ປະຖົມມະການ 15:1 - ພຣະຄຳພີສັກສິ1 ຫລັງຈາກນັ້ນ ອັບຣາມກໍໄດ້ຍິນພຣະເຈົ້າຢາເວກ່າວແກ່ຕົນທາງນິມິດວ່າ, “ອັບຣາມເອີຍ ເຈົ້າຢ່າຢ້ານແຕ່ຢ່າງໃດເລີຍ ເຮົາແມ່ນໂລ້ຕ້ານທານທີ່ຄອຍຮັກສາເຈົ້າ ຈາກເຫຼົ່າໂພຍໄພຮ້າຍອັນຕະລາຍຕ່າງໆ ເຮົາຈະໃຫ້ບຳເໜັດເຈົ້າຢ່າງຫລວງຫລາຍ.” Uka jalj uñjjattʼäta |
ກະສັດດາວິດໄດ້ສັ່ງໂຊໂລໂມນລູກຊາຍຂອງເພິ່ນວ່າ, “ຈົ່ງເດັດດ່ຽວ ແລະກ້າຫານ. ຈົ່ງລົງມືເຮັດວຽກ ແລະຢ່າໃຫ້ມີສິ່ງໃດສິ່ງໜຶ່ງຂັດຂວາງເຈົ້າເລີຍ. ພຣະເຈົ້າຢາເວ ພຣະເຈົ້າອົງທີ່ພໍ່ໄດ້ບົວລະບັດຮັບໃຊ້ນັ້ນຈະສະຖິດຢູ່ນຳເຈົ້າ. ພຣະອົງຈະບໍ່ປະຖິ້ມເຈົ້າແຕ່ພຣະອົງຈະຢູ່ນຳເຈົ້າ ຈົນກວ່າເຈົ້າຈະກໍ່ສ້າງວິຫານຂອງພຣະເຈົ້າຢາເວສຳເລັດ.
ໂຊນຈຶ່ງເວົ້າວ່າ, “ເປັນຄວາມຄິດທີ່ດີ ໃຫ້ພວກເຮົາພາກັນໄປເທາະ.” ດັ່ງນັ້ນ ພວກເຂົາຈຶ່ງໄປບ່ອນທີ່ຄົນຂອງພຣະເຈົ້າຢູ່. ໃນຂະນະທີ່ຍ່າງຂຶ້ນເນີນພູເຂົ້າໄປໃນເມືອງນັ້ນ ພວກເຂົາໄດ້ພົບຍິງສາວບາງຄົນທີ່ອອກມາຕັກນໍ້າ ຈຶ່ງສອບຖາມຍິງສາວນັ້ນວ່າ, “ໝໍດູຢູ່ເມືອງນີ້ບໍ?” (ໃນເວລານັ້ນຄົນເອີ້ນຜູ້ທຳນວາຍວ່າ ໝໍດູ; ດັ່ງນັ້ນ ຖ້າມີຄົນໃດຢາກຖາມພຣະເຈົ້າ ເຂົາຕ້ອງເວົ້າວ່າ, “ພວກເຮົາໄປຫາໝໍດູກັນເທາະ.”)