງ​ຫລຽວເບິ່ງ​ຄວາມ​ໂສກເສົ້າ​ຂອງ​ຂ້ານ້ອຍ ແລະ​ລະນຶກເຖິງ​ຂ້ານ້ອຍ​ດ້ວຍ ຂໍ​ຢ່າ​ລືມໄລ​ຂ້ານ້ອຍ​ເລີຍ ຖ້າ​ພຣະອົງ​ໂຜດ​ລູກຊາຍ​ໃຫ້​ຂ້ານ້ອຍ ຂ້ານ້ອຍ​ຂໍ​ສັນຍາ​ວ່າ ຈະ​ອຸທິດ​ຖວາຍ​ເດັກນັ້ນ​ແກ່​ພຣະອົງ​ຕະຫລອດ​ຊົ່ວຊີວິດ​ຂອງ​ລາວ ແລະ​ລາວ​ຈະ​ບໍ່​ຕັດ​ຜົມ​ຂອງ​ລາວ​ຈັກເທື່ອ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka